Lao CSO Platform

ຄູຝຶກສ້າງຄວາມອາດສາມາດ

Job Description

ປະກາດຮັບສະໝັກຄູຝຶກ
ກ່ຽວກັບການສ້າງຄວາມອາດສາມາດ ແລະ ການສະໜັບສະໜູນວິທີການຂຽນແຜນການ/ບົດສະເໜີໂຄງການຂະໜາດນ້ອຍ
I. ພາລະໜ້າທີ່ຂອງສະມາຄົມເຊດາ

ສະມາຄົມພັດທະນາກະສິກຳແລະສິ່ງແວດແບບຍືນຍົງ (ສກສຍ) ແມ່ນສະມາຄົມບໍ່ຫວັງຜົນກຳໄລ. ສກສຍ ມີວິໃສທັດເພື່ອອານາຄົດຂອງຊຸມຊົນລາວໃນການປັບປຸງການດໍາລົງຊີວິດໃຫ້ດີຂື້ນ ແລະ ຍືນຍົງ ທາງດ້ານການຄໍ້າປະກັນດ້ານສະບຽງອາຫານ ແລະ ໂພຊະນາການດ້ວຍການພັດທະນາກະສິກຳ ແລະ ອະນຸລັກສິ່ງແວດລ້ອມ.

ສກສຍ ມີພາລະກິດເພື່ອສົ່ງເສີມກະສິກຳແບບຍືນຍົງ, ອາຫານ ແລະ ອະນຸລັກສິ່ງແວດລ້ອມ ດ້ວຍການພັດທະນາຂີດຄວາມສາມາດທາງດ້ານການສ້າງລາຍຮັບທີ່ນໍາໃຊ້ວິທີການແບບມີສ່ວນຮ່ວມຂອງຊຸມຊົນທຸກຍາກ ເຊິ່ງປະກອບດ້ວຍຊາວກະສິກອນ, ຜູ້ດ້ອຍໂອກາດ, ແມ່ຍິງ, ຊາວໜຸ່ມ ແລະ ກຸ່ມຊົນເຜົ່າ.

ສະມາຄົມໄດ້ມີໂຄງການສົ່ງເສີມກະສິກຳປັບຕົວເຂົ້າກັບອາກາດປ່ຽນແປງ ແລະ ການເຂົ້າເຖິງການຕະຫຼາດເພື່ອຊາວກະສິກອນໜຸ່ມ ແຂວງຫຼວງນໍ້າທາ ແມ່ນໄດ້ຈັດຕັ້ງຢູ່ 4 ບ້ານ ຄື: ບ້ານນໍ້າແງິນ, ບ້ານນໍ້າທຸງ, ບ້ານປ່າສັກ ແລະ ປຸ່ງ ເມືອງຫຼວງນໍ້າທາ.

II. ຄຸນນະວຸດ ແລະ ປະສົບການ

  • ຕ້ອງມີປະສົບການກ່ຽວກັບການຂຽນແຜນໂຄງການ ຫຼື ແຜນກິດຈະກຳ
  • ເຄີຍມີປະສົບການເຮັດວຽກກ່ຽວກັບການພັດທະນາຊຸມຊົນ ແລະ ການເປັນຄູຝຶກ
  • ເປັນຄົນສັນຊາດລາວ
  • ສາມາດເດີນທາງໄປຕ່າງແຂວງໄດ້ (ແຂວງພາກເໜືອ)
  • ມີສຸຂະພາບແຂງແຮງ
  • ສາມາດເຮັດວຽກແຕ່ວັນທີ 28-30/04/2025 ເປັນຕົ້ນໄປ

III. ໜ້າທີ່ຮັບຜິດຊອບຫຼັກ

  • ອອກແບບການຝຶກອົບຮົມຮ່ວມກັບຜູ້ຮັບຜິດຊອບໂຄງການ
  • ເປັນຕົວຫຼັກໃນການຝຶກອົບຮົມ ແລະ ອື່ນທີ່ກ່ຽວຂ້ອງ
  • ແນະນໍາ, ກວດກາ ການຂຽນແຜນ ຫຼື ບົດສະເໜີໂຄງການ
  • ຂຽນບົດລາຍງານຜົນຂອງການຝຶກອົບຮົມໃຫ້ໂຄງການ

IV. ວັນເວລາ ແລະ ສະຖານທີ່

ຈໍານວນວັນເຮັດວຽກທັງໝົດ 6 ວັນ:

  • ກະກຽມເອກະສານ 1 ວັນ
  • ຝຶກອົບຮົມ 4 ວັນ
  • ຂຽນບົດລາຍງານ 1 ວັນ

ຕາຕະລາງການເດີນທາງ:

  • ເດີນທາງຈາກວຽງຈັນຫາ ຫຼວງນໍ້າທາ ວັນທີ 27/04/2025
  • ຝຶກອົບຮົມ ວັນທີ 28-30/04/2025 ຫາ ວັນທີ 01/05/2025
  • ເດີນທາງກັບນະຄອນຫຼວງວຽງຈັນ ວັນທີ 02/05/2025

ສະຖານທີ່: ເມືອງຫຼວງນໍ້າທາ

V. ການສະໝັກ

ທ່ານໃດສົນໃຈສາມາດຍື່ນຄໍາຮ້ອງສະໝັກຂຽນດ້ວຍຕົວເອງ ພ້ອມດ້ວຍ ຊີວະປະຫວັດ, ສົ່ງມາທາງອີແມ່ວ: infor.saedalaos@gmail.com

ປິດຮັບສະໝັກ: ວັນທີ 25/04/2025

Downloads

Contact