Lao CSO Platform

ຜູ້ປະສານງານຂັ້ນແຂວງ ( PC ) ປະຈໍາ ແຂວງວຽງຈັນ

Job Description

 
ປະກາດຮັບສະໝັກພະນັກງານ
ສະມາຄົມ ສຸຂະພາບຊຸມຊົນ ແລະ ການມີສ່ວນຮ່ວມ ສສຮ ແມ່ນອົງການຈັດຕັ້ງສັງຄົມລາວທີ່ເຮັດວຽກສົ່ງເສີມປະຊາກອນທີ່ມີຄວາມສ່ຽງ ແລະ ໄດ້ຮັບຜົນກະທົບໃນການເຂົ້າເຖີງການບໍລິການສຸຂະພາບຢ່າງ ທົ່ວເຖີງ ແລະ ເທົ່າທຽມ.

ຕໍາແຫນ່ງງານ
ພະນັກງານ ປະສານງານຂັ້ນແຂວງ PC 1 ຕໍາແໜ່ງ

ຊື່ໂຄງການ
ໂຄງການເຂົ້າເຖິງການບໍລິການສຸຂະພາບ ແລະ ໂພຊະນາການ ສໍາລັບວຽກງານສະກັດກັ້ນຕ້ານເຊື້ອເຮສໄອວີ / Health And Nutrition Services Access Project (HANSA)

ພື້ນທີ່ໂຄງການ
ແຂວງວຽງຈັນ

ໄລຍະເວລາໂຄງການ
2024-2026

ຫນ້າວຽກຫລັກ
ໜ້າທີ່ຫັລກ:

ວຽກງານປະສານງານ:

1.     ພົວພັນ ແລະ ປະສານງານກັບຄູ່ຮ່ວມງານຫຼັກຢ່າງເປັນປະຈໍາໃນການຮັບປະກັນແຜນງານໃຫ້ມີຄວາມສອດຄ່ອງ ແລະ ສາມາດປະຕິບັດໄດ້.

2.     ພົວພັນ ແລະ ປະສານງານກັບສູນຕ້ານເອດ ແລະ ກອງເລຂາຕ້ານເອດຂັ້ນແຂວງ ແລະ ຂັ້ນເມືອງໃນການສຸກຍຸ້ແຜນກິດຈະກິດໃຫ້ຖຶກຈັດຕັ້ງປະຕິບັດຕາມວັນເວລາທີ່ກໍານົດໄວ້.

3.     ພົວພັນ ແລະ ປະສານງານກັບຫົວໜ້າໂຄງການເປັນປະຈໍາໃນການຂໍທິດທາງເພື່ອຈັດຕັ້ງປະຕິບັດວຽກງານທີ່ຕົນຮັບຜິດຊອບ ແລະ ເພື່ອບໍ່ໃຫ້ມີການຜິດພາດແລະສັກຊ້າໃນການຈັດຕັ້ງປະຕິບັດ.

4.     ພົວພັນ ແລະ ປະສານງານກັບໜ່ວຍງານທີ່ກ່ຽວຂ້ອງພາຍໃນສະມາຄົມເປັນປະຈໍາເພື່ອໃຫ້ວຽກງານຕົນເອງໄດ້ຈັດຕັ້ງປະຕິບັດຕາມເວລາກຳ ນົດໄວ້.

5.     ພົວພັນ ແລະ ປະສານງານກັບພະນັກງານທີ່ຕົນເອງຄຸ້ມຄອງເປັນປະຈໍາເພື່ອກວດກາໄດ້ເຖິງຄວາມຄືບໜ້າໃນການປະຕິບັດແຜນວຽກທີ່ຕົນມອບໜາຍໃຫ້ ລວມທັງກໍາໄດ້ເຖິງຄຸນນະພາບຂອງການ ຈັດຕັ້ງປະຕິບັດ.

6.      ປະສານສົມທົບກັບຜູ້ປະສານງານໂຄງການ ແລະ ໜ່ວຍງານຕິດຕາມປະເມີນຜົນໃນການອອກແບບແຜນໂຄງການ ແລະ ສ້າງເຄື່ອງມືໃນການເກັບກຳຂໍ້ມູນ.

ວຽກງານການພັດທະນາແລະສ້າງຄວາມອາດສາມາດ

1.     ຮ່ວມກັບຄູ່ຮ່ວມງານພັດທະນາ ແລະ ປັງປຸງທຸກເຄື່ອງມືໃນການນໍາໃຊ້ໃນແຜນງານ ແລະ ກິດຈະກໍາທີ່ຕົນເອງຮັບຜິດຊອບເພື່ອເຮັດໃຫ້ມີການປະເມີນ ແລະ ວັດແທກຜົນຂອງການປະຕິບັດແຕ່ລະກິດຈະກໍາທີ່ເກີດຂື້ນໄດ້.

2.     ພັດທະນາຄວາມອາດສາມາດຂອງພະນັກງານທີ່ຕົນຄຸ້ມຄອງໃຫ້ສາມາດນຳໃຊ້ເຄື່ອງມືດັ່ງກ່າວເຂົ້າໃນວຽກງານຂອງກິດຈະກໍາຢ່າງມີປະສິດທີພາບ.

3.     ອົບຮົມອາສາສະໝັກບໍລິການຊຸມຊົນ COS ທີ່ຕົນເອງຄຸ້ມຄອງ ໃຫ້ສາມາດຄຸ້ມຄອງ ແລະ ຈັດຕັ້ງປະຕິບັດກິດຈະກໍາໃຫ້ມີປະສິດທິພາບ ແລະ ທັນເວລາທີ່ກໍານົດໄວ້ໄດ້.

4.     ແນະນຳສົ່ງເສີມໃຫ້ອາສາສະໝັກບໍລິການຊຸມຊົນ COS ຄົ້ນຄິດຮູບແບບການໂຄສະນາການບໍລິການແບບລຽບງ່າຍກະທັດຮັດ ແລະ ເຂົ້າໃຈງ່າຍ ເພຶ່ອໂພສລົງໃນສື່ອອນລາຍເປັນປົກກະຕິ (ເຊັ່ນ: ສ້າງຄລິບວີດີໂອສັ້ນ; ສ້າງເນື້ອຫາໂຄສະນາຕ່າງໆໂພສລົງໃນສື່ອອນລາຍ).

ວຽກງານຊຸກຍູ້ ຕິດຕາມ ແລະ ລາຍງານ:

1.     ລົງຊຸກຍູ້ຕິດຕາມອາສາສະໝັກບໍລິການຊຸມຊົນ COS ເປັນປະຈໍາໃນການນໍາໃຊ້ແບບຟອມ ເພື່ອສາມາດກວດກາ ແລະ ການປະເມີນ ວຽກຂອງອາສາສະໝັກບໍລິການຊຸມຊົນ COS ຢ່າງຕໍ່ເນື່ອງ.

2.     ສັງລວມບົດລາຍງານຈາກອາສາສະໝັກບໍລິການຊຸມຊົນ COS ເພື່ອສ້າງບົດລາຍງານປະຈໍາໄຕມາດ, ປະຈໍາ 6 ເດືອນ ແລະ ປະຈໍາປີ.

3.     ສົ່ງບົດລາຍງານປະຈໍາໄຕມາດ, ປະຈໍາປີໃຫ້ ສສຮ ແລະ ສູນຕ້ານເອດ ຕາມລະບົບການໄຫຼວຽນຂອງຂໍ້ມູນໂຄງການ.

ວຽກງານບໍລິຫານ ແລະ ຄຸ້ມຄອງ:

1.     ບໍລິຫານງົບປະມານປະຈໍາປີຂອງແຂວງທີ່ຕົນເອງຮັບຜິດຊອບໃຫ້ມີປະສິດທີ່ພາບ ແລະ ຕົງກັບເວລາ.

2.     ຮັບຜິດຊອບບໍລິຫານງົບປະມານຂັ້ນແຂວງ ແລະ ຕົວຊີ້ວັດທີ່ໄດ້ຮັບມອບໝາຍໃຫ້ບັນລຸຕາມເປົ້າໝາຍທີ່ວ່າງໄວ້ຢ່າງມີປະສິດທິພາບ ແລະ ກວດສອບໄດ້.

3.     ຂື້ນແຜນກິດຈະກໍາເພື່ອຖອນງົບປະມານໃນການຈັດຕັ້ງປະຕິບັດລວມທັງກວດກາແຜນງານ ແລະ ແຜນງົບປະມານກ່ອນ ແລະ ຫລັງການປະຕິບັດກິດຈະກໍາເພື່ອສົ່ງໃຫ້ຜູ້ປະສານງານໂຄງການເພື່ອກວດກາ ແລະ ອະນຸມັດ.

4.     ເກັບມ້ຽນ ແລະ ຮັກສາຂໍ້ມູນໂຄງການທີຕົນຮັບຜິດຊອບເພື່ອລາຍງານໃຫ້ກັບ ສສຮ ແລະ ຄູ່ຮ່ວມງານທີ່ກ່ຽວຂ້ອງ.

5.     ຄຸ້ມຄອງ ແລະ ຊີ້ນໍາອາສາສະໝັກບໍລິການຊຸມຊົນ COS ທີ່ຕົນເອງຮັບຜິດໃຫ້ມີການເຮັດຢ່າງມີປະສິດທິພາບ, ໂປ່ງໃສ ແລະ ກວດສອບໄດ້.

ເງື່ອນໄຂ ແລະ ຄຸນວຸດທິ
–        ສັນຊາດລາວ ແລະ ເປັນຄົນພື້ນທີ່ຈະພິຈາລະນາພິເສດ

–        ຈົບປະລີນຍາຕີ ຫລື ທຽບເທົ່າ ສາຂາແພດ ຫລື ສັງຄົມສົງເຄາະຈະພິຈາລະນາພິເສດ

–        ມີປະສົບການດ້ານວຽກງານພັດທະນາ ແລະ ອາສາສະຫມັກສັງຄົມ ຢ່າງຫນ້ອຍ 1ປີຂື້ນໄປ

–        ມີຄວາມຮູ້ຄວາມສາມາດ ແລະ ທັກສະທາງດ້ານການສື່ສານ, ການປະສານງານ ແລະ ການເຮັດວຽກເປັນທີມ

–        ມີທັກສະການສື່ສານທີ່ດີ ແລະ ມີຄວາມຮູ້ດ້ານຄອມພິວເຕີ ເປັນຕົ້ນ MS Word, MS Excel, MS Power BI, E-MAIL ໃນລະດັບດີ

ບ່ອນສະຫມັກ
ທ່ານສາມາດສົ່ງ ຫນັງສືແຈ້ງເຈດຈໍານົງ ພ້ອມຄັດຕິດຊີວະປະຫວັດ ຫລື CV ສົ່ງທາງ ອີເມວຜູ້ຮັບຜິດຊອບ

xayya.chiaslaos@gmail.com Tel: 020 2955 1446 ໄຊຍະ

ວັນທີ່ປິດຮັບສະຫມັກ
12/04/2024

 

ສສຮ ແມ່ນສະມາຄົມທີ່ສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນ, ຄວາມເທົ່າທຽບດ້ານບົດບາດຍີງຊາຍ ແລະ ບົດບາດທາງເພດ ລວມທັງການຕ້ານຄວາມຮຸນແຮງ ແລະ ການຈໍາແນກລັງກຽດທຸກຮູບແບບຕໍ່ກັບຜູ້ໄດ້ຮັບຜົນກະທົບຈາກພະຍາດ ລວມທັງແມ່ຍິງ ແລະ ເດັກນ້ອຍ,

Downloads

Contact