Lao CSO Platform

ຄູຝຶກສ້າງຄວາມສາມາດດ້ານກະສິກຳສະຫຼາດດ້ານດິນຟ້າອາກາດ (CSA)

Job Description

ປະກາດຮັບສະໝັກຄູຝຶກ
ກ່ຽວກັບການສ້າງຄວາມສາມາດດ້ານກະສິກຳສະຫຼາດດ້ານດິນຟ້າອາກາດ (CSA) ຕໍ່ການຜະລິດພືດຜັກ
I. ພາລະໜ້າທີ່ຂອງສະມາຄົມເຊດາ

ສະມາຄົມພັດທະນາກະສິກຳແລະສິ່ງແວດແບບຍືນຍົງ (ສກສຍ) ແມ່ນສະມາຄົມບໍ່ຫວັງຜົນກຳໄລ. ສກສຍ ມີວິໃສທັດເພື່ອອານາຄົດຂອງຊຸມຊົນລາວໃນການປັບປຸງການດໍາລົງຊີວິດໃຫ້ດີຂື້ນ ແລະ ຍືນຍົງ ທາງດ້ານການຄໍ້າປະກັນດ້ານສະບຽງອາຫານ ແລະ ໂພຊະນາການດ້ວຍການພັດທະນາກະສິກຳ ແລະ ອະນຸລັກສິ່ງແວດລ້ອມ.

ສກສຍ ມີພາລະກິດເພື່ອສົ່ງເສີມກະສິກຳແບບຍືນຍົງ, ອາຫານ ແລະ ອະນຸລັກສິ່ງແວດລ້ອມ ດ້ວຍການພັດທະນາຂີດຄວາມສາມາດທາງດ້ານການສ້າງລາຍຮັບທີ່ນໍາໃຊ້ວິທີການແບບມີສ່ວນຮ່ວມຂອງຊຸມຊົນທຸກຍາກ ເຊິ່ງປະກອບດ້ວຍຊາວກະສິກອນ, ຜູ້ດ້ອຍໂອກາດ, ແມ່ຍິງ, ຊາວໜຸ່ມ ແລະ ກຸ່ມຊົນເຜົ່າ.

ສະມາຄົມໄດ້ມີໂຄງການສົ່ງເສີມກະສິກຳນິເວດເພື່ອຊາວກະສິກອນຂະໜາດນ້ອຍ ຢູ່ແຂວງຈຳປາສັກ ແມ່ນໄດ້ຈັດຕັ້ງຢູ່ 15 ບ້ານ 2 ເມືອງ (ເມືອງໂພນທອງ, ເມືອງປາກຊ່ອງ) ແລະ 1 ນະຄອນປາກເຊ.

II. ຄຸນນະວຸດ ແລະ ປະສົບການ

  • ຕ້ອງມີປະສົບການກ່ຽວກັບການປະເມີນຜົນກະທົບດິນຟ້າອາກາດຕໍ່ກະສິກຳ ຢ່າງໜ້ອຍ 3 ປີຂຶ້ນໄປ
  • ເຄີຍມີປະສົບການເຮັດວຽກກ່ຽວກັບການພັດທະນາຊຸມຊົນ ແລະ ການເປັນຄູຝຶກ
  • ເປັນຄົນສັນຊາດລາວ
  • ສາມາດເດີນທາງໄປຕ່າງແຂວງໄດ້ (ແຂວງພາກໄດ້)
  • ມີສຸຂະພາບແຂງແຮງ
  • ສາມາດເຮັດວຽກແຕ່ວັນທີ 28-30/04/2025 ຫາ ວັນທີ 01/05/2025

III. ໜ້າທີ່ຮັບຜິດຊອບຫຼັກ

  • ອອກແບບການຝຶກອົບຮົມຮ່ວມກັບຜູ້ຮັບຜິດຊອບໂຄງການ
  • ເປັນຄູຝຶກກ່ຽວກັບການສ້າງຄວາມສາມາດດ້ານກະສິກຳສະຫຼາດດ້ານດິນຟ້າອາກາດຕໍ່ການຜະລິດພືດຜັກ:
    • ການປະເມີນຄວາມສ່ຽງ
    • ພື້ນຖານການປ່ຽນແປງດິນຟ້າອາກາດ
    • ການວິເຄາະຄວາມບອບບາງ ແລະ ການຮັບມືກັບດິນຟ້າອາກາດ
    • ແຜນທີ່ຄວາມສ່ຽງຂອງສວນ
    • ປະເມີນຊັບພະຍາກອນຂອງຊາວກະສິກອນເປົ້າໝາຍ
    • ປະເມີນຜົນກະທົບຊັບພະຍາກອນຂອງຊາວກະສິກອນເປົ້າໝາຍ (ປະຫວັດຂອງຜົນກະທົບ, ປະຕິທິນລະດູການປູກພືດຜັກ, ຕ້ອງໂສ້ຜົນກະທົບພືດຜັກ, ຕາຕະລາງຄວາມສ່ຽງພືດຜັກ, ສາຍພົວພັນໃນຊຸມຊົນຕໍ່ພືດຜັກ, ແນວທາງການປັບຕົວ)
    • ແຜນການປັບຕົວພືດຜັກ
    • ວິທີປະເມີນມາດຕະການ ແລະ ຄວາມເປັນໄປໄດ້ໃນການປ້ອງກັນ ແລະ ບົບຕົວ ແລະ ອື່ນທີ່ກ່ຽວຂ້ອງ
  • ຂຽນບົດລາຍງານຜົນຂອງການຝຶກອົບຮົມໃຫ້ໂຄງການ

IV. ວັນເວລາ ແລະ ສະຖານທີ່

ຈໍານວນວັນເຮັດວຽກທັງໝົດ 6 ວັນ:

  • ກຽມເອກະສານ 1 ວັນ
  • ຝຶກອົບຮົມ 4 ວັນ
  • ຂຽນບົດລາຍງານ 1 ວັນ

ຕາຕະລາງການເດີນທາງ:

  • ເດີນທາງຈາກວຽງຈັນຫາປາກເຊ ວັນທີ 27/04/2025
  • ຝຶກອົບຮົມ ວັນທີ 28-30/04/2025 ຫາ ວັນທີ 01/05/2025
  • ເດີນທາງກັບນະຄອນຫຼວງວຽງຈັນ ວັນທີ 02/05/2025

ສະຖານທີ່: ນະຄອນປາກເຊ

V. ການສະໝັກ

ທ່ານໃດສົນໃຈສາມາດຍື່ນຄໍາຮ້ອງສະໝັກຂຽນດ້ວຍຕົວເອງ ພ້ອມດ້ວຍ ຊີວະປະຫວັດ, ສົ່ງມາທາງອີແມ່ວ: infor.saedalaos@gmail.com

ປິດຮັບສະໝັກ: ວັນທີ 25/04/2025

Downloads

Contact