Lao CSO Platform

ຜູ້ປະສານງານ ໂຄງການ ຈໍານວນ 1 ຕຳແໜ່ງ (Project Coordinator)

Job Description

ປະກາດຮັບສະໝັກພະນັກງານ

  • ຕຳແໜ່ງ: ຜູ້ປະສານງານ ໂຄງການ ຈໍານວນ 1 ຕຳແໜ່ງ (Project Coordinator)
  • ໄລຍະເວລາສັນຍາ: ປີຕໍ່ປີ
  • ບ່ອນປະຈຳການ: ແຂວງຊຽງຂວາງ

ປິດຮັບສະໝັກ: 31 ພຶດສະພາ 2024 (16:00 ໂມງ)

ສະມາຄົມ ຊ່ວຍເຫຼືອຟື້ນຟູຄຸນນະພາບຊີວິດ ມີຈຸດປະສົງໃນການເຄື່ອນໄຫວວຽກງານຊ່ວຍເຫຼືອ ຜູ້ໄດ້ຮັບເຄາະຮ້າຍຈາກລະເບີດ, ຄອບຄົວ ທຸກຍາກ ແລະ ຜູ້ມີຄວາມພິການ. ກິດຈະກຳຫຼັກຂອງສະມາຄົມແມ່ນ ຊ່ວຍເຫຼືອຟື້ນຟູ ທາງດ້ານສຸຂະພາບ-ພື້ນຟູໜ້າທີ່ການ, ການເຂົ້າຮອດເຂົ້າ ເຖິງການສຶກສາ-ສະໜອງທຶນການສຶກສາ, ສະໜັບສະໜູນການສ້າງເສດຖະກິດຄອບຄົວທາງດ້ານກະສິກຳ-ຫັດຖະກຳ, ປັບປຸງທີ່ຢູ່ອາໃສ ສ້າງ- ສ້ອມແປງເຮືອນ, ສ້າງ-ສ້ອມແປງຫ້ອງນໍ້າ ແລະ ການພັດທະນາວິຊາຊີບຕ່າງໆ ເພື່ອໃຫ້ກຸ່ມເປົ້າໝາຍມີສ່ວນຮ່ວມທາງດ້ານເສດຖະກິດ- ສັງຄົມ ແລະ ມີຊີວິດການເປັນຢູ່ທີ່ດີຂຶ້ນ, ເປັນສະມາຄົມເຄື່ອນໄຫວໃນຂົງເຂດທົ່ວປະເທດ, ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2011 ເປັນຕົ້ນມາ, ສະມາຄົມ ພວກເຮົາມີຄວາມຕ້ອງການເພື່ອນຮ່ວມງານລາຍລະອຽດດັ່ງລຸ່ມນີ້:

ໜ້າທີ່ຮັບຜິດຊອບຂອງຜູ້ປະສານງານໂຄງການ:

  • ວາງແຜນ, ຈັດຕັ້ງປະຕິບັດກິດຈະກຳ, ຕິດຕາມສະໜັບສະໜູນ ແລະ ສະຫຼຸບລາຍງານກິດຈະກຳ ໃຫ້ເປັນໄປຕາມແຜນ ແລະ ມາດຖານທີ່ວາງ ໄວ້.
  • ພົວພັນ ປະສານງານກັບອົງການຈັດຕັ້ງລັດ ຂຶ້ນແຂວງ, ຂຶ້ນເມືອງ ຮັບປະກັນການລາຍງານໃຫ້ພາກສ່ວນທີ່ກ່ຽວຂ້ອງຢ່າງມີປະສິດທິພາບ, ລວມທັງການພົວພັນກັບຜູ້ໃຫ້ທຶນ ສາມາດແປພາສາລາວ-ອັງກິດ ແລະ ອັງກິດ-ລາວ.
  • ເປັນຕົວແທນໂຄງການ ແລະ ສະມາຄົມ ໃນການເຂົ້າກອງປະຊຸມ ແລະ ກິດຈະກຳຕ່າງໆທີ່ກ່ຽວຂ້ອງກັບພາກລັດ ແລະ ຜູ້ໃຫ້ທຶນ.
  • ລາຍງານຄວາມຄືບໜ້າ, ຜົນໄດ້ຮັບກິດຈະກຳ, ບັນຫາ/ສິ່ງທ້າທາຍໃຫ້ກັບອົງກອນ, ຄູ່ຮ່ວມງານພາກລັດ ແລະ ຜູ້ໃຫ້ທຶນເປັນພາສາລາວ ແລະ ພາສາອັງກິດ.
  • ສ້າງສາຍພົວພັນທີ່ດີກັບຄູ່ຮ່ວມພາກລັດ, ຄູ່ຮ່ວມພັດທະນາ ແລະ ກຸ່ມເປົ້າໝາຍ.
  • ລາຍງານຄວາມຄືບໜ້າກ່ຽວກັບກິດຈະກຳຢູ່ສະໜາມໃຫ້ກັບຫົວໜ້າແຜນງານ ຫຼື ຜູ້ອໍານວຍການ ສະມາຄົມ ຢ່າງເປັນປົກກະຕິ.

ເງື່ອນໄຂຜູ້ສະໝັກ:

  • ສັນຊາດລາວ, ການສຶກສາ ທຽບເທົ່າປະລິນຍາຕີ ຂຶ້ນໄປ ດ້ານການພັດທະນາຊົນນະບົດ, ພັດທະນາຊຸມຊົນ, ວິທະຍາສາດສັງຄົມ (ສັງຄົມ ສົງເຄາະ) ຫຼື ສາຂາທີ່ກ່ຽວຂ້ອງ.
  • ມີທັກສະການເຮັດວຽກເປັນທີມທີ່ດີ, ເປັນເຈົ້າການ, ມີຈິດອາສາ, ມີຄວາມມຸ່ງໝັ້ນ-ຕັ້ງໃຈໃນການຮຽນຮູ້ສັ່ງໃໝ່ໆ.
  • ມີປະສົບການ ເຮັດວຽກພັດທະນາຊຸມຊົນ 3 ປີຂຶ້ນໄປ ສາມາດສື່ສານ ແລະ ຂຽນບົດລາຍງານເປັນພາສາອັງກິດໄດ້ຢ່າງຄ່ອງແຄ້ວ.
  • ມີມະນຸດສຳພັນດີໃນການເຮັດວຽກຮ່ວມກັບພະນັກງານທີ່ມີຄວາມແຕກຕ່າງດ້ານຊົນເຜົ່າ ແລະ ຊຸມຊົນ.
  • ມີທັກສະໃນການນໍາໃຊ້ຄອມພິວເຕີ: Internet, MS Office (Word, Excel, PowerPoint, Email& Outlook).
  • ມີຄວາມຮັກມັກ, ມີຄວາມຫ້າວຫັນ, ຮັບຜິດຊອບຕໍ່ໜ້າທີ່ວຽກງານ ໃນການເຮັດວຽກພັດທະນາຊຸມຊົນ.
  • ສາມາດເດີນທາງໄປວຽກຕ່າງແຂວງ ແລະ ຕ່າງປະເທດໄດ້,

ຊ່ອງທາງການສະໝັກ: ທ່ານສາມາດສົ່ງເອກະສານສະໝັກວຽກທີ່ ຫ້ອງການສະມາຄົມ QLA, ບ້ານ ໂພນສະຫວັນໄຊ, ເມືອງແປກ ແຂວງ ຊຽງຂວາງ ຫລື ອີເມວ phetsakhone29@gmail.com ແລະ CC: qualifaso@gmail.com ຫຼື ໂທລະສັບ 020 55844477, ຂໍ້ ມູນເພີ່ມເຕີມກ່ຽວກັບສະມາຄົມ ເບິ່ງໄດ້ທີ່: www.qlalaos.org; https://www.facebook.com/QLACenter

Downloads

Contact