Lao CSO Platform

ປະສານງານໂຄງການຂັ້ນເມືອງ ດ້ານການສົ່ງເສີມຄຸ້ມຄອງຢາປາບສັດຕູພືດ

Job Description

ປະກາດຮັບສະໝັກງານ (Job Announcement)

ສະມາຄົມພັດທະນາກະສິກຳ ແລະ ສິ່ງແວດລ້ອມແບບຍືນຍົງ (SAEDA) ຮ່ວມກັບ ອົງການ CCL ພາຍໃຕ້ໂຄງການພັດທະນາຊົນນະບົດແບບປະສົມປະສານ ໄລຍະ 2 ທີ່ແຂວງອຸດົມໄຊ.

ພວກເຮົາກຳລັງຊອກຫາບຸກຄະລາກອນທີ່ມີຄວາມຮູ້, ຄວາມສາມາດ ແລະ ໄຟແຮງ ເພື່ອຮ່ວມເປັນສ່ວນໜຶ່ງໃນການພັດທະນາຊຸມຊົນ.

📍 ຕຳແໜ່ງ: ປະສານງານໂຄງການຂັ້ນເມືອງ ດ້ານການສົ່ງເສີມຄຸ້ມຄອງຢາປາບສັດຕູພືດ (1 ຕຳແໜ່ງ)
📍 ສະຖານທີ່ປະຈຳການ: ຫ້ອງການໂຄງການ ເມືອງໄຊ, ແຂວງອຸດົມໄຊ.
⏳ ໄລຍະເວລາສັນຍາ: 24 ເດືອນ (ເລີ່ມເດືອນ 03/2026 – 02/2028)

📋 ພາລະໜ້າທີ່ຫຼັກ:

  • ສ້າງຄວາມສາມາດໃຫ້ວິຊາການ, ຊາວບ້ານ ແລະ ຮ້ານຂາຍຢາປາບສັດຕູພືດ ໃນການຄຸ້ມຄອງສານເຄມີ.

  • ປະສານງານຮ່ວມກັບອົງກອນ CCL, ສູນກາງ SAEDA ແລະ ພາກລັດທ້ອງຖິ່ນ.

  • ວາງແຜນ, ຈັດຕັ້ງປະຕິບັດ, ຕິດຕາມ ແລະ ຂຽນບົດລາຍງານກິດຈະກຳໂຄງການ.

  • ເປັນຄູຝຶກ ແລະ ນຳພາຊາວບ້ານຈັດຕັ້ງປະຕິບັດໃຫ້ໄດ້ຕາມເປົ້າໝາຍ.

  • ຖອດຖອນບົດຮຽນ ແລະ ສ້າງເອກະສານປະສົບການທີ່ດີ (Best Practices).

✅ ຄຸນນະວຸດ ແລະ ມາດຖານ:

  • ຈົບປະລິນຍາຕີ ດ້ານກະສິກຳ, ສິ່ງແວດລ້ອມ ຫຼື ຂະແໜງການທີ່ກ່ຽວຂ້ອງ.

  • ອາຍຸລະຫວ່າງ 25-35 ປີ (ສັນຊາດລາວ).

  • ມີປະສົບການຢ່າງໜ້ອຍ 3 ປີ ໃນວຽກງານຢາປາບສັດຕູພືດ, ກະສິກຳສະອາດ/ອິນຊີ ຫຼື ການພັດທະນາຊົນນະບົດ.

  • ມີທັກສະດ້ານຄອມພິວເຕີ (MS Office) ແລະ ສາມາດສື່ສານພາສາອັງກິດໄດ້ພໍສົມຄວນ.

  • ມີໃບຂັບຂີ່ລົດຈັກ ແລະ ສາມາດລົງເຮັດວຽກຢູ່ເຂດຊົນນະບົດໄດ້.

  • ພິເສດ: ຖ້າເປັນບຸກຄົນທີ່ມີພື້ນເພ ຫຼື ຖິ່ນຖານຢູ່ເມືອງໄຊ ຈະໄດ້ຮັບການພິຈາລະນາເປັນພິເສດ.

📂 ເອກະສານປະກອບການສະໝັກ:

  1. ໃບຄຳຮ້ອງສະໝັກ (ຂຽນດ້ວຍຕົນເອງ)

  2. ຊີວະປະຫວັດ (CV)

  3. ໃບປະກາດສະນີຍະບັດ ແລະ ໃບຜ່ານງານ

  4. ໃບແຈ້ງໂທດ

  5. ສຳເນົາປຶ້ມສຳມະໂນຄົວ ຫຼື ບັດປະຈຳຕົວ
    (ກະລຸນາສະແກນລວມເປັນໄຟລ໌ PDF ດຽວ)

📧 ວິທີການສະໝັກ:
ສົ່ງເອກະສານທັງໝົດມາທີ່ອີເມລ: infor.saedalaos@gmail.com

📅 ປິດຮັບສະໝັກ: ວັນທີ 06 ກຸມພາ 2025

Downloads

Contact