Lao CSO Platform

ຜູ້ປະສານງານ ປະຈຳຢູ່ສໍານັກງານໃຫຍ່ ນະຄອນຫຼວງວຽງຈັນ

Job Description

ປະກາດຮັບສະໝັກພະນັກງານ
ສະມາຄົມເພື່ອຄົນໂອທິສຕິກ (ສພອ) ເປັນສະມາຄົມທີ່ບໍ່ຫວັງຜົນກໍາໄລ ສ້າງຕັ້ງຂຶ້ນໂດຍຜູ້ປົກຄອງທີ່ມີລູກໂອທິສ ຕຶກ ຕາມດຳລັດວ່າດ້ວຍສະມາຄົມເລກທີ 238/ລບ, ລົງວັນທີ 11 ສິງຫາ 2017. ປະຈຸບັນ ສະມາຄົມມີ ສະມາຊິກລວມທັງມົດ 170 ຄົນຢູ່ທົ່ວປະເທດ. ສພອ ມີວິໃສທັດຄື ບຸກຄົນໂອທິສຕິກສາມາດດໍາລົງຊີວິດໄດ້ຢ່າງ ເປັນເອກະລາດ ມີສິດສະ ເໝີພາບ ແລະ ເທົ່າທຽມ ໃນສະພາບແວດລ້ອມທີ່ອົບອຸ່ນ. ສພອ ມີພັນທະກິດໃນການ ເປັນຕົວແທນໃຫ້ແກ່ບຸກຄົນໂອທິສຕິກ ໃນການສົ່ງເສີມສະໜັບສະໜູນໃຫ້ເຂົາເຈົ້າເຂົ້າເຖິງ ການບໍລິການຕາມສິດ ຕາມຄວາມເໝາະສົມ, ເປີດກວ້າງການຮ່ວມມື ກັບອົງການຈັດຕັ້ງສັງຄົມ ໃນ ສປປ.ລາວ ແລະ ສາກົນ ມີຄວາມຕ້ອງການ ເພື່ອນຮ່ວມງານໃໝ່ ເພື່ອຈະມາເຮັດໜ້າທີ່ເປັນ ຜູ້ປະສານງານ ປະຈຳຢູ່ສໍານັກງານໃຫຍ່ ນະຄອນຫລວງວຽງຈັນ.

ທ່ານໃດທີ່ມີຄວາມສົນໃຈກະລຸນາສົ່ງເອກະສານສະໝັກເຂົ້າມາທີ່: souliyarvongxay@gmail.com ເບີໂທ: 020 5777 9363 ທ່ານ ສຸລິຍາ ວົງໄຊ.
ວິທີການສະໝັກມີດັ່ງລຸ່ມນີ້:
1. ຊີວະປະຫວັດ ສະແດງໃຫ້ເຫັນວຸດການສຶກສາ ແລະ ປະສົບການເຮັດວຽກທີ່ຜ່ານມາ.
2. ໃບສະເໜີ ຂໍສະໝັກງານ ທີ່ຊີ້ໃຫ້ເຫັນວ່າ ທ່ານເໝາະສົມສໍາລັບ ຕຳແໜ່ງນີ້.
3. ໃບຜ່ານງານ 1-2 ບ່ອນ ຫລື ເບີໂທຕິດຕໍ່ບ່ອນເຮັດວຽກເກົ່າ (ຖ້າມີ).
4. ໃບຢັ້ງຢືນສຸຂະພາບ.
5. ໃບແຈ້ງໂທດ ອາຍຸບໍ່ເກີນ 6 ເດືອນ.
6. ສໍາເນົາໃບປະກາດ ຕ່າງໆ.
7. ສໍາເນົາບັດປະຈຳຕົວ ຫລື ສຳມະໂນຄົວ.

Contact