Lao CSO Platform

ຕິດຕາມ ແລະ ປະເມີນຜົນ (M&E Officer)

Job Description

ປະກາດຮັບສະໝັກພະນັກງານ

ສະມາຄົມພັດທະນາກະສິກຳ ແລະ ສິ່ງແວດລ້ອມແບບຍືນຍົງ (SAEDA) ແມ່ນອົງການຈັດຕັ້ງສັງຄົມລາວບໍ່ຫວັງຜົນກຳໄລ ທີ່ເຮັດວຽກດ້ານການ ພັດທະນາຊົນນະບົດກ່ຽວກັບກະສິກຳອິນຊີ, ການອະນຸລັກສິ່ງແວດລ້ອມ, ອົງການຈັດຕັ້ງຊາວກະສິກອນ ແລະ  ອາຫານປອດໄພ ມີຄວາມຕ້ອງການຮັບພະນັກງານແຜນງານ 1 ຕໍາແໜ່ງ: ຕິດຕາມ ແລະ ປະເມີນຜົນ (M&E Officer) ປະຈຳການຢູ່ຫ້ອງການສະມາຄົມ ທີ່ນະຄອນຫລວງວຽງຈັນ:

ພາລະໜ້າທີ່ຫຼັກ:

  • ອອບແບບລະບົບຕິດຕາມ ແລະ ປະເມີນຜົນ ຂອງອົງກອນ ແລະ ບັນດາໂຄງການຂອງສະມາຄົມ
  • ການເກັບກຳຂໍ້ມູນ ແລະ ວິເຄາະຂໍ້ມູນຂອງອົງກອນ ແລະ ບັນດາໂຄງການຂອງສະມາຄົມ
  • ການຕິດຕາມ ແລະ ປະເມີນຜົນຂອງອົງກອນ ແລະ ບັນດາໂຄງການຂອງສະມາຄົມ
  • ສ້າງຄວາມສາມາດໃຫ້ທີມງານໃນອົງກອນ ແລະ ໂຄງການໃນການຕິດຕາມ ແລະ ປະເມີນຜົນ
  • ຂຽນບົດລາຍງານຂອງອົງກອນປະຈຳປີ ເປັນພາສາລາວ ແລະ ອັງກິດ
  • ຊ່ວຍຂຽນບົດສະເໜີໂຄງການ ແລະ ການຂອກຫາແຫຼ່ງທຶນ
  • ຊ່ວຍພັດທະນາຍຸດທະສາດ ແລະ ແຜນງານຂອງສະມາຄົມແຕ່ລະໄລຍະ
  • ການບໍລິຫານລະບົບຂໍ້ມູນ ລວມທັງເວັບໄຊຂອງສະມາຄົມ
  • ລົງຕິດຕາມກິດຈະກຳຂອງໂຄງການທີ່ຂື້ນກັບສະມາຄົມ

ຄຸນນະວຸດ ແລະ ມາດຖານຕ້ອງການ:

  • ຮຽນ​ຈົບປະລິນຍາຕີຂື້ນໄປ ແລະ ອື່ນໆທີ່ກ່ຽວຂ້ອງ
  • ສັນຊາດລາວ ມີອາຍຸລະຫວ່າງ 30-45 ປີ
  • ມີປະ​ສົບ​ການເຮັດວຽກດ້ານພັດທະນາ ແລະ ການບໍລິຫານໂຄງການ ໂດຍສະເພາະແມ່ນການຕິດຕາມ ແລະ ປະເມີນຜົນອົງກອນ ແລະ ໂຄງການ ຕາມທີ່ໄດ້ລະບຸໃນພາລະໜ້າທີ່ຫຼັກ ຜ່ານມາ​ກ່ອນຫຼາຍ​ກວ່າ 5 ປີ
  • ມີປະສົບການດ້ານ IT, Excel, Kobo ແລະ ໂປຣກຣາມອື່ນທີ່ກ່ຽວຂ້ອງ ເປັນຢ່າງດີ
  • ສາມ​າດ​ເວົ້າ ​ແລະ ຂຽນພາສາ​ອັງກິດ​​ໄດ້ດີພໍສົມຄວນ
  • ມີສຸຂະພາບແຂງແຮງດີ ແລະ ສາມາດເດີນທາງ ແລະ ເຮັດວຽກໃນເຂດຫ່າງໄກສອກຫລີກໄດ້;
  • ມີທັກສະການເປັນຜູ້ນຳສຸງ, ມີຄວາມຮັບຜິດຊອບ, ມີຫົວຄິດປະດິດສ້າງ, ມີຈັນຍາບັນ, ມີຄວາມອົດທົນ​ ແລະ ການເຮັດວຽກເປັນທີມໄດ້ດີ
  • ມີໃບອະນຸຍາດຂັບຂີ່ລົດຈັກ ແລະ ລົດໃຫຍ່
  • ສາມາດເລີ່ມເຮັດວຽກໄວທີ່ສຸດ

ທ່ານໃດສົນໃຈສາມາດຍື່ນຄຳຮ້ອງສະໝັກຂຽນດ້ວຍຕົວເອງ ພ້ອມດ້ວຍ ຊີວະປະຫວັດ, ໃບປະກາດ, ໃບຜ່ານງານ, ໃບແຈ້ງໂທດ, ອັດປື້ມສຳມະໂນຄົວ/ບັດປະຈຳຕົວ ແລະ ເອກກະສານອື່ນໆ ທີ່ກ່ຽວຂ້ອງມາທີ່ ​Email: infor.saedalaos@gmail.com;

ປິດຮັບສະໝັກ ວັນທີ 03/03/2025

Contact