Lao CSO Platform

ປະກາດຮັບສະໝັກພະນັກງານ 05 ຕໍາແໜ່ງ, ຈໍານວນ 15 ຄົນ

Job Description


ປະກາດຮັບສະໝັກພະນັກງານ

05 ຕໍາແໜ່ງ, ຈໍານວນ 15 ຄົນ
ບ່ອນປະຈຳການ: ແຂວງ ເຊກອງ 08 ຄົນ 
ປະຈຳຢູ່ເມືອງກະລຶມ, ແຂວງ ເຊກອງ

  • ຕຳແໜ່ງວິຊາການດ້ານການປູກຝັງ 01 ຄົນ;
  • ຕຳແໜ່ງວິຊາການດ້ານການລ້ຽງສັດ01 ຄົນ

ປະຈຳຢູ່ເມືອງດາກຈິງ, ແຂວງ ເຊກອງ

  • ຕຳແໜ່ງວິຊາການດ້ານການປູກຝັງ 01 ຄົນ
  • ຕຳແໜ່ງວິຊາການດ້ານການລ້ຽງສັດ 01 ຄົນ; ຕຳແໜ່ງວິຊາການດ້ານວຽກງານປ່າໄມ້ 01 ຄົນ
  • ຕຳແໜ່ງພັດທະນາຊຸມຊົນ 02 ຄົນ
  • ຕຳແໜ່ງຜູ້ຊ່ວຍການເງິນ ແລະ ບໍລິຫານ 01 ຄົນ

ເງື່ອນໄຂຜູ້ສະໝັກ:

  1. ສຳລັບຕຳແໜ່ງວິຊາການດ້ານປູກຝັງ ແລະ ລ້ຽງສັດຈົບຊັ້ນສູງຂຶ້ນໄປ ຫຼື ມີປະສົບການທີ່ກ່ຽວຂ້ອງກັບ ຊົນນະບົດຢ່າງໜ້ອຍ 1 ປີຂຶ້ນໄປ
  2. ວຽກງານປູກຝັງ ແລະ ລ້ຽງສັດໃນເຂດ ສຳລັບຕຳແໜ່ງວິຊາການດ້ານປ່າໄມ້ ຈົບຊັ້ນສູງຂຶ້ນໄປ ຫຼື ມີປະສົບການທີ່ກ່ຽວຂ້ອງກັບວຽກງານປ່າໄມ້,
  3. ສິ່ງແວດລ້ອມຢ່າງໜ້ອຍ 01 ປີຂຶ້ນໄປ
  4. •ສຳລັບຕຳແໜ່ງພັດທະນາຊຸມຊົນ ຈົບຊັ້ນສູງຂຶ້ນໄປ ຫຼື ມີປະສົບການທີ່ກ່ຽວຂ້ອງດ້ານການພັດທະນາຊົນນະບົດ, ພັດທະນາຊຸມຊົນ, ກະສິກຳ, ສາທາ, ສຶກສາ ຫຼື ສາຂາທີ່ກ່ຽວຂ້ອງ; ສໍາລັບຕຳແໜ່ງຜູ້ຊ່ວຍການເງິນ ແລະ ບໍລິຫານ ຈົບໃນລະດັບຊັ້ນສູງຂຶ້ນໄປ ຫຼື ມີປະສົບການກ່ຽວກັບການເງິນແລະ ບໍລິຫານ; • ມີທັກສະຄອມພິວເຕີໃນລະດັບພື້ນຖານ Word, Excel, PowerPoint, Outlook, Email ແລະ ອື່ນໆ;
  5. ສັນຊາດລາວ ອາຍຸບໍ່ເກີນ 35 ປີ; ເປັນຄົນພື້ນທີ່ແຂວງ ເຊກອງ (ໂດຍສະເພາະເມືອງດາກຈຶ່ງ ແລະ ເມືອງກະ ລືມ) ແລະ ຖ້າສາມາດເວົ້າພາສາເຜົ່າຕະຮຽງ, ກະຕູ່ ແລະ ແປ ຈະພິຈາລະນາເປັນພິເສດ.

ແຂວງສະຫວັນນະເຂດ 07 ຄົນ
ຕຳແໜ່ງພັດທະນາຊຸມຊົນ 04 ຄົນ:

  • ປະຈຳຢູ່ເມືອງ ນອງ 02 ຄົນ
  • ເມືອງ ເຊໂປນ 02 ຄົນ.

 ຕຳແໜ່ງຜູ້ຊ່ວຍການເງິນ ແລະ ບໍລິຫານ 03 ຄົນ:

  • ປະຈຳຢູ່ນະຄອນໄກສອນ 01 ຄົນ
  • ເມືອງນອງ 01 ຄົນ
  • ເມືອງ ເຊໂປນ 01 ຄົນ

ເງື່ອນໄຂຜູ້ສະໝັກ:

  1. ສໍາລັບຕຳແໜ່ງພັດທະນາຊຸມຊົນ ຈົບຊັ້ນສູງຂຶ້ນໄປ ຫຼື ມີປະສົບການທີ່ກ່ຽວຂ້ອງດ້ານການພັດທະນາ ຊົນນະບົດ, ພັດທະນາຊຸມຊົນ, ກະສິກຳ, ສາທາ, ສຶກສາ ຫຼື ສາຂາທີ່ກ່ຽວຂ້ອງ;
  2. ສຳລັບຕຳແໜ່ງຜູ້ຊ່ວຍການເງິນ ແລະ ບໍລິຫານ ຈົບໃນລະດັບຊັ້ນສູງຂຶ້ນໄປ ຫຼື ມີປະສົບການກ່ຽວກັບການເງິນ
  3. ແລະ ບໍລິຫານ; ມີທັກສະຄອມພິວເຕີໃນລະດັບພື້ນຖານ Word, Excel, PowerPoint, Outlook, Email ແລະ ອື່ນໆ;
  4.  ສັນຊາດລາວ ອາຍຸບໍ່ເກີນ 35 ປີ; – ເປັນຄົນພື້ນທີ່ແຂວງສະຫວັນນະເຂດ (ໂດຍສະເພາະເມືອງນອງ ແລະ ເມືອງເຊໂປນ) ແລະ ຖ້າສາມາດເວົ້າພາສາເຜົ່າມັງກອງ ແລະ ຕະໂອ້ຍ ຈະພິຈາລະນາເປັນພິເສດ.

ເອກະສານສະໝັກ: ຊີວະປະຫວັດ (CV) ແລະ ຈົດໝາຍສະໝັກວຽກ (Cover Letter)

ປິດຮັບສະໝັກ: 18 ມີນາ 2024 (17:00 ໂມງ)

ສົນໃຈສະໝັກ ສົ່ງຂໍ້ມູນມາໄດ້ທີ່:
Email: Souvanny@armi.la ແລະ info@armi.la

ຫຼື ສະໝັກຜ່ານລິ້ງ:
https://ee.kobotoolbox.org/x/KFfamPeB

Downloads

Contact