Lao CSO Platform

ນັກພັດທະນາຊຸມຊົນແບບມີສ່ວນຮ່ວມ

Description

📣 ພ້ອມແລ້ວຫຼືຍັງ ກັບການຝຶກອົບຮົມຫົວຂໍ້ “ນັກພັດທະນາຊຸມຊົນແບບມີສ່ວນຮ່ວມ” ຊຸດທີ 8️⃣. ໃນໄວໄວນີ້, ສູນພັດທະນາ ການຮຽນຮູ້ແບບມີສ່ວນຮ່ວມ (ສຮຮ) ກຳລັງຈະເປີດຮັບສະໝັກໄວໜຸ່ມທົ່ວປະເທດທີ່ຕ້ອງການພັດທະນາທັກສະຕົນເອງ ແລະ ຕ້ອງການຮຽນຮູ້ວຽກງານການພັດທະນາຊຸມຊົນ ‼️

📝 ນ້ອງໆຈະໄດ້ຮຽນຮູ້ ຫຼາຍກວ່າ 15 ຫົວຂໍ້ທີ່ໜ້າສົນໃຈ ເຊັ່ນ:

✅ ທັກສະການເຮັດວຽກເປັນທີມ.
Team building/Teamwork skill.
✅ ທັກສະການເປັນຜູ້ອຳນວຍຄວາມສະດວກ.
Facilitator in community skill.
✅ ພາວະຄວາມເປັນຜູ້ນຳ.
Youth Leadership.
✅ ການວິເຄາະບັນຫາຊຸມຊົນ.
Problem solving/Problem Analysis.
✅ ການຂຽນບົດສະເໜີໂຄງການ.
Project Proposal Writing.
✅ ທັກສະພື້ນຖານຄອມພີວເຕີ້.
Computer skill.
✅ ການຜະລິດສື່ສຳລັບການພັດທະນາຊຸມຊົນ.
Media production for community development .
✅ ແລະ ອື່ນໆ…

ນອກນີ້, ຍັງມີແຂກຮັບເຊີນຈາກຫຼາກຫຼາຍຂະແໜງການ ແລະ ມີປະສົບການຫຼາຍກວ່າ 10 ປີ ທີ່ຈະມາແບ່ງປັນຄວາມຮູ້ໃຫ້ກັບບັນດາຜູ້ເຂົ້າຮ່ວມໃນຊຸດນີ້❗

🔺 ພິເສດໄປກວ່ານັ້ນ : ທາງສູນພວກເຮົາຍັງມີ small grant ຫຼື ທຶນຂະໜາດນ້ອຍ ໃຫ້ແກ່ໄວໜຸ່ມນັກຝຶກອົບຮົມ ລົງໄປຈັດຕັ້ງປະຕິບັດກິດຈະກຳໂຄງການ ໃນຊຸມຊົນອີກດ້ວຍ ✨
.
.
ນ້ອງໆຄົນໃດທີ່ມີຄວາມສົນໃຈ ຢ່າລືມກົດ Follow ຫຼື ກົດ Favorites Page: PAKA-Participatory Development Knowledge Agency ໄວ້ເດີ້ຈະໄດ້ບໍ່ພາດຂໍ້ມູນຂ່າວສານດີໆຈາກພວກເຮົາ
________________
ສອບຖາມເພີ່ມເຕີມທີ່:
📲 020 93656463
📲 020 29891191

Contact