Lao CSO Platform

 ວິຊາການການເງິນໂຄງການ

Job Description

ປະກາດຮັບສະໝັກງານ

ສະມາຄົມຕະກຽງລາວ ມີຄວາມປະສົງຈະຮັບສະໝັກບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດ ເຂົ້າມາຮ່ວມງານໃນຕຳແໜ່ງດັ່ງນີ້:

  • ຕຳແໜ່ງ: ວິຊາການການເງິນໂຄງການ

  • ສະຖານທີ່ເຮັດວຽກ: ສະມາຄົມຕະກຽງລາວ, ນະຄອນຫຼວງວຽງຈັນ

  • ສາຍການລາຍງານ: ລາຍງານໂດຍກົງຕໍ່ ຜູ້ບໍລິຫານໂຄງການ ແລະ ຜູ້ອຳນວຍການ

1. ພາບລວມຂອງຕຳແໜ່ງ

ວິຊາການການເງິນໂຄງການ ມີໜ້າທີ່ຫຼັກໃນການຄຸ້ມຄອງ, ຕິດຕາມ ແລະ ວາງແຜນດ້ານການເງິນທັງໝົດຂອງໂຄງການ ພາຍໃຕ້ການຊີ້ນຳຂອງສະມາຄົມຕະກຽງລາວ. ຜູ້ຮັບຜິດຊອບຕຳແໜ່ງນີ້ ຕ້ອງຮັບປະກັນວ່າທຸກໆທຸລະກຳທາງການເງິນແມ່ນຖືກຕ້ອງຕາມລະບຽບການ, ມີຄວາມໂປ່ງໃສ ແລະ ສອດຄ່ອງກັບແຜນງົບປະມານທີ່ວາງໄວ້.

2. ໜ້າທີ່ ແລະ ຄວາມຮັບຜິດຊອບ

2.1 ການວາງແຜນ ແລະ ຄຸ້ມຄອງງົບປະມານ:

  • ປະສານງານກັບຜູ້ບໍລິຫານໂຄງການ ເພື່ອຈັດເຮັດແຜນງົບປະມານປະຈຳເດືອນ, ໄຕມາດ ແລະ ປີ.

  • ວິເຄາະ ແລະ ປຽບທຽບລາຍຈ່າຍຕົວຈິງກັບແຜນງົບປະມານ ເພື່ອຄວບຄຸມບໍ່ໃຫ້ລາຍຈ່າຍເກີນແຜນການທີ່ກຳນົດໄວ້.

  • ໃຫ້ຄຳແນະນຳດ້ານການເງິນແກ່ທີມງານໂຄງການ ເພື່ອໃຫ້ການນຳໃຊ້ທຶນມີປະສິດທິພາບສູງສຸດ.

2.2 ການຄຸ້ມຄອງການເບີກຈ່າຍ ແລະ ບັນຊີ:

  • ກວດສອບເອກະສານການຂໍເບີກຈ່າຍ (ໃບເກັບເງິນ ແລະ ໃບຮັບເງິນ) ໃຫ້ຖືກຕ້ອງຕາມນະໂຍບາຍການເງິນຂອງສະມາຄົມ ແລະ ຜູ້ໃຫ້ທຶນ.

  • ຈັດການ ແລະ ບັນທຶກທຸລະກຳລາຍຮັບ-ລາຍຈ່າຍ ລົງໃນລະບົບບັນຊີ ຫຼື ຖານຂໍ້ມູນຂອງໂຄງການໃຫ້ເປັນປັດຈຸບັນ.

  • ຄຸ້ມຄອງເງິນສົດຍ່ອຍຂອງໂຄງການ ແລະ ດຳເນີນການຕື່ມເງິນຕາມຄວາມຈຳເປັນ.

2.3 ການລາຍງານ ແລະ ການກວດສອບ:

  • ສ້າງບົດສະຫຼຸບລາຍງານການເງິນປະຈຳເດືອນ ແລະ ບົດລາຍງານການຄາດຄະເນກະແສເງິນສົດ.

  • ປະສານງານກັບພາກສ່ວນການເງິນຂອງຜູ້ໃຫ້ທຶນ ແລະ ຜູ້ກວດສອບບັນຊີ ໃນການກວດສອບບັນຊີປະຈຳປີ.

  • ຮັບປະກັນການປະຕິບັດພັນທະອາກອນຕ່າງໆ ທີ່ກ່ຽວຂ້ອງກັບໂຄງການ ໃຫ້ຖືກຕ້ອງຕາມກົດໝາຍຂອງ ສປປ ລາວ.

3. ຄຸນສົມບັດທີ່ຕ້ອງການ

  • ລະດັບການສຶກສາ: ຈົບປະລິນຍາຕີ ຂຶ້ນໄປ ໃນສາຂາການບັນຊີ, ການເງິນ ຫຼື ບໍລິຫານທຸລະກິດ.

  • ປະສົບການ: ມີປະສົບການເຮັດວຽກດ້ານການເງິນ ຫຼື ບັນຊີໂຄງການຢ່າງໜ້ອຍ 2-3 ປີ.

  • ທັກສະພາສາ: ສາມາດສື່ສານພາສາອັງກິດໄດ້ດີ (ທັງການເວົ້າ ແລະ ການຂຽນ).

  • ທັກສະຄອມພິວເຕີ: ມີຄວາມຊຳນານໃນການນຳໃຊ້ໂປຣແກຣມເອັກເຊວ (Excel) ໃນລະດັບສູງ ແລະ ໂປຣແກຣມບັນຊີປະເພດຕ່າງໆ.

  • ຄຸນສົມບັດສ່ວນຕົວ: ມີຄວາມຊື່ສັດສຸຈະລິດ, ລະອຽດຮອບຄອບ ແລະ ສາມາດເຮັດວຽກພາຍໃຕ້ຄວາມກົດດັນຂອງກຳນົດເວລາໄດ້ດີ.

4. ສະຫວັດດີການ ແລະ ສິ່ງຕອບແທນ

  • ເງິນເດືອນ: 5,000,000 ກີບ (ສາມາດຕໍ່ຮອງໄດ້ ຕາມປະສົບການ ແລະ ຄວາມສາມາດ).

  • ມີປະກັນໄພສັງຄົມ.

  • ມີໂບນັດປະຈຳປີ (ຕາມນະໂຍບາຍຂອງສະມາຄົມ).

  • ໂອກາດໃນການຝຶກອົບຮົມ ແລະ ພັດທະນາທັກສະໃນລະດັບສາກົນ.

5. ວິທີການສະໝັກ

ຜູ້ທີ່ສົນໃຈກະລຸນາສົ່ງ ຊີວະປະຫວັດ (CV) ແລະ ເອກະສານທີ່ກ່ຽວຂ້ອງມາທີ່:

  • ອີເມວ: takienglao@gmail.com

  • ເບີໂທລະສັບ: +856 20 99 295 503

  • ປິດຮັບສະໝັກວັນທີ: 06 ກຸມພາ 2024

Contact