Lao CSO Platform

ພະນັກງານບໍລິຫານ ແລະ ການເງິນ

Job Description

ປະກາດຮັບສະໝັກພະນັກງານ

ສະມາຄົມພັດທະນາກະສິກຳ ແລະ ສິ່ງແວດລ້ອມແບບຍືນຍົງ (SAEDA) ເພື່ອຈັດຕັ້ງປະຕິບັດໂຄງການ ສົ່ງເສີມກະສິກຳ ປັບຕົວເຂົ້າກັບອາກາດປ່ຽນແປງ ແລະ ການເຂົ້າເຖິງຕະຫລາດເພື່ອຊາວກະສິກອນໜຸ່ມແຂວງຫຼວງນໍ້າທາ

ມີຄວາມຕ້ອງການຮັບ:

“ພະນັກງານບໍລິຫາ ແລະ ການເງິນ (Administrative and Finance Officer)”

ປະຈໍາໂຄງການຢູ່ຫ້ອງການ ແຂວງຫລວງນໍ້າທາ ໄລຍະເວລາ 2 ປີ

ໜ້າທີ່ຮັບຜິດຊອບຫຼັກ

  • ບໍລິຫານ ແລະ ຄຸ້ມຄອງຫ້ອງການ
  • ສ້າງແຜນກິດຈະກຳ ແລະ ງົບປະມານປະຈໍາປີ ປະຈຳໄຕມາດ ແລະ ປະຈໍາເດືອນ
  • ຈັດຕັ້ງປະຕິບັດ, ສົ່ງເສີມ ພັດທະນາກິດຈະກຳດ້ານກະສິກຳ ໃນການຈັດຕັ້ງປະຕິບັດໂຄງການສົ່ງເສີມໃນຊຸມຊົນໃນບ້ານເປົ້າໝາຍຂອງໂຄງການ; ແລະ ສິ່ງແວດລ້ອມ
  • ປະສານງານລະຫວ່າງສະມາຄົມ SAEDA ວຽງຈັນ, ແລະ ພາກລັດຂັ້ນແຂວງ, ເມືອງ, ບ້ານ ແລະ ອົງ ການຈັດຕັ້ງອື່ນໆທີ່ກ່ຽວຂ້ອງ
  • ປະສານງານລະຫວ່າງສະມາຄົມ SAEDA ແລະ ຄູ່ຮ່ວມງານ ແລະ ອົງການຈັດຕັ້ງອື່ນໆທີ່ກ່ຽວຂ້ອງ
  • ຕິດຕາມ ກວດກາ ແລະ ຊຸກຍູ້ວຽກງານການເງີນຂອງໂຄງການທີ່ຮັບຜິດຊອບ
  • ລາຍງານການເງິນຂອງການຈັດຕັ້ງກິດຈະກຳ ປະຈໍາເດືອນ ແລະ ປະຈໍາປີ ໃຫ້ສາຍງານ ແລະ ຄູ່ຮ່ວມງານຕາມ ຄວາມຕ້ອງການ

ຄຸນນະວຸດ ແລະ ມາດຖານຕ້ອງການ

  • ຮຽນຈົບ ປະລິຍາຕີ ຫລື ທຽບເທົ່າ ດ້າ ກາ ຄຸ້ມຄອງບໍລິຫາ, ບັນຊີ, ການເງິນ
  • ສັນຊາດລາວ ມີອາຍຸລະຫວ່າງ 25-50 ປີ
  • ມີສົບການໃ ກາ ເຮັດວຽກມາກ່ອນຫຼາຍກວ່າ 1 ປີ
  • ເຄີຍເຮັດວຽກນໍາອົງການພັດທະນາຊົນນະບົດມາກ່ອນ
  • ສາມາດນໍາໃຊ້ຄອມພິວເຕີ : Word, Excel, Power point ແລະ ອື່ນໆ
  • ສາມາດເວົ້າ ແລະ ຂຽນພາສາອັງກິດຫ້ອຍຫ່ຶງ
  • ມີຄວາມມັກ, ຮັບຜິດຊອບ ແລະ ຫ້າວຫັນຕໍ່ໜ້າທີ່ວຽກງານ
  • ບໍ່ມີຄະດີ ແລະ ເຮັດຜິດລະບຽບກົດໝາຍມາກ່ອນ
  • ຖ້າເປັນຄົນຖິ່ນຖານຢູ່ຫລວງນໍ້າທາຈະພິຈາລະນາເປັນພີເສດ
  • ຈະຕ້ອງມີໃບອະນຸຍາດຂັບຂີ່ລົດຈັກ

ການສະໝັກ

ທ່ານໃດສົນໃຈສາມາດຍື່ນຄໍາຮ້ອງສະໝັກຂຽນດ້ວຍຕົວເອງ ພ້ອມດ້ວຍ ຊີວະປະຫວັດ, ໃບປະກາດ, ໃບຜ່ານງານ, ໃບແຈ້ງໂທດ, ອັດປື້ມສຳມະໂນຄົວ/ບັດປະຈໍາຕົວ ແລະ ທີ່ກ່ຽວຂ້ອງມາທີ່.

ສະເກນ ສົ່ງມາທາງອີແມ່ວ: Infor.saedalaos@gmail.com

ປິດຮັບສະໝັກ ວັນທີ 26/01/2025

Contact