Lao CSO Platform

ການກຳນົດມາດຕະຖານ ແລະ ສ່ວນປະສົມໃນການຜະລິດເຕົາປະຢັດ

Job Description

ສະມາຄົມ ເພຶ່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ARMI) ຂອງພວກເຮົາຂໍຖືເປັນກຽດຮຽນເຊີນມາຍັງ ບັນດາບໍລິສັດ, ອົງການຈັດຕັ້ງສັງຄົມ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນຕ່າງໆ ທີ່ມີຄວາມສົນໃຈກ່ຽວກັບການກຳນົດມາດຕະຖານ ແລະ ສ່ວນປະສົມໃນການຜະລິດເຕົາປະຢັດ.
ໜ້າວຽກຫຼັກປະກອບມີ:
1) ກວດສອບ ແລະ ທົດສອບຕົວຢ່າງດິນໃນແຕ່ລະໂຮງງານຜູ້ຜະລິດ ແລະ ບໍ່ດິນທີ່ຜູ້ຜະລິດນຳມາໃຊ້ໃນປະຈຸບັນ ເພຶ່ອໃຫ້ໄດ້ດິນທີ່ເໝາະສົມກັບການປ້ັນເຕົາ;
2) ກຳນົດປະເພດ ແລະ ດິນທີ່ໄດ້ມາດຕະຖານ ແລະ ອັດຕາສ່ວນປະສົມຂອງດິນແຕ່ລະຊະນິດສຳລັບຜະລິດເຕົາ;
3) ສັງຮວມຂໍ້ມູນດິນຈາກບັນດາຜູ້ຜະລິດ ແລ້ວນຳມາຮຽບຮຽງ-ຈັດລຽງບັນດາຂໍ້ມູນໃຫ້ເປັນລະບົບ ພ້ອມທັງ ຂຽນເປັນເອກະສານອ້າງອິງກ່ຽວກັບ ມາດຖານດິນ ແລະ ອັດຕາສ່ວນປະສົມຂອງດິນແຕ່ລະຊະນິດທີ່ຈະເອົາມານຳໃຊ້ໃນການຜະລິດເຕົາປະຢັດ ລວມທັງວິທີການທົດສອບກວດສອບແບບຢູ່ພາກສະໜາມ.
4) ຈັດຝຶກອົບຮົມໃຫ້ແກ່ຜູ້ຜະລິດ, ພະນັກງານຂອງສະມາຄົມ ແລະ ພາກສ່ວນກ່ຽວຂ້ອງກ່ຽວກັບ ວິທີການກວດສອບມາດຕະຖານການທົດສອບດິນ.

ສຳລັບ ທ່ານໃດທີ່ມີຄວາມຮູ້ຄວາມສາມາດທາງດ້ານດິນ ແລະ ມີຄວາມສົນໃຈ ກະລຸນາຕິດຕໍ່ທີມງານສະມາຄົມ ຜ່ານທາງ ອີເມວ: souvanny@armi.la ຫຼື info@armi.la ເບີໂທລະສັບ: +856 95 780 087 ຫຼື +856 97 660 842.
ໝາຍເຫດ: ປີດຮັບສະໝັກແຕ່ວັນທີ່ 22 ເມສາ 2024, ເວລາ 17:00 ແລງ.

Downloads

Contact