Lao CSO Platform

ໂຄງການກະສິກຳເພື່ອໂພຊະນາການ ໄລຍະ II (ANF II)

Funding Description

ປະກາດຫາບົດສະເໜີໂຄງການໂດຍຫຍໍ້
ໂຄງການກະສິກຳເພື່ອໂພຊະນາການ ໄລຍະ II (ANF II) ໄດ້ຮັບການຈັດຕັ້ງປະຕິບັດໂດຍກົມແຜນການ ແລະ ການຮ່ວມມື, ກະຊວງກະສິກຳ ແລະ ປ່າໄມ້ ຊຶ່ງ ເປັນການສືບຕໍ່ຈາກຜົນໄດ້ຮັບໃນໄລຍະ 1 ດ້ວຍການສະໜັບສະໜູນຢ່າງຕໍ່ເນື່ອງຈາກກອງທຶນສາກົນເພື່ອການພັດທະນາກະສິກຳ (IFAD) ແລະ ອົງການອາຫານ ໂລກ (WFP), ລັດຖະບານແຫ່ງ ສປປ ລາວ ແລະ ທຶນໃໝ່ຈາກໂຄງການກະສິກຳ ແລະ ຄວາມໝັ້ນຄົງດ້ານອາຫານໂລກ (GAFSP) ເພື່ອປະຕິບັດໂຄງການດັ່ງທີ່ໄດ້ ລະບຸໄວ້ໃນບົດສະເຫນີໂຄງການ.

ເປົ້າໝາຍໂຄງການ ແລະ ຈຸດປະສົງ:

ເປົ້າໝາຍຂອງໂຄງການແມ່ນເຮັດໃຫ້ 28,000 ຄອບຄົວທີ່ມີຄວາມສ່ຽງທີ່ອາໄສຢູ່ໃນເຂດໂຄງການສາມາດເພີ່ມລາຍຮັບໃຫ້ໄດ້ 20% ໃນປີ 2030.

ຄວາມສໍາຄັນ ແລະ ຂອບເຂດຂອງບົດສະເໜີໂຄງການໂດຍຫຍໍ້:

ໂຄງການກະສິກຳເພື່ອໂພສະນາການ ໄລຍະ 2 ແມ່ນໄດ້ມີການຊຸກຍູ້ໃຫ້ບັນດາສະມາຄົມທີ່ມີປະສົບການ ແລະ ມີຄຸນວຸດທິ ທີ່ເໝາະສົມ ທີ່ມີຄວາມສັນໃຈໃນການ ບໍລິການໃຫ້ແກ່ຄົວເຮືອນຊົນນະບົດໃນເຂດເປົ້າໝາຍຂອງໂຄງການກະສິກຳເພື່ອໂພສະນາການ ໄລຍະ II, ໃຫ້ສະໝັກເອົາ “ທຶນພັດທະນາ ໂດຍການຍື່ນບົດສະເໜີ ໂຄງການໂດຍຫຍໍ້ຕາມກອບຂໍ້ກຳນົດຂອງໂຄງການ ກະສິກຳເພື່ອໂພສະນາການ ໄລຍະ II (ກະລຸນາເບິ່ງແບບຟອມໃນຄູ່ມືການນໍາໃຊ້ກອງທຶນພັດທະນາ).

ໄລຍະເວລາ:

ໄລຍະເວລາຂອງໂຄງການແມ່ນ 12 ເດືອນ ແລະ ບໍ່ເກີນ 24 ເດືອນ ນັບແຕ່ເດືອນກຸມພາ 2025 ເປັນຕົ້ນໄປ.

ຄຸນວຸດທິ ແລະ ປະສົບການທີ່ຕ້ອງການ:

ສະມາຄົມລາວທີ່ມີຄວາມສົນໃຈ ຕ້ອງສອດຄ່ອງກັບເງື່ອນໄຂດັ່ງຕໍ່ໄປນີ້:

  • ມີການຈົດທະບຽນເປັນສະມາຄົມ ຫຼື ຢູ່ໃນຂັ້ນຕອນການຈົດທະບຽນຕາມດຳລັດວ່າດ້ວຍສະມາຄົມ ເລກທີ່ 238/ລບ.
  • ມີປະສົບການທີ່ພິສູດແລ້ວຢ່າງໜ້ອຍ 3 ປີ ໃນຂະແໜງການໃດໜຶ່ງ ດັ່ງນີ້: ກະສິກຳທີ່ເປັນມິດຕໍ່ສະພາບແວດລ້ອມ, ການປັບຕົວຕໍ່ການປ່ຽນແປງຂອງ ດິນຟ້າອາກາດ, ຄວາມຂາດແຄນທາງດ້ານໂພຊະນາການ, ການໃຫ້ຄວາມຮູ້ທາງດ້ານທຸລະກິດ ແລະ ການເງິນ, ການສ້າງຂີດຄວາມສາມາດ, ການເສື່ອມ ສານບົດບາດຍິງ-ຊາຍ, ການມີສ່ວນຮ່ວມຂອງສັງຄົມຢ່າງທົ່ວເຖິງ (ລວມທັງຊາວໜຸ່ມ, ຄົນຊົນເຜົ່າ, ຄົນພິການ, ການຕິດຕາມ ແລະ ການປະເມີນຜົນ.
  • ການຖ່າຍທອດຄວາມຮູ້ ແລະ ການສື່ສານ).
  • ໄດ້ພິສູດປະສົບການໃນການເຮັດວຽກກັບຊຸມຊົນເຂດຫ່າງໄກສອກຫຼີກໃນແຂວງເປົ້າໝາຍຂອງໂຄງການ ກະສິກຳເພື່ອໂພສະນາການ ໄລຍະ II.
  • ມີລະບົບການຄຸ້ມຄອງບັນຊີ ແລະ ການເງິນທີ່ໜ້າເຊື່ອຖື.

ວິທີສະຫມັກ:

  • ສະມາຄົມທີ່ສົນໃຈ ແມ່ນໃຫ້ຂຽນບົດສະເໜີໂຄງການໂດຍຫຍໍ້ ແລ້ວສົ່ງມາທີ່ອີເມວ: npco.cso@afn2 org.la ໃນເວລາທີ່ກຳນົດໄວ້ລຸ່ມນີ້ ແລະໃຫ້ສອດຄ່ອງກັບ
  • ຄໍາແນະນໍາທີ່ລະບຸໄວ້ໃນ ຄູ່ມືການນໍາໃຊ້ກອງທຶນພັດທະນາ. ຫຼັງຈາກນັ້ນ ໃຫ້ສົ່ງແບບຟອມສະຫມັກມາແບບຟາຍອີເລັກໂທລນິກ, ແນວໃດກໍ່ຕາມ, ສຳຫຼັບ
  • ແບບຟອມທີ່ເປັນເອກະສານ ກໍ່ຍັງສາມາດສົ່ງມາໄດ້ ຕາມທີ່ຢູ່ທີ່ໄດ້ລະບຸຂ້າງລຸ່ມນີ້.
  • ໄວຫນຸ່ມ (ອາຍຸ 15-35): ແລະ
  • ອື່ນໆ (ຮັບປະກັນໃຫ້ມີເພດຍິງຢ່າງໜ້ອຍ 50% ແລະ ກວມ
  • ເອົາຊົນເຜົ່າຕ່າງໆສູງເຖິງ 70%).

ງົບປະມານະ

  • ງົບປະມານຕໍ່ໜຶ່ງທຶນແມ່ນລະຫວ່າງ USD 30,000 – USD 50,000
  • ບົດສະເໜີໂຄງການໂດຍຫຍໍ້ແມ່ນໃຫ້ສົ່ງເປັນພາສາລາວ. ໃນກໍລະນີທີ່ຂຽນ
  • ເປັນພາສາອັງກິດ, ກໍຄວນມີສະບັບແປເປັນພາສາລາວມາພ້ອມ.

ມື້ກຳນົດສົ່ງໃບສະຫມັກ:

ການປິ່ນບົດສະເໜີໂຄງການໂດຍຫຍໍ້ ແມ່ນບໍ່ໃຫ້ເກີນວັນທີ 27 ກັນຍາ 2024.

ຂະບວນການຄັດເລືອກ:

ລາຍຊື່ທີ່ຖືກຄັດເລືອກ: ເມື່ອໄດ້ຮັບບົດສະເໜີໂຄງການໂດຍ ຫຍໍ້ແລ້ວ, ໂຄງການກະສິກຳເພື່ອໂພສະນາການ 2 ຈະທົບທວນຄືນເອກະສານທີ່ໄດ້ຮັບເພື່ອການຄັດເລືອກສະມາຄົມທີ່

ມີທ່າແຮງ, ແລະສະມາຄົມທີ່ຖືກຄັດເລືອກຈະຖືກແຈ້ງໃຫ້ສິ່ງບົດສະເຫນີໂຄງການແບບລະອຽດຕາມພາຍຫລັງ.

ເປົ້າໝາຍຜູ້ໄດ້ຮັບຜົນປະໂຫຍດ: ສະມາຄົມທີ່ສະໝັກ ແມ່ນຈະໃຫ້ບໍລິການສະເພາະກຸ່ມເປົ້າໝາຍຂອງ

ໂຄງການ ກະສິກຳເພື່ອໂພສະນາການ ໄລຍະII, ໂດຍສະເພາະແມ່ນ:

  • ເດັກນ້ອຍອາຍຸຕໍ່າກວ່າ 5 ປີ (CU5s);
  • ເດັກຍິງໄວລຸ້ນ (ອາຍຸ 10-19 ປີ);
  • ແມ່ຍິງໃນໄວຈະເລີນພັນ (ອາຍຸ 15-49 ປີ)
  • ຫ້ອງການປະສານງານໂຄງການແຫ່ງຊາດ (NPCO), ກົມແຜນການ ແລະ ການຮ່ວມມື (DOPC), ກະຊວງກະສິກຳ ແລະປ່າໄມ້ (MAF)

ບ້ານໂພນໄຊ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ, ສປປ ລາວ ໂທລະສັບ: 856-21-416 556: ມີຖີ: 856-20-2222 0565

Contact