Lao CSO Platform

ບັນຊີ-ການເງິນ

Job Description

ປະກາດຮັບສະໝັກ

ບັນຊີ-ການເງິນ 1 ຕຳແໜ່ງ

ບ່ອນປະຈຳການ: ນະຄອນຫຼວງວຽງຈັນ ແລະ ມີການເດີນທາງໄປຕ່າງແຂວງໃນບາງໂອກາດ

ໜ້າທີ່ຮັບຜິດຊອບ:

  1. ຄຸ້ມຄອງຄັງເງິນສົດ ແລະ ການເບີກຈ່າຍ
  2. ລົງບັນຊີລາຍຮັບ-ລາຍຈ່າຍ
  3. ຮັກສາເອກະສານດ້ານບັນຊີການເງິນ ແລະ ໃບບິນຕ່າງໆ
  4. ຊ່ອຍວຽກບໍລິຫານ
  5. ລົງຊ່ອຍວຽກພາກສະໜາມບາງຄັ້ງຄາວ
  6. ສະຫຼຸບລາຍງານບັນຊີ-ການເງິນ
  7. ວຽກອື່ນໆທີ່ໄດ້ຮັບມອບໝາຍ

ຄຸນສົມບັດ:

  1. ບໍ່ຈຳກັດເພດ, ບໍ່ຈຳກັດອາຍຸ
  2. ບໍ່ຈຳກັດວຸດທິການສຶກສາ
  3. ມີຄວາມກະຕືລືລົ້ນຢາກປະກອບສ່ວນໃນວຽກງານພັດທະນາສັງຄົມ
  4. ສາມາດໄປເຮັດວຽກຕ່າງແຂວງໄດ້
  5. ສົນໃຈດ້ານໂຕເລກ ແລະ ການກວດສອບ
  6. ລະອຽດຮອບຄອບ ແລະ ມັກກວດວຽກຊ້ຳຄືນ
  7. ຮູ້ນຳໃຊ້ MS Word, Excell, Powerpoint

ສະໝັກ ໂດຍສົ່ງຈົດໝາຍແນະນຳໂຕ ແລະ ຊີວະປະຫວັດຫຍໍ້ (CV) ມາທີ່ ສະມາຄົມສົ່ງເສີມການອະນຸຮັກສິລະປະວັນນະຄະດີ (ສອສວ) ເຮືຶອນເລກທີ 001, ຖະໜົນທົ່ງສ້າງນາງ, ບ້ານທົ່ງສ້າງນາງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ໂທ 030 5361765, What’s app: 020 97656379, email: ppal.asso@gmail.com

ກຳນົດຮັບສະໝັກຮອດ ວັນທີ 23 ກຸມພາ 2024

Contact