Lao CSO Platform

ຜູ້ປະສານງານໂຄງການຂັ້ນເມືອງ

Job Description

ສະມາຄົມແມ່ຍິງ ຮ່ວມໃຈພັດທະນາ (MHP)
ປະກາດຮັບສະໝັກພະນັກງານ

ຮ່ວມໃຈພັດທະນາສັງຄົມ ດ້ວຍຄວາມໂປ່ງໃສ່ ເນັ້ນໃສປະສິດທິຜົນ ເປີດໂອກາດໃຫ້ທຸກຄົນ ບົນຄວາມສຸກແຫ່ງການປ່ຽນແປງ

ກ່ຽວກັບ MHP

ສະມາຄົມແມ່ຍິງຮ່ວມໃຈພັດທະນາ (MHP) ເປັນອົງກອນທີ່ບໍ່ຫວັງຜົນກຳໄລ (NPA) ທີ່ຕັ້ງຢູ່ແຂວງບໍ່ແກ້ວ, ສ້າງຕັ້ງຂຶ້ນພາຍໃຕ້ດຳລັດວ່າດ້ວຍສະມາຄົມ 115/ນຍ, ລົງວັນທີ່ 29 ເມສາ ປີ 2009, MHP ໄດ້ສ້າງຕັ້ງຂື້ນໃນເດືອນ ມີນາ ປີ 2010 ແລະ ໄດ້ຮັບອະນຸມັດຢ່າງເປັນທາງການໃນວັນທີ່ 13 ກໍລະກົດ ປີ 2010 ໂດຍທ່ານເຈົ້າແຂວງໆ ບໍ່ແກ້ວ; ປະຈຸບັນ ສະມາຄົມ MHP ໄດ້ຈົດທະບຽນດ້ວຍດໍາລັດ ວ່າດ້ວຍສະມາຄົມ 238/ລບ, ລົງວັນທີ 11 ສິງຫາ 2017, ຫ້ອງການ ສະມາຄົມແມ່ຍິງຮ່ວມໃຈພັດທະນາ (MHP) ຕັ້ງຢູ່ບ້ານ ຂອນແກ້ວ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ຕຳແໜ່ງທີ່ຕ້ອງການ: ຜູ້ປະສານງານໂຄງການຂັ້ນເມືອງ

  • ສະຖານທີ່ປະຈຳການ: ເມືອງຜາອຸດົມ ແຂວງບໍ່ແກ້ວ
  • ປະເພດສັນຍາ: ເຕັມເວລາ
  • ໂຄງການ: ໂຄງການພັດທະນາເສດຖະກິດຊົນນະບົດ ເພື່ອປັບປຸງຊີວິດການເປັນຢູ່ ຂອງຊາວກະສິກອນ ໃນແຂວງບໍ່ແກ້ວ (C-REAL)
  • ໄລຍະເວລາ: ເລີ່ມແຕ່ເດືອນ ມັງກອນ 2025 ຮອດເດືອນ ທັນວາ ປີ 2026 (ສັນຍາປີຕໍ່ປີ)

ເງື່ອນໄຂຜູ້ສະໝັກ:

ການສຶກສາ ແລະ ຄຸນສົມບັດ:

  • ຈົບຊັ້ນສູງຂື້ນໄປດ້ານວິຊາສະເພາະດ້ານກະສິກຳ ແລະປ່າໄມ້, ພັດທະນາຊົນນະບົດ ຫຼື ອື່ນໆທີ່ກ່ຽວຂ້ອງ
  • ເປັນສັນຊາດລາວ
  • ມີປະສົບການໃນວຽກງານພັດທະນາຊົນນະບົດ 3 ປີຂຶ້ນໄປ

ທັກສະທີ່ຕ້ອງການ:

  • ສາມາດເວົ້າ, ອ່ານ ແລະ ຂຽນພາສາອັງກິດໄດ້ (ຈະພິຈາລະນາເປັນພິເສດ)
  • ສາມາດນໍາໃຊ້ Computer, ໂປຣແກຣມ Microsoft office, Internet, Email ໃນລະດັບດີ
  • ມີໃບອານຸຍາດຂັບຂີ່ ແລະ ສາມາດຂັບຂີ່ລົດຈັກລົງເຮັດວຽກໃນເຂດຊົນນະບົດໄດ້

ຄຸນສົມບັດສ່ວນຕົວ:

  • ມີບຸກຄະລິກກະພາບ ແລະ ມະນຸດສຳພັນດີ
  • ມີຄວາມຊື່ສັດ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານໃນລະດັບສູງ
  • ມີລະບົບ ແລະແບບແຜນການເຮັດວຽກເປັນຢ່າງດີ
  • ສາມາດເຮັດວຽກເປັນທີມໄດ້

ໝາຍເຫດ: ຖ້າເປັນຄົນໃນທ້ອງຖິ່ນແຂວງບໍ່ແກ້ວ ຈະພິຈາລະນາເປັນພິເສດ

ຂໍ້ມູນຕິດຕໍ່:

ຜູ້ທີ່ສົນໃຈສາມາດສົ່ງເອກະສານສະມັກ ແລະ ຕິດຕໍ່ພົວພັນຕາມທີ່ຢູ່ລຸ່ມນີ້:

ອີເມວ ແລະ ເບີໂທຕິດຕໍ່:

ປິດຮັບສະໝັກ: ວັນທີ 15 ທັນວາ 2024

Contact