Lao CSO Platform

ໂຄງການໃຫ້ຄໍາປຶກສາ ( Mentorship )

Funding Description

ອົງການ IRI ຮັບສະໝັກອົງການຈັດຕັ້ງສັງຄົມ  ເພື່ອເຂົ້າຮ່ວມ ໂຄງການໃຫ້ຄໍາປຶກສາ ( Mentorship ) ເປັນໂຄງການໄລຍະ 12 ເດືອນ, ອອກແບບມາເພື່ອສະໜອງຄໍາແນະນໍາດ້ານວິຊາການ ແລະ ການຊ່ວຍເຫຼືອໃຫ້ ແກ່ອົງການຈັດຕັ້ງສັງຄົມ  ຢູ່ໃນນະຄອນຫຼວງວຽງຈັນ ( ຈໍານວນ 5 ອົງກອນ ) ເພື່ອປັບປຸງການດໍາເນີນງານການຈັດຕັ້ງປະຕິບັດຂອງອົງກອນ. ການໃຫ້ຄໍາປຶກສາ, ຄໍາແນະນໍາ ແລະ ການຊ່ວຍເຫຼືອ ຈະສຸມໃສ່ຫົວຂໍ້ຕ່າງໆ ເຊັ່ນ: ການເຂົ້າເຖິງແຫຼ່ງທຶນ ແລະ ການຂຽນບົດສະເໜີໂຄງການ, ແລະ ປັບປຸງຍຸດທະສາດຂອງອົງກອນ, ການຊອກຫາ ແລະ ຍາດແຍ່ງໂອກາດຮັບການຊ່ວຍເຫຼືອ ແລະ ການຄຸ້ມຄອງຊັບພະຍາກອນມະນຸດ.

ອົງກອນໃດມີຄວາມສົນໃຈ ສາມາດສົ່ງໃບສະໝັກເປັນພາສາລາວ ຫຼື ພາສາອັງກິດ. ໃບສະໝັກທີ່ສົ່ງເປັນຮູບແບບ Word ຫຼື doc ສາມາດຂຽນເປັນພາສາລາວ.

ໃບສະໝັກທັງໝົດຕ້ອງສົ່ງໃຫ້ທີມງານ IRI ລາວ ຜ່ານ  ຫຼື ໃນຮູບແບບ “.doc” ສົ່ງໄປທີ່ຢູ່ lweitzman@iri.org ພາຍໃນວັນທີ 21 ພຶດສະພາ 2024. ຜູ້ເຂົ້າຮອບສຸດທ້າຍອາດຈະຕ້ອງເຂົ້າຮ່ວມການສໍາພາດແບບສັ້ນໆຮ່ວມກັບຜູ້ໃຫ້ຄຳປຶກສາ (mentors).

ໃບສະໝັກທັງໝົດຕ້ອງສົ່ງໃຫ້ທີມງານ IRI ລາວ ຜ່ານ Forms link ຫຼື ໃນຮູບແບບ “.doc” ສົ່ງໄປທີ່ຢູ່ lweitzman@iri.org ພາຍໃນວັນທີ 21 ພຶດສະພາ 2024. ຜູ້ເຂົ້າຮອບສຸດທ້າຍອາດຈະຕ້ອງເຂົ້າຮ່ວມການສໍາພາດແບບສັ້ນໆຮ່ວມກັບຜູ້ໃຫ້ຄຳປຶກສາ (mentors).

ຜູ້ໃຫ້ຄຳປຶກສາ (mentors) ຈະຕ້ອງຕິດຕາມກັບຜູ້ຮັບຄໍາປຶກສາ (mentee) ເປັນໄລຍະ ແບບເຊິ່ງໜ້າ ຫຼື ອອນລາຍ ເພື່ອສັງເກດ ແລະ ປະເມີນຄວາມຄືບໜ້າຂອງອົງການຈັດຕັ້ງ ແລະ ປຶກສາຫາລືກັບພະນັກງານໂດຍກົງ.

ຜູ້ຮັບຄໍາປຶກສາ (mentees) ມີໜ້າທີ່:

ເຂົ້າຮ່ວມກອງປະຊຸມສໍາມະນາ 4 ຄັ້ງພາຍໃນໄລຍະເວລາ 1 ປີ ທີ່ນະຄອນຫຼວງວຽງຈັນ. ກອງປະຊຸມແຕ່ລະຄັ້ງ ຈະດຳເນີນເປັນເວລາ 2-3 ວັນ ແລະ ດໍາເນີນເປັນພາສາອັງກິດ.
ຕັ້ງເປົ້າໝາຍທີ່ບັນລຸໄດ້ຈິງ ເພື່ອເສີມສ້າງພາລະກິດຂອງອົງການຈັດຕັ້ງ ແລະ ຄວາມສາມາດໃນການຈັດຕັ້ງປະຕິບັດໃນນາມຂອງຊຸມຊົນໃນລາວ;
ສ້າງແຜນປະຕິບັດງານຮ່ວມກັບຜູ້ໃຫ້ຄໍາປຶກສາ (mentor);
ລາຍງານຄວາມຄືບໜ້າກ່ຽວກັບແຜນດຳເນີນງານຂອງຕົນໃຫ້ຜູ້ໃຫ້ຄໍາປຶກສາ (mentor) ເປັນປະຈໍາ;
ຕິດຕໍ່ສື່ສານເປັນປະຈໍາກັບ ຜູ້ໃຫ້ຄໍາປຶກສາ (mentor) ໃນຊ່ວງທີ່ຜູ້ໃຫ້ຄໍາປຶກສາ (mentor) ບໍ່ໄດ້ລົງຕິດຕາມ ເພື່ອລາຍງານຄວາມຄືບຫນ້າແບບບໍ່ເປັນທາງການ (ລວມທັງສິ່ງທ້າທາຍທີ່ເຂົາເຈົ້າກໍາລັງປະເຊີນ).

Forms (online): https://forms.office.com/r/BA4ajXCNLb
Word (text): See attached.

Contact