Lao CSO Platform

ເຊີນເຂົ້າຮ່ວມສະເໜີລາຄາອຸປະກອນໄຟຟ້າໂຊລາເຊວ

ເຊີນເຂົ້າຮ່ວມສະເໜີລາຄາອຸປະກອນໄຟຟ້າໂຊລາເຊວ ສະມາຄົມ ພັດທະນາຊຸມຊົນ ບ້ານເຮົາ (ສພຊຮ) | Association for Community Development (ACD) ເຖິງ: ບໍລິສັດ ແລະ ຜູ້ຈຳໜ່າຍອຸປະກອນໄຟຟ້າໂຊລາເຊວ ທີ່ນັບຖືເລື່ອງ: ຂໍລາຄາອຸປະກອນໄຟຟ້າໂຊລາເຊວ ສະມາຄົມພັດທະນາຊຸມຊົນບ້ານເຮົາ (ສພຊຮ) ກຳລັງຈັດຕັ້ງປະຕິບັດໂຄງການ “Access to electricity via renewable energies for poor communities” ຢູ່ 05 ບ້ານ ຂອງເມືອງຕະໂອ້ຍ ແລະ ສະໝ້ວຍ, ແຂວງ ສາລະວັນ. ປະຈຸບັນ, ໂຄງການດັ່ງກ່າວ ມີແຜນຈະຊື້ອຸປະກອນໄຟຟ້າໂຊລາເຊວ ເພື່ອໄປຕິດຕັ້ງຢູ່ບ້ານເປົ້າໝາຍດັ່ງກ່າວ, ດັ່ງມີລາຍລະອຽດລຸ່ມນີ້: ລາຍການອຸປະກອນທີ່ຕ້ອງການ: ລຳດັບ ສະຖານທີ່ (ບ້ານ ແລະ ເມືອງ) ລາຍລະອຽດຊຸດອຸປະກອນ ລະຫັດຊຸດ ລຳດັບ ສະຖານທີ່ (ບ້ານ ແລະ ເມືອງ) ລາຍລະອຽດຊຸດອຸປະກອນ ລະຫັດຊຸດ 1 ບ້ານປະສືງ, […]

ເຊີນເຂົ້າຮ່ວມປະກວດລາຄາ ການເປັນຜູ້ກວດສອບບັນຊີ ປະຈຳປີ 2025

ປະກາດເຊີນເຂົ້າຮ່ວມປະກວດລາຄາ ການເປັນຜູ້ກວດສອບບັນຊີ ປະຈຳປີ 2025 ສະມາຄົມຊຸມຊົນເພື່ອຊີວິດ ແລະ ສິ່ງແວດລ້ອມ (ສພຊສ) ຂໍຖືເປັນກຽດແຈ້ງມາຍັງບັນດາບໍລິສັດກວດສອບບັນຊີທີ່ຢູ່ພາຍໃນປະເທດລາວ ທີ່ມີໃບອະນຸຍາດເຄື່ອນໄຫວຖືກຕ້ອງຕາມກົດໝາຍຂອງ ສປປ ລາວ ເຂົ້າຮ່ວມປະກວດລາຄາ ເພື່ອເປັນຜູ້ກວດສອບບັນຊີຂອງສະມາຄົມ ສພຊສ ປະຈຳປີ 2025. ລາຍລະອຽດການກວດສອບ: ໄລຍະເວລາຂອງການກວດສອບ: ຂໍ້ມູນຕັ້ງແຕ່ວັນທີ 01 ມັງກອນ 2025 ຫາວັນທີ 31 ທັນວາ 2025. ຂອບເຂດວຽກງານ: ກວດສອບລາຍຮັບ ແລະ ລາຍຈ່າຍ ປະຈຳປີ 2025. ສະຖານທີ່: ຫ້ອງການໃຫຍ່ຂອງສະມາຄົມ ສພຊສ (ບ້ານ ໂພນມີໄຊ, ເມືອງແປກ, ແຂວງຊຽງຂວາງ). ເງື່ອນໄຂຜູ້ສະໝັກ: ມີໃບອະນຸຍາດເຄື່ອນໄຫວວຽກງານກວດສອບບັນຊີຖືກຕ້ອງ. ມີຊ່ຽວຊານທີ່ປຶກສາທີ່ມີປະສົບການຢ່າງໜ້ອຍ 5 ປີຂຶ້ນໄປ. ທີ່ປຶກສາມີລະດັບການສຶກສາຂັ້ນ ປະລິນຍາຕີ ຂຶ້ນໄປ. ເປັນອົງກອນທີ່ຕັ້ງຢູ່ພາຍໃນປະເທດລາວ. 📅 ກຳນົດການປິດຮັບເອກະສານ:ປິດຮັບເອກະສານຂອບເຂດວຽກງານ ແລະ ໃບສະເໜີລາຄາ ພາຍໃນເວລາ 17:00 ໂມງ ຂອງວັນທີ 20 ມັງກອນ […]

ໜັງສືແຈ້ງເຊີນເຂົ້າຮ່ວມປະມູນສົມທຽບລາຄາໃຫ້ບໍລິການລົດເຊົ່າ

ຫ້ອງການສະມາຄົມ ແມ່ຍິງ ຮ່ວມໃຈພັດທະນາເລກທີ: 103 / MHPແຂວງ ບໍ່ແກ້ວ, ວັນທີ: 26 JUN 2026 ໜັງສືແຈ້ງເຊີນເຂົ້າຮ່ວມປະມູນສົມທຽບລາຄາໃຫ້ບໍລິການລົດເຊົ່າ ສະມາຄົມ ແມ່ຍິງ ຮ່ວມໃຈພັດທະນາ (MHP) ແມ່ນເປັນອົງກອນທີ່ບໍ່ຫວັງຜົນກຳໄລ ຮ່ວມໃຈພັດທະນາສັງຄົມ ດ້ວຍຄວາມໂປ່ງໃສ ເນັ້ນໃສ່ປະສິດທິຜົນ ເປີດໂອກາດໃຫ້ທຸກຄົນ ບົນຄວາມສຸກແຫ່ງການປ່ຽນແປງ. ປະຈຳຢູ່ແຂວງ ບໍ່ແກ້ວ ແລະ ກຳລັງຈັດຕັ້ງປະຕິບັດໂຄງການ ຢູ່ 5 ເມືອງຂອງແຂວງບໍ່ແກ້ວ (ເມືອງ ຫ້ວຍຊາຍ, ເມືອງ ຜາອຸດົມ, ເມືອງ ປາກທາ, ເມືອງ ຕົ້ນເຜິ້ງ ແລະ ເມືອງ ເມິງ) ມີຫ້ອງການໃຫຍ່ ຢູ່ບ້ານ ຂອນແກ້ວ, ເມືອງ ຫ້ວຍຊາຍ, ແຂວງ ບໍ່ແກ້ວ. ສະມາຄົມ ແມ່ຍິງ ຮ່ວມໃຈພັດທະນາ (MHP) ຂໍຖືໂອກາດແຈ້ງເຊີນມາຍັງບັນດາບໍລິສັດ, ບຸກຄົນ, ນິຕິບຸກຄົນ ທີ່ມີປະສົບການໃນການໃຫ້ບໍລິການລົດເຊົ່າ ປະເພດລົດຕູ້ ແລະ […]