Lao CSO Platform

ເປີດຮັບສະໝັກໄວໜຸ່ມ ໂຄງການ ສ້າງວິຊາຊີບ-ສ້າງອະນາຄົດ ສ້າງຄວາມສາມາດຂອງໄວໜຸ່ມລາວ ເພື່ອເຂົ້າ ເຖິງການຈ້າງງານ ແລະ ການປະກອບທຸລະກິດ

Description

ເປີດຮັບສະໝັກໄວໜຸ່ມ ໂຄງການ ສ້າງວິຊາຊີບ-ສ້າງອະນາຄົດ ສ້າງຄວາມສາມາດຂອງໄວໜຸ່ມລາວ ເພື່ອເຂົ້າ ເຖິງການຈ້າງງານ ແລະ ການປະກອບທຸລະກິດ

ໂຄງການບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ, ກຳ ລັງຈັດຕັ້ງປະຕິບັດ ໂຄງການໃໝ່ ຊື່ວ່າ ໂຄງການສ້າງວິຊາ ຊີບ-ສ້າງອະນາຄົດ ຫຼື “Skills4Work Project” ເພື່ອ ຊ່ວຍເຫຼືອໄວໜຸ່ມທີ່ຂາດໂອກາດໃນການປະກອບອາຊີບ/ ການຈ້າງງານ ຢູ່ໃນ ສປປ ລາວ ໂດຍບໍ່ຈໍາແນກເພດ, ສາສະ ໜາ ແລະ ຄວາມເຊື່ອ ເພື່ອໃຫ້ສາມາດຂ້າມຜ່ານຈາກການ ສຶກສາ ໄປສູ່ການປະກອບອາຊີບທີ່ເປັນທໍາ, ສາມາດເພິ່ງພາ ຕົນເອງໄດ້ ແລະ ມີຄວາມຍືນຍົງ.

ກິດຈະກຳຫຼັກຂອງໂຄງການ

1. ການຝຶກອົບຮົມທັກສະຊີວິດ ໃຫ້ແກ່ໄວໜຸ່ມ ເພື່ອໃຫ້ເຂົາເຈົ້າມີ ຄວາມໝັ້ນໃຈໃນຕົວເອງ, ມີເປົ້າໝາຍໃນຊີວິດ, ມີທັກສະທີ່ຈຳ ເປັນຢູ່ໃນບ່ອນເຮັດວຽກ ແລະ ການດໍາລົງຊີວິດ.

2. ສະໜັບສະໜູນທຶນການສຶກສາໃນລະດັບອາຊີວະສຶກສາ 2-3 ປີ ເພື່ອຍົກລະດັບການສຶກສາໃຫ້ແກ່ໄວໜຸ່ມ ຢູ່ຕາມບັນດາ ວິທະຍາໄລຕ່າງໆ ໃນນະຄອນຫຼວງວຽງຈັນ.

3. ສະໜັບສະໜູນການຮຽນວິຊາຊີບໄລຍະສັ້ນ 3-9 ເດືອນ ສົ່ງເສີມການຮຽນ ເຕັກນິກ/ວິຊາຊີບຕ່າງໆ ລວມທັງພາສາ ຕ່າງປະເທດ ແລະ ຄອມພີວເຕີ.

4. ສະໜັບສະໜູນການລົງຝຶກງານ ກັບບໍລິສັດ ແລະ ອົງການຕ່າງໆ ເພື່ອກຽມພ້ອມ ແລະ ສ້າງໂອກາດໃນການເຮັດວຽກ.

5. ສະໜັບສະໜູນການຝຶກອົບຮົມກ່ຽວກັບການປະກອບທຸລະກິດ ແລະ ສາມາດສະເໜີຂໍທຶນເລີ່ມຕົ້ນທຸລະກິດຂະໜາດນ້ອຍ.

6. ຮ່ວມມືກັບວິທະຍາໄລ/ສະຖາບັນຕ່າງໆ ເພື່ອນໍາເອົາ ຄູ່ມືທັກສະ ຊີວິດ ໄປປະສົມປະສານເຂົ້າໃນຫຼັກສູດການຮຽນການສອນຂອງ ໂຮງຮຽນ ແລະ ອີກຫຼາກຫຼາຍກິດຈະກຳ.

ເງື່ອນໄຂສະໝັກເຂົ້າຮ່ວມໂຄງການ:

✓ ໄວໜຸ່ມລາວ ອາຍຸ 17-25 ປີ ທີ່ອາໃສຢູ່ພາຍໃນ ນະຄອນຫຼວງວຽງຈັນ ໂດຍບໍ່ຈໍາແນກເພດ, ສາສະໜາ ແລະ ຄວາມເຊື່ອ.

✓ ຜູ້ທີ່ຢາກສ້າງຄວາມໝັ້ນໃຈໃນຕົນເອງ, ຢາກຄົ້ນຫາ ອາຊີບ ແລະ ເປົ້າໝາຍຊີວິດ.

✓ ຜູ້ທີ່ວ່າງງານ, ກໍາລັງຊອກວຽກ ຫຼື ກໍາລັງຈະຮຽນຈົບ ມ. 7, ກໍາລັງຮຽນວິທະຍາໄລ/ມະຫາວິທະຍາໄລ ປີສຸດທ້າຍ.

✓ ສາມາດອ່ານ ແລະ ຂຽນພາສາລາວໄດ້, ສາມາດເຂົ້າ ຮ່ວມການຝຶກອົບຮົມໄດ້ 2 ຄັ້ງຕໍ່ອາທິດ, ຄັ້ງລະ 3 ຊົ່ວໂມງ, ຕິດຕໍ່ກັນ 7 ອາທິດ (ມີຄ່າເດີນທາງ, ອາຫານ ໃຫ້).

✓ ຜູ້ທີ່ມາຈາກຄອບຄົວທຸກຍາກ, ໄວໜຸ່ມກຳພ້າກຳພອຍ, ດ້ອຍໂອກາດ ຈະພິຈາລະນາເປັນພິເສດ.

ສອບຖາມຂໍ້ມູນເພີ່ມຕື່ມ:

ໂຄງການບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ ຖະໜົນໄກສອນພົມວິຫານ (ຫຼັກ 6) ບ້ານ ສີວິໄລ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ/ວັອດແອັບ: 555 05569/020 5873 2392 ໂທລະສັບ: 021 710 544

Contact