ປະກາດຮັບສະໝັກພະນັກງານ
ສະມາຄົມພັດທະນາກະສິກຳ ແລະ ສິ່ງແວດລ້ອມແບບຍືນຍົງ (SAEDA) ໂດຍການຮ່ວມມືກັບ ອົງການ ແຄຣ ນານາຊາດ (CARE International) ປະຈຳ ສປປ ລາວ ຈັດຕັ້ງປະຕິບັດ “ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ແລະ ຊົນເຜົ່າ ເພື່ອການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດແບບມີສ່ວນຮ່ວມ” ໃນ 10 ບ້ານ ຂອງເມືອງຈອມເພັດ, ແຂວງຫຼວງພະບາງ.
ປະຈຸບັນ, ສະມາຄົມ SAEDA ມີຄວາມຕ້ອງການຮັບພະນັກງານ: ຜູ້ປະສານງານໂຄງການດ້ານກະສິກຳສະຫຼາດ ຂັ້ນເມືອງ (District Smart Agriculture Project Coordinator) ຈຳນວນ 1 ຕຳແໜ່ງ, ປະຈຳຢູ່ຫ້ອງການໂຄງການ ເມືອງຈອມເພັດ, ແຂວງຫຼວງພະບາງ.
ໄລຍະເວລາສັນຍາ: 24 ເດືອນ (ເລີ່ມແຕ່ເດືອນ 02/2026 ຫາ 01/2028).
1. ພາລະໜ້າທີ່ຫຼັກ:
ສົ່ງເສີມ ແລະ ພັດທະນາຊີວິດການເປັນຢູ່ຂອງປະຊາຊົນ ເພື່ອຄໍ້າປະກັນດ້ານສະບຽງອາຫານ ແລະ ສ້າງລາຍຮັບ ໂດຍຜ່ານການຜະລິດກະສິກຳສະຫຼາດ (Climate Smart Agriculture), ກະສິກໍານິເວດ, ການສ້າງຕັ້ງກຸ່ມຊາວກະສິກອນ ແລະ ການສົ່ງເສີມການເຂົ້າເຖິງຕະຫຼາດ;
ປະສານງານ ແລະ ເຮັດວຽກຮ່ວມກັບທີມງານໂຄງການຂອງອົງການແຄຣ, ຫ້ອງການ SAEDA ນະຄອນຫຼວງວຽງຈັນ ແລະ ພາກສ່ວນລັດທີ່ກ່ຽວຂ້ອງ;
ວາງແຜນ, ຈັດຕັ້ງປະຕິບັດກິດຈະກຳ, ກວດກາ, ຕິດຕາມ ແລະ ຂຽນບົດລາຍງານຄວາມຄືບໜ້າຂອງໂຄງການທີ່ຮັບຜິດຊອບ;
ເປັນຄູຝຶກ ແລະ ນຳພາຊາວບ້ານຈັດຕັ້ງປະຕິບັດກິດຈະກຳໃຫ້ບັນລຸຕາມແຜນການ ແລະ ຜົນໄດ້ຮັບທີ່ຄາດໝາຍໄວ້;
ຖອດຖອນບົດຮຽນ ແລະ ສ້າງເອກະສານກ່ຽວກັບບົດຮຽນທີ່ດີ (Best Practices) ທາງດ້ານວິຊາການ ແລະ ຜົນໄດ້ຮັບຂອງໂຄງການ;
ປະຕິບັດວຽກງານຕາມການມອບໝາຍຂອງຫົວໜ້າສາຍງານ ແລະ ຜູ້ຮ່ວມງານ;
ປະຕິບັດຕາມຍຸດທະສາດ ແລະ ແຜນງານຂອງສະມາຄົມ ແລະ ໂຄງການຢ່າງເຂັ້ມງວດ.
2. ຄຸນນະວຸດ ແລະ ມາດຖານ:
ຈົບການສຶກສາລະດັບປະລິນຍາຕີ ຫຼື ທຽບເທົ່າ ໃນສາຂາກະສິກຳ ຫຼື ສາຂາອື່ນໆທີ່ກ່ຽວຂ້ອງ;
ສັນຊາດລາວ, ອາຍຸລະຫວ່າງ 25-35 ປີ;
ມີປະສົບການເຮັດວຽກດ້ານກະສິກຳສະຫຼາດ, ການສ້າງຕັ້ງກຸ່ມຊາວກະສິກອນ/ສະຫະກອນ, ການຕະຫຼາດ, ເຕັກນິກກະສິກຳປັບຕົວເຂົ້າກັບສະພາບອາກາດ ແລະ ການອະນຸລັກສິ່ງແວດລ້ອມ ລວມທັງການພັດທະນາຜະລິດຕະພັນ ແລະ ການສ້າງລາຍຮັບ ຢ່າງໜ້ອຍ 3 ປີຂຶ້ນໄປ;
ເຄີຍເຮັດວຽກຮ່ວມກັບພາກລັດ, ອົງການຈັດຕັ້ງສາກົນ, ສະມາຄົມ ຫຼື ບໍລິສັດເອກະຊົນ;
ສາມາດນຳໃຊ້ຄອມພິວເຕີໂປຣແກຣມພື້ນຖານໄດ້ດີ (Word, Excel, PowerPoint, Publisher, Internet ແລະ ອື່ນໆ);
ສາມາດສື່ສານ (ເວົ້າ ແລະ ຂຽນ) ພາສາອັງກິດໄດ້ໃນລະດັບດີ;
ຫາກມີພູມລຳເນົາ ຫຼື ຖິ່ນຖານຢູ່ເມືອງຈອມເພັດ ແຂວງຫຼວງພະບາງ ຈະໄດ້ຮັບການພິຈາລະນາເປັນພິເສດ;
ມີສຸຂະພາບແຂງແຮງ ແລະ ສາມາດລົງປະຕິບັດງານຢູ່ເຂດຊົນນະບົດຫ່າງໄກສອກຫຼີກໄດ້;
ມີຄວາມຮັບຜິດຊອບສູງ, ມີຫົວຄິດປະດິດສ້າງ, ມີຄວາມກະຕືລືລົ້ນ, ອົດທົນ, ຮັບຟັງຄວາມຄິດເຫັນ ແລະ ສາມາດເຮັດວຽກເປັນທີມໄດ້ດີ;
ມີໃບອະນຸຍາດຂັບຂີ່ລົດຈັກ;
ສາມາດເລີ່ມເຮັດວຽກໄດ້ໃນວັນທີ 15/02/2026.
3. ເອກະສານປະກອບການສະໝັກ:
ຜູ້ທີ່ສົນໃຈ ກະລຸນາສົ່ງໃບຄຳຮ້ອງສະໝັກວຽກ (Cover Letter) ທີ່ຂຽນດ້ວຍຕົນເອງ ພ້ອມດ້ວຍຊີວະປະຫວັດ (CV), ສຳເນົາໃບປະກາດສະນີຍະບັດ, ໃບຜ່ານງານ, ໃບແຈ້ງໂທດ, ສຳເນົາປຶ້ມສຳມະໂນຄົວ/ບັດປະຈຳຕົວ ແລະ ເອກະສານອື່ນໆທີ່ກ່ຽວຂ້ອງ.
ໝາຍເຫດ: ກະລຸນາສະແກນ (Scan) ເອກະສານທັງໝົດລວມເປັນໄຟລ໌ (File) ດຽວ.
ສົ່ງມາທີ່ອີເມລ: infor.saedalaos@gmail.com
📅 ປິດຮັບສະໝັກ: ວັນທີ 05/02/2026