Lao CSO Platform

ຜູ້ປະສານງານ ໂຄງການ (Project Coordinator)

Job Description

ປະກາດຮັບສະໝັກພະນັກງານ

ສະມາຄົມ ຊ່ວຍເຫຼືອຟື້ນຟູຄຸນນະພາບຊີວິດ (ສຊຟຄ)
Quality of Life Association (QLA)

ມີຄວາມຕ້ອງການຮັບສະໝັກ ຜູ້ປະສານງານໂຄງການ (Project Coordinator) ຈຳນວນ 1 ຕຳແໜ່ງ ປະຈຳຢູ່ ແຂວງຫົວພັນ.

ກ່ຽວກັບອົງກອນ:
QLA ໄດ້ສ້າງຕັ້ງຂຶ້ນໃນປີ 2011 ເຄື່ອນໄຫວພາຍໃນແຂວງຊຽງຂວາງ ແລະ ໄດ້ຍົກລະດັບຈົດທະບຽນເປັນສະມາຄົມເຄື່ອນໄຫວໃນຂົງເຂດທົ່ວປະເທດໃນປີ 2020 ເພື່ອຈຸດປະສົງສະເພາະໃນການຊ່ວຍເຫຼືອຜູ້ເຄາະຮ້າຍຈາກລະເບີດບໍ່ທັນແຕກ (UXO) ແລະ ຄົນພິການ (PWD) ໃນ ສປປ ລາວ. QLA ໄດ້ຈັດຕັ້ງປະຕິບັດຫຼາຍໂຄງການໃນການຊ່ວຍເຫຼືອຜູ້ລອດຊີວິດຈາກລະເບີດບໍ່ທັນແຕກ ເຊິ່ງລວມມີການລະດົມທຶນເພື່ອປິ່ນປົວຜູ້ທີຖືກອຸປະຕິເຫດຈາກລະເບີດບໍ່ທັນແຕກ, ການຕິດຕາມຊຸກຍູ້ຜູ້ລອດຊີວິດ, ສໍາຫຼວດຜູ້ລອດຊີວິດຈາກລະເບີດບໍ່ທັນແຕກໃໝ່ ແລະ ຊຸມຊົນທີ່ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກ ເພື່ອຕອບສະໜອງຄວາມຕ້ອງການຜູ້ລອດຊີວິດຈາກລະເບີດບໍ່ທັນແຕກ ແລະ ສົ່ງຕໍ່ໃຫ້ສູນຟື້ນຟູໜ້າທີ່ການ ແລະ ບັນດາພະແນກການຢູ່ພາຍໃນແຂວງ ໃຫ້ການຊ່ວຍເຫຼືອດ້ານການແພດ ແລະ ສືບຕໍ່ປະສານສົມທົບກັບພະແນກແຮງງານ ແລະ ສະຫວັດດີການສັງຄົມ, ພະແນກກະສິກຳ ແລະ ປ່າໄມ້ ຈັດຕັ້ງການລ້ຽງສັດ ແລະ ພະແນກສຶກສາ (ວິທະຍາໄລເຕັກນິກວິຊາຊີບແບບປະສົມປະສານ) ເພື່ອເຝິກອົບຮົມວິຊາຊີບຕ່າງໆ ໃຫ້ຜູ້ລອດຊີວິດຈາກລະເບີດບໍ່ທັນແຕກ ແລະ ກຸ່ມຄົນພິການທົ່ວໄປ.

ໜ້າທີ່ຮັບຜິດຊອບຂອງຜູ້ປະສານງານໂຄງການ:

  • ວາງແຜນໂຄງການ, ວາງແຜນກິດຈະກຳ, ຈັດຕັ້ງປະຕິບັດກິດຈະກຳ, ຕິດຕາມສະໜັບສະໜູນ ແລະ ສະຫຼຸບລາຍງານກິດຈະກຳ ໃຫ້ເປັນໄປຕາມແຜນ ແລະ ມາດຖານທີ່ວາງໄວ້.

  • ພົວພັນ ປະສານງານກັບອົງການຈັດຕັ້ງລັດ ຂັ້ນແຂວງ, ຂັ້ນເມືອງ ຮັບປະກັນການລາຍງານໃຫ້ພາກສ່ວນທີ່ກ່ຽວຂ້ອງຢ່າງມີປະສິດທິພາບ, ລວມທັງການພົວພັນກັບຜູ້ໃຫ້ທຶນ ສາມາດແປພາສາລາວ-ອັງກິດ ແລະ ອັງກິດ-ລາວ.

  • ເປັນຕົວແທນໂຄງການ ແລະ ສະມາຄົມ ໃນການເຂົ້າກອງປະຊຸມ ແລະ ກິດຈະກຳຕ່າງໆທີ່ກ່ຽວຂ້ອງກັບພາກລັດ ແລະ ຜູ້ໃຫ້ທຶນ.

  • ລາຍງານຄວາມຄືບໜ້າ, ຜົນໄດ້ຮັບກິດຈະກຳ, ບັນຫາ/ສິ່ງທ້າທາຍໃຫ້ກັບອົງກອນ, ຄູ່ຮ່ວມງານພາກລັດ ແລະ ຜູ້ໃຫ້ທຶນເປັນພາສາລາວ ແລະ ພາສາອັງກິດ.

  • ສ້າງສາຍພົວພັນທີ່ດີກັບຄູ່ຮ່ວມພາກລັດ, ຄູ່ຮ່ວມພັດທະນາ ແລະ ກຸ່ມເປົ້າໝາຍ.

  • ລາຍງານຄວາມຄືບໜ້າກ່ຽວກັບກິດຈະກຳຢູ່ສະໜາມໃຫ້ກັບຫົວໜ້າແຜນງານ ຫຼື ຜູ້ອຳນວຍການ ສະມາຄົມ ຢ່າງເປັນປົກກະຕິ.

ເງື່ອນໄຂຂອງຜູ້ສະໝັກ:

  • ສັນຊາດລາວ, ການສຶກສາຈົບຊັ້ນສູງ ຫຼື ທຽບເທົ່າປະລິນຍາຕີ ຂື້ນໄປ ດ້ານການພັດທະນາຊົນນະບົດ, ພັດທະນາຊຸມຊົນ, ວິທະຍາສາດສັງຄົມ (ສັງຄົມສົງເຄາະ) ຫຼື ສາຂາທີ່ກ່ຽວຂ້ອງ.

  • ມີທັກສະການເຮັດວຽກເປັນທີມທີ່ດີ, ເປັນເຈົ້າການ, ມີຈິດອາສາ, ມີຄວາມມຸ່ງໝັ້ນ-ຕັ້ງໃຈໃນການຮຽນຮູ້ສິ່ງໃໝ່ໆ.

  • ມີປະສົບການເຮັດວຽກພັດທະນາຊຸມຊົນ 3 ປີຂຶ້ນໄປ ສາມາດສື່ສານ ແລະ ຂຽນບົດລາຍງານເປັນພາສາອັງກິດໄດ້ຢ່າງຄ່ອງແຄ້ວ.

  • ມີມະນຸດສຳພັນດີໃນການເຮັດວຽກຮ່ວມກັບພະນັກງານທີ່ມີຄວາມແຕກຕ່າງດ້ານຊົນເຜົ່າ ແລະ ຊຸມຊົນ.

  • ມີທັກສະໃນການນໍາໃຊ້ຄອມພິວເຕີ: Internet, MS Office (Word, Excel, PowerPoint, Email& Outlook).

  • ມີຄວາມຮັກມັກ, ມີຄວາມຫ້າວຫັນ, ຮັບຜິດຊອບຕໍ່ໜ້າທີ່ວຽກງານ ໃນການເຮັດວຽກພັດທະນາຊຸມຊົນ.

  • ສາມາດເດີນທາງໄປວຽກຕ່າງແຂວງ ແລະ ຕ່າງປະເທດໄດ້.

ຊ່ອງທາງການສະໝັກ:
ທ່ານທີ່ສົນໃຈສາມາດສົ່ງເອກະສານສະໝັກວຽກ (Cover Letter) ແລະ ຊີວະປະຫວັດ (CV)

ຂໍ້ມູນເພີ່ມເຕີມກ່ຽວກັບສະມາຄົມ ເບິ່ງໄດ້ທີ່:

Downloads

Contact