Lao CSO Platform

ບັນຊີການເງີນ 1 ຕໍາແໜ່ງ ປະຈໍາຫ້ອງການຢູ່ແຂວງຊຽງຂວາງ 

Job Description

ປະກາດຮັບສະໝັກພະນັກງານ

ສະມາຄົມຊຸມຊົນເພື່ອຊີວິດ ແລະ ສິ່ງແວດລ້ອມ (CASE) ເປັນອົງການຈັດຕັ້ງສັງຄົມ, ເຄື່ອນໄຫວບໍ່ຫວັງຜົນກຳໄລ ເຄື່ອນໄຫວວຽກງານກະສິກຳ ແລະ ປ່າໄມ້, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ແຮງງານ ແລະ ສະຫວັດດີສັງຄົມ, ສາທາລະນະສຸກ, ສຶກສາທິການ ແລະ ກິລາ, ພະລັງງານ ແລະ ບໍ່ແຮ່, ຖະແຫຼ່ງຂ່າວ ວັດທະນະທຳ ແລະ ການທ່ອງທ່ຽວ ທີ່ເຄື່ອນໄຫວຂອບເຂດທົ່ວປະເທດ.

ປະຈຸບັນ, ພວກເຮົາ ມີຄວາມຕ້ອງການຮັບພະນັກງານ ດັ່ງລຸ່ມນີ້:

  • ບັນຊີການເງີນ 1 ຕໍາແໜ່ງ ປະຈໍາຫ້ອງການຢູ່ແຂວງຊຽງຂວາງ  ໄລຍະເວລາ ສັນຍາ 12 ເດືອນ (ທົດສອບວຽກງານ 3 ເດືອນ)

ພາລະໜ້າທີ່ຫຼັກ:ແລະ ປະເມີນຜົນພະນັກງານ.

  • ລົງບັນຊີປະຈຳວັນ, ເຮັດບົດລາຍງານ ປະຈໍາປີ ປະຈໍາໄຕມາດ ແລະ ປະຈໍາເດືອນ.
  • ລົງບັນຊີ ຄິກບຸກ ( QuickBooks )
  • ຕິດຕາມ ກວດກາ ແລະ ຊຸກຍູ້ວຽກງານຂອງການເງີນທີ່ຮັບຜິດຊອບ.
  • ປະສານງານກັບລະຫວ່າງສະມາຄົມ CASE, ແລະ ຄູ່ຮ່ວມງານຂັ້ນແຂວງ, ເມືອງ, ບ້ານ ແລະ ອົງການຈັດຕັ້ງອື່ນໆ ທີ່ກ່ຽວຂ້ອງ;
  • ລາຍງານການເງີນ ປະຈໍາເດືອນ ແລະ ປະຈໍາປີ ໃຫ້ສາຍງານ ແລະ ຄູ່ຮ່ວມງານຕາມຄວາມຕ້ອງການ.

ຄຸນນະວຸດ ແລະ ມາດຖານຕ້ອງການ:

  • ຮຽນຈົບປະລິນຍາຕີ ຫຼື ທຽບເທົ່າບັນຊີ, ການເງີນ ແລະ ອື່ນໆທີ່ກ່ຽວຂ້ອງ;
  • ສັນຊາດລາວ ມີອາຍຸລະຫວ່າງ 25-40 ປີ;
  • ມີປະສົບການເຮັດວຽກດ້ານການເງີນ ມາກ່ອນຫຼາຍກວ່າ 2 ປີ,
  • ເຄີຍເຮັດວຽກນໍາພາກລັດ ຫຼື ອົງການຈັດຕັ້ງສາກົນ ຫຼື ສະມາຄົມ ຫຼື ບໍລິສັດ
  • ສາມາດນໍາໃຊ້ຄອມພິວເຕີ : Word, Excel, Power point, Publisher, ອິນເຕີເນັດ ແລະ ອື່ນໆ; ສາມາດເວົ້າ ແລະ ຂຽນພາສາອັງກິດໄດ້ດີພໍສົມຄວນ;
  • ຖ້າເປັນຄົນຖິ່ນຖານຢູ່ເມືອງແປກ  ຈະພິຈາລະນາເປັນພິເສດ;
  • ມີຄວາມຮັບຜິດຊອບສູງ, ມີຫົວຄິດປະດິດສ້າງ, ກະຕືລືລົ້ນໃນການຮຽນຮູ້ເອົາບົດຮຽນອັນໃຫມ່, ມີຄວາມອົດທົນ, ມີຄວາມອ່ອນໄຫວ ແລະ ການເຮັດວຽກເປັນທີມໄດ້ດີ;
  • ຈະຕ້ອງມີໃບອະນຸຍາດຂັບຂີ່ລົດຈັກ;
  • ສາມາດເລີ່ມເຮັດວຽກໄດ້ພາຍໃນວັນທີ 15 ມັງກອນ 2025.
  • ສຳພາດແມ່ນຫຼັງຈາກທ່ານຍືນເອກະສານພາຍໃນ 3 ວັນ.(ຍືນກ່ອນ ສຳພາດກ່ອນ)

ທ່ານໃດສົນໃຈສາມາດຍື່ນຄໍາຮ້ອງສະໝັກດ້ວຍຕົນເອງ ພ້ອມດ້ວຍ ຊີວະປະຫວັດ, ໃບປະກາດ, ໃບຜ່ານງານ, ໃບແຈ້ງໂທດ, ອັດປື້ມສໍາມະໂນຄົວ/ບັດປະຈໍາຕົວ ແລະ ເອກກະສານອື່ນໆ ທີ່ກ່ຽວຂ້ອງມາທີ່ ສະເກນ ສົ່ງມາທາງອີແມວ: info@case.org.la, whatsapp: 020 22340657

ກຳນົດສົ່ງບໍ່ໃຫ້ກາຍວັນທີ 10 ມັງກອນ 2025

Contact