Year of establishment: 10 October 2006
Area of Implementation: All Provinces
Target Group: Women, Children, Youth, Elders, Ethnic Groups, and People with Disabilities
ຕໍາແໜ່ງ: ຜູ້ອໍານວຍຄວາມສະດວກໃນການພັດທະນາຊຸມຊົນແບບມີສ່ວນຮ່ວມ 2 ຕໍາແໜ່ງ
ໄລຍະເວລາສັນຍາ: 12 ເດືອນ (ສາມາດຕໍ່ໄດ້ຕາມການປະເມີນແຕ່ລະປີ)
ລາຍງານເຖິງ: ຜູ້ປະສານງານໂຄງການ
ບ່ອນປະຈໍາການ: ເມືອງ ສະໝ້ວຍ, ແຂວງ ສາລະວັນ
ປິດຮັບສະໝັກ: 21 ເມສາ 2023 (17:00 ໂມງ)
ສະມາຄົມເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ສພປ) ມີຄວາມປາດຖະໜາປະກອບສ່ວນເພື່ອໃຫ້ສັງຄົມບັນດາເຜົ່າມີຄວາມຜາສຸກ ບົນພື້ນຖານຄວາມເຄົາລົບເຊີ່ງກັນ ແລະ ກັນ, ມີໂອກາດຢ່າງເທົ່າທຽມກັນ, ໃສ່ໃຈສິ່ງແວດລ້ອມ ແລະ ຊົມໃຊ້ຊັບພະຍາກອນຢ່າງຍືນຍົງ ເປັນອົງການຈັດຕັ້ງສັງຄົມທີ່ມີສະມາຊິກ ແລະ ເຄື່ອນໄຫວໃນຂອບເຂດທົ່ວປະເທດ. ໄດ້ສ້າງຕັ້ງຂຶ້ນແຕ່ປີ 2006 ແລະ ໄດ້ຮັບຂໍ້ຕົກລົງສ້າງຈາກກະຊວງພາຍໃນຕັ້ງແຕ່ເດືອນ ສິງຫາ 2012 ເປັນຕົ້ນມາ. ສະມາຄົມພວກເຮົາມີຄວາມຕ້ອງການເພື່ອນຮ່ວມງານ 02 ຕໍາແໜ່ງ.
ຂໍ້ມູນໃນການສະໝັກ:
ບຸກຄົນທີ່ມີຄວາມເປັນພິການ, ຄົນຊົນເຜົ່າ, ແມ່ຍິງ ແມ່ນຊຸກຍູ້ໃຫ້ສະໝັກ. ທ່ານໃດທີ່ມີຄວາມສົນໃຈ ແມ່ນສາມາດສົ່ງຈົດໝາຍສະໝັກວຽກ (Cover Letter) ແລະ ຊີວະປະຫວັດຫຍໍ້ (CV) ມາໄດ້ທີ່ອີເມວ souvanny@armi.la ແລະ info@armi.la ຫຼື ເບີໂທ +856-20-95780087. ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບພວກເຮົາແມ່ນເບິ່ງໄດ້ທີ່ www.armi.la.