Lao CSO Platform

ຜູ້ປະສານງານ ໂຄງການ

Job Description

ປະກາດຮັບສະໝັກພະນັກງານ

ຕຳແໜ່ງ: ຜູ້ປະສານງານ ໂຄງການ ຈໍານວນ 2 ຕໍາແໜ່ງ (Project Coordinator)

ໄລ​ຍະ​ເວ​ລາສັນ​ຍາ: ປີ​ຕໍ່​ປີ

ບ່ອນປະຈຳການ:  ແຂວງຊຽງຂວາງ 

ປິດຮັບສະໝັກ: 23 ກຸມພາ 2024 (16:00 ໂມງ)

ສະມາຄົມ ຊ່ວຍເຫຼືອຟື້ນຟູຄຸນນະພາບຊີວິດ ມີ​ຈຸດ​ປະ​ສົງໃນການເຄື່ອນໄຫວວຽກງານຊ່ວຍເຫຼືອ ຜູ້ໄດ້ຮັບເຄາະຮ້າຍຈາກລະເບີດ, ຄອບຄົວທຸກຍາກ  ແລະ ຜູ້ມີຄວາມພິການ. ກິດຈະກຳຫຼັກຂອງສະມາຄົມແມ່ນ ຊ່ວຍເຫຼືອຟຶ້ນຟູ ທາງດ້ານສຸຂະພາບ-ຟື້ນຟູໜ້າທີ່ການ, ການເຂົ້າຮອດເຂົ້າເຖິງການສຶກສາ-ສະໜອງທຶນການສຶກສາ, ສະໜັບສະໜູນການສ້າງເສດຖະກິດຄອບຄົວທາງດ້ານກະສິກຳ-ຫັດຖະກຳ, ປັບປຸງທີ່ຢູ່ອາໃສ ສ້າງ-ສ້ອມແປງເຮືອນ, ສ້າງ-ສ້ອມແປງຫ້ອງນ້ຳ ແລະ ການພັດທະນາວິຊາຊີບຕ່າງໆ ເພື່ອໃຫ້ກຸ່ມເປົ້າໝາຍມີສ່ວນຮ່ວມທາງດ້ານເສດຖະກິດ- ສັງຄົມ ແລະ ມີຊີວິດການເປັນຢູ່ທີ່ດີຂຶ້ນ. ເປັນ​ສະ​ມາ​ຄົມ​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ທົ່ວ​ປະ​ເທດ, ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2011 ເປັນ​ຕົ້ນ​ມາ, ສະ​ມາ​ຄົມ​ພວກ​ເຮົາ​ມີ​ຄວາມ​ຕ້ອງ​ການ​ເພື່ອນ​ຮ່ວມ​ງານ​ລາຍ​ລະ​ອຽດ​ດັ່ງ​ລຸ່ມ​ນີ້: 

​ໜ້າ​ທີ່​ຮັ​ບ​ຜິດ​ຊອບ​ຂອງຜູ້​ປະ​ສານ​ງານ​ໂຄງ​ການ​: 

  • ​ວາງແຜນ, ຈັດຕັັ້ງປະຕິບັດກິດຈະກຳ, ຕິດຕາມສະໜັບສະໜູນ ແລະ ສະຫຼຸບລາຍງານກິດຈະກຳ ໃຫ້ເປັນໄປຕາມແຜນ ແລະ ມາດຖານທີ່ວາງໄວ້.
  • ພົວພັັັັັນ ປະສານງານກັບອົງການຈັດຕັ້ງລັດ ຂັ້ນແຂວງ, ຂັ້ນເມືອງ ຮັບປະກັນການລາຍງານໃຫ້ພາກສ່ວນທີ່ກ່ຽວຂ້ອງຢ່າງມີປະສິດທິພາບ, ​ລວມ​ທັງ​ການ​ພົວ​ພັນ​ກັບ​ຜູ້​ໃຫ້​ທຶນ ສາ​ມາດ​ແປ​ພາ​ສາ​ລາວ-ອັງ​ກິດ ແລະ ອັງ​ກິດ-ລາວ. 
  • ເປັນຕົວແທນໂຄງການ ແລະ ສະມາຄົມ ໃນການເຂົ້າກອງປະຊຸມ ແລະ ກິດຈະກຳຕ່າງໆທີ່ກ່ຽວຂ້ອງກັບ​ພາກ​ລັດ ແລະ ຜູ້​ໃຫ້​ທຶນ.
  • ລາຍງານຄວາມຄືບໜ້າ, ຜົນໄດ້ຮັບກິດຈະກຳ, ບັນຫາ/ສິ່ງທ້າທາຍໃຫ້​ກັບ​ອົງ​ກອນ, ​ຄູ່​ຮ່ວມ​ງານພາກ​ລັດ​ ແລະ ຜູ້​ໃຫ້​ທຶນ​ເປັນ​ພາ​ສາ​ລາວ ​ແລະ ພາ​ສາ​ອັງ​ກິດ.
  • ສ້າງສາຍພົວພັນທີ່ດີກັບຄູ່ຮ່ວມພາກລັດ, ຄູ່ຮ່ວມພັດທະນາ ແລະ ກຸ່ມເປົ້າໝາຍ.
  • ລາຍງານຄວາມຄືບໜ້າກ່ຽວກັບກິດຈະກຳຢູ່ສະໜາມໃຫ້ກັບ​ຫົວ​ໜ້າ​ແຜນ​ງານ ຫຼື ຜູ້​ອຳ​ນວຍ​ການ ສະມາຄົມ ຢ່າງເປັນປົກກະຕິ.

ເງື່ອນໄຂຜູ້ສະໝັກ:

  • ສັນ​ຊາດ​ລາວ, ການສຶກສາ ທຽບເທົ່າປະລິນຍາຕີ ຂື້ນໄປ ດ້ານການພັດທະນາຊົນນະບົດ, ພັດ​ທະ​ນາ​ຊຸມ​ຊົນ, ວິທະຍາສາດສັງຄົມ (ສັງຄົມສົງເຄາະ) ຫຼື ສາ​ຂາ​ທີ່​ກ່ຽວ​ຂ້ອງ.
  •   ມີທັກສະການເຮັດວຽກເປັນທີມທີ່ດີ, ເປັນເຈົ້າການ, ມີຈິດອາສາ, ມີຄວາມມຸ່ງໝັ້ນ-ຕັ້ງໃຈໃນການຮຽນຮູ້ສິ່ງໃໝ່ໆ.
  • ມີປະສົບການ ເຮັດວຽກພັດທະນາຊຸມຊົນ  3 ປີຂຶ້ນໄປ ສາມາດສື່ສານ ແລະ ຂຽນບົດລາຍງານເປັນພາສາອັງກິດໄດ້​ຢ່າງ​ຄ່ອງ​ແຄ້ວ.
  • ມີມະນຸດສຳພັນດີໃນການເຮັດວຽກຮ່ວມກັບພະນັກງານທີ່​ມີ​ຄວາມ​ແຕກ​ຕ່າງ​ດ້ານ​ຊົນ​ເຜົ່າ ແລະ ຊຸມຊົນ.
  • ມີທັກສະໃນການນໍາໃຊ້ຄອມພິວເຕີ: Internet, MS Office (Word, Excel, PowerPoint, Email& Outlook).
  •   ມີຄວາມຮັກມັກ, ມີຄວາມຫ້າວຫັນ, ຮັບຜິດຊອບຕໍ່ໜ້າທີ່ວຽກງານ ໃນການເຮັດວຽກພັດທະນາຊຸມຊົນ.
  •   ​ສາ​ມາດ​ເດີນ​ທາງ​ໄປ​ວຽກ​ຕ່າງ​ແຂວງ ແລະ ຕ່າງ​ປະ​ເທດ​ໄດ້​.

ຊ່ອງທາງການສະໝັກ: ທ່ານສາມາດສົ່ງເອກະສານສະໝັກວຽກທີ່ ​ຫ້ອງການສະມາຄົມ QLA, ບ້ານ​ ​ໂພນ​ສະຫວັນ​ໄຊ, ​ເມືອງ​ແປກ ​ແຂວງຊຽງ​ຂວາງ ຫລື ອີເມວ phetsakhone29@gmail.com ແລະ CC: qualifasc@gmail.com  ຫຼື ໂທລະສັບ 020 55844477, ຂໍ້ມູນເພີ່ມເຕີມກ່ຽວກັບສະມາຄົມ ເບິ່ງໄດ້ທີ່: www.qlalaos.org; https://www.facebook.com/QLACenter

Contact