Lao CSO Platform

ຮັບສະໝັກພະນັກງານ ວິຊາການ ປ່າໄມ້ ແລະ ການວາງແຜນນໍາໃຊ້ທີ່ດິນ

Job Description

ປະກາດຮັບສະໝັກພະນັກງານ ວິຊາການ ປ່າໄມ້ ແລະ ການວາງແຜນນໍາໃຊ້ທີ່ດິນ
ຈໍານວນ 2 ຕຳແໜ່ງ ປະຈຳຢູ່ຫ້ອງການສະມາຄົມ ສພປຄ/BNDA ທີ່ບ້ານ ພັນໄຊ, ເມືອງ ຊຳເໜືອ, ແຂວງ ຫົວພັນ

ສະມາຄົມພັດທະນາໄມ້ປ່ອງ ແລະ ເຄື່ອງປ່າຂອງດົງ ໄດ້ສ້າງຕັ້ງຂຶ້ນຢ່າງເປັນທາງການໃນປີ 2020 ແລະ ດຳເນີນການເຄື່ອນໄຫວພາຍ ໃນແຂວງຫົວພັນ

❖ ໜ້າທີ່ຮັບຜິດຊອບ

  • ຈັດຕັ້ງປະຕິບັດວຽກງານປ່າໄມ້ ແລະ ການວາງແຜນນໍາໃຊ້ທີ່ດິນຂັ້ນບ້ານ, ຝຶກອົບຮົມທາງດ້ານເຕັກນິກວິຊາການ, ວິທີການ
  • ຕິດຕາມກວດກາ ແລະ ປະເມີນປ່າ (ໄມ້ປ່ອງ ແລະ ເຄື່ອງປ່າຂອງດົງ) ໃຫ້ກັບບ້ານເປົ້າໝາຍໂຄງການຂອງສະມາຄົມ;
  • ຝຶກອົບຮົມເຕັກນິກວິຊາການໃຫ້ກັບບ້ານໃນການປູກ ແລະ ບົວລະບັດຮັກສາປູກໄມ້ປ່ອງ ແລະ ເຄື່ອງປ່າຂອງດົງບາງຊະນິດ;
  • ພົວພັນປະສານງານຮ່ວມຄູ່ຮ່ວມງານພາກລັດ ແລະ ບ້ານ ເປົ້າໝາຍຂອງສະມາຄົມ;
  • ເກັບຮັກສາ ແລະ ພັດທະນາຖານຂໍ້ມູນຂອງສະມາຄົມ; 5. ໜ້າທີ່ອື່ນໆ ຕາມການມອບໝາຍຂອງອໍານວຍການ;

* ເງື່ອນໄຂ ແລະ ປະສົບການ

  • ຈົບວິຊາສະເພາະດ້ານປ່າໄມ້, ການວາງແຜນນໍາໃຊ້ທີ່ດິນ ຫຼື ສາຂາ ທີ່ກ່ຽວຂ້ອງຊັ້ນສູງ ຫຼື ປະລິນຍາຕີ;
  • ມີຄວາມຮູ້ພື້ນຖານ, ຄວາມເຂົ້າໃຈກ່ຽວກັບເລື່ອງການວາງແຜນນໍາໃຊ້ທີ່ດິນ;
  • ສາມາດນໍາໃຊ້ GPS, GIS ເຂົ້າໃນການແຕ້ມແຜນທີ່;
  • ສາມາດຂຽນບົດລາຍງານການຈັດຕັ້ງປະຕິບັດກິດຈະກຳພາກສະໜາມ ແລະ ບົດລາຍງານປະຈຳໄຕມາດ;
  • ມີມະນຸດສຳພັນດີສາມາດສື່ສານກັບເພື່ອນຮ່ວມງານ, ເຮັດວຽກເປັນທີມ, ມີຄວາມອົດທົນ, ຊື່ສັດບໍລິສຸດຕໍ່ເພື່ອນຮ່ວມງານແລະ ອົງກອນ
  •  ສາມາດລົງເຮັດວຽກດ້ວຍຕົນເອງໃນຂັ້ນຊຸມຊົນ ແລະ ສາມາດເດີນທາງໄປຕ່າງແຂວງໄດ້;
  • ມີຄວາມຮູ້ພື້ນຖານດ້ານພາສາອັງກິດ ເວົ້າ, ຟັງ, ອ່ານ ແລະ ຂຽນໄດ້;
  • ມີຄວາມມັກຮັກໃນວຽກງານວິຊາສະເພາະ ແລະ ພ້ອມທີ່ຈະຮຽນຮູ້ສິ່ງໃໝ່ໆ; ✓ ມີປະສົບການດ້ານວຽກງານການປ່າໄມ້ 1-2 ປີຂຶ້ນໄປ ຈະພິຈາລະນາເປັນພິເສດ;
  • ສາມາດນໍາໃຊ້ເຄື່ອງມື IT ເຂົ້າໃນການສື່ສານ ແລະ ເຂົ້າໃນວຽກວິຊາສະເພາະເຊັ່ນ: Microsoft Office, Email,
  • ປະຊຸມຜ່ານ Microsoft team, Zoom, Skype, ເຕັກນິການຖ່າຍຮູບ, ຕັດຕໍ່ Videos ແລະ ເຄື່ອງມື ອື່ນໆທີ່ກ່ຽວຂ້ອງ.

* ຜູ້ທີ່ສົນໃຈສາມາດສົ່ງໃບສະໝັກ (ປະຫວັດຫຍໍ້/CV ແລະ ຈົດໝາຍສະມັກງານ Cover letter); ພ້ອມໃບຄະແນນການ

ຮຽນຢູ່ມະຫາວິທະຍາໄລວິທະຍາໄລ, ໃບຜ່ານງານ (ຖ້າມີ), ສໍາລັບທ່ານທີ່ຢູ່ພາຍໃນແຂວງ ຫຼື ເມືອງ ສາມາດເຂົ້າມາຍື່ນເອກະສານ

ທີ່ຫ້ອງການຂອງສະມາຄົມທີ່: ບ້ານພັນໄຊ,ເມືອງຊຳເໜືອ, ແຂວງຫົວພັນ ຫຼື ສົ່ງຂໍ້ມູນທາງອີເມວ: bnda2018@gmail.com

ໂທ/ວອດແອັບ: 020 5576 7780, 020 97922972, 020 2936 3629 ໃນໂມງລັດຖະການ.

ປິດຮັບສະໝັກ ວັນທີ່ 10 ກໍລະກົດ 2024, ເວລາ 4:00 ແລງ

ໝາຍເຫດ: ສະເພາະຜູ້ສະໝັກທີ່ຖືກຄັດເລືອກ ແມ່ນຈະໄດ້ຮັບການຕິດຕໍ່ເພື່ອສໍາພາດໃນຂັ້ນຕອນທັດໄປ.

Contact