ລາຍລະອຽດ ໜ້າວຽກ
ຕຳແໜ່ງ
ຜູ້ໃຫ້ຄໍາປຶກສາປະຈໍາສູນ 03 ຕໍາແໜ່ງ (Peer counselor)
ບ່ອນປະຈໍາການ
ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ
ໂຄງການ
ໂຄງການສ້າງຄວາມເຂັ້ມແຂງໃຫ້ເປັນຕົວແບບແກ່ລະບົບສາທາລະນະສຸກໂດຍການເຊື່ອມສານກິດຈະກໍາສາມພະຍາດ HIV, TB & Malaria. IPC-HSSM
ລາຍງານເຖີງ
ຜູ້ບໍລິຫານສູນສຸຂະພາບຊຸມຊົນ (TestBokeo)
ໜ້າທີ່ຮັບຜິດຊອບ
- ວຽກໃຫ້ຄຳປຶກສາ:
- ໃຫ້ຄຳປຶກສາແບບເຊີ່ງໜ້າ ແລະ ທາງສື່ອອນລາຍສໍາລັບກຸ່ມເປົ້າໝາຍຜູ້ທີ່ເຂົ້າມາຮັບບໍລິການໃນສູນ ແລະ ໃນຊຸມຊຸຸມຊົນທີ່ມີຄວາມສ່ຽງ ແລະ ຕ້ອງການການບໍລິການ HIV/AIDS, ວັນນະໂລກ, ມາລາເຣຍ, ພຕພ, ສຸຂະພາບຈະເລີນພັນ ແລະ ສຸຂະພາບຈິດ.
- ໃຫ້ຄຳປຶກສາຄວາມກັງວົນ, ການປະເມີນຄວາມສ່ຽງເພື່ອຫຼຸດຜ່ອນການຕິດເຊື້ອ HIV/AIDS, ວັນນະໂລກ, ມາລາເຣຍ, ພຕພ, ສຸຂະພາບຈະເລີນພັນ ແລະ ສຸຂະພາບຈິດ.
- ສ້າງສະພາບແວດລ້ອມທີ່ປອດໄພ ແລະ ເອົາກຸ່ມເປົ້າໝາຍເປັນຈູຸດໃຈກາງໂດຍບໍ່ຕັດສິນເພື່ອການສົນທະນາທີ່ເປີດໃຈ
- ວຽກໃຫ້ຂໍ້ມູນຄວາມຮູ້ ແລະ ການກວດຫາເຊື້ອ HIV ແລະ ນໍາສົ່ງກວດພະຍາດວັນນະໂລກ ແລະ ມາລາເຣຍ:
- ປະເມີນຄວາມສ່ຽງ ແລະ ການກວດຫາເຊື້ອ HIV ຕາມຂັ້ນຕອນທີ່ເໝາະສົມ
- ໃຫ້ຄວາມຮູ້ແກ່ຜູ້ມາໃຊ້ບໍລິການກ່ຽວກັບການປ້ອງກັນການຕິດເຊື້ອ HIV (ຕົວຢ່າງເຊັ່ນວ່າ: ການມີເພດສຳພັນທີ່ປອດໄພ ແລະ ວິທີການກິນຢາປ້ອງກັນກ່ອນການສຳຜັດເຊື້ອເຮສໄອວີ (PrEP)
- ໃຫ້ຄໍາປຶກສາການກວດຫາ ແລະ ນໍາສົ່ງກໍລະນີສົງໄສວັນນະໂລກ, ມາລາເຣຍ ໃນສະຖານບໍລິການທີ່ມີເງື່ອນໄຂ.
- ໃຫ້ຄຳປຶກສາເລື່ອງການປີ່ນປົວ ແລະ ຄວາມສຳຄັນຂອງການກີນຢາຢ່າງຕໍ່ເນື່ອງຂອງຜູ້ຕິດເຊື້ອເຮສໄອວີ, ວັນນະໂລກ ແລະ ມາລາເຣຍ.
- ວຽກເຂົ້າເຖີງກຸ່ມເປົ້າໝາຍໃນຊຸມຊົນ:
- ມີສ່ວນຮ່ວມໃນການຈັດຕັ້ງປະຕິບັດກິດຈະກຳຂະບວນການຕ້ານເອດຕາມສະຖານທີ່ໃນຊຸມຊົນ ແລະ ບ່ອນທີ່ມີຄວາມສ່ຽງສູງ
- ລົງຊຸມຊົນເພື່ອເຂົ້າເຖີງກຸ່ມເປົ້າໝາຍທີ່ມີຄວາມສ່ຽງ
- ຈັດຕັ້ງແຈກຢາຍສື່ໂຄສະນາເພື່ອເຜີຍແຜ່ຄວາມຮູ້ກ່ຽວກັບເຊື້ອ HIV ແລະ ພຕພ, ວັນນະໂລກ, ມາລາເຣຍ, ສຸຂະພາບຈະເລີນພັນ ແລະ ຄວາມຫຼາກຫຼາຍທາງເພດ (SOGIESC)
- ວຽກໃຫ້ຄຳແນະນຳ ແລະ ການເຂົ້າເຖິງປີ່ນປົວຮັກສາ:
- ຊ່ວຍໃຫ້ຜູ້ມາໃຊ້ບໍລິການເຂົ້າໃຈ ແລະ ສາມາດເຂົ້າເຖີງຂະບວນການປີ່ນປົວຮັກສາທີ່ຖືກຕ້ອງ ລວມມີ ເຮສໄອວີ/ພຕພ, ວັນນະໂລກ ແລະ ມາລາເຣຍ
- ນຳສົ່ງກຸ່ມເປົ້າໝາຍຜູ້ທີ່ມີປະຕິກິລິຍາເຂົ້າຮັບການກວດຢັ້ງຢືນເພື່ອລົງທະບຽນປີ່ນປົວຢູ່ໃນສູນART, POC, ຫ້ອງວິເຄາະວັນນະໂລກ ແລະ ກວດຫາເຊື້ອມາລາເຣຍໃນສະຖານທີີ່ບໍລິການທີ່ມີເງື່ອນໄຂ.
- ໃຫ້ຄຳປຶກສາ ແລະ ຊ່ວຍເຫຼືອຕິດຕາມການເບີງແຍ່ງດູແລກຸ່ມເປົ້າໝາຍໃນຊຸມຊົນ ໂດຍສະເພາະແມ່ນການໃຫ້ຄວາມຮູ້ດ້ານໂພຊະນາການ ແລະ ສະໜອງເຄື່ອງໂພຊະນາການທີ່ຈໍາເປັນສໍາລັບຄົນເຈັບທີ່ມີຄວາມທຸກຍາກ.
- ວຽກສະໜັບສະໜູນອຳນວຍຄວາມສະດວກ:
- ແບ່ງປັນປະສົບການສ່ວນຕົວທີ່ກ່ຽວຂ້ອງກັບ HIV, ວັນນະໂລກ, ມາລາເຣຍ, ສຸຂະພາບຈະເລີນພັນ ແລະ ສຸຂະພາບຈິດ ເພື່ອສ້າງຄວາມໄວ້ວາງໃຈ
- ອຳນວຍຄວາມສະດວກສະໜັບສະໜູນຈັດກຸ່ມສົນທະນາກັບຜູ້ທີ່ຕິດເຊື້ອ HIV, ວັນນະໂລກ, ມາລາເຣຍ, ສຸຂະພາບຈະເລີນພັນ, ສຸຂະພາບຈິດ ແລະ ຄວາມຫຼາກຫຼາຍທາງເພດ.
- ສົ່ງເສີມການມີສ່ວນຮ່ວມເພື່ອຫຼຸດຜ່ອນການຈຳແນກ ແລະ ລັງກຽດຜູ້ຕິດເຊື້ອເສຮໄອວີ/ເອດໃນຊຸມຊົນ
- ວຽກບໍລິຫານທົ່ວໄປ:
- ຈົດບັນທຶກຂໍ້ມູນຂອງກຸ່ມເປົ້າໝາຍ ໃນເວລາເຂົ້າມາຮັບບໍລິການຢູ່ໃນສູນ
- ລາຍງານຄວາມຄືບຫນ້າ, ຜົນໄດ້ຮັບຂອງການຈັດຕັ້ງປະຕິບັດກິດຈະກຳໃນສູນ ແລະ ຂໍ້ມູນຕົວຊີ້ວັດ ຮັບປະກັນວ່າຂໍ້ມູນໄດ້ຖືກປ້ອນເຂົ້າໃນລະບົບສຸຂະພາບແຫ່ງຊາດ ແລະ ຖືກຕ້ອງ.
- ເຂົ້າຮ່ວມກອງປະຊຸມປະຈຳເດືອນ, ປະຈຳໄຕມາດ, ປະຈຳປີ, ເຂົ້າຮ່ວມຝຶກອົບຮົມທັງພາຍໃນແຂວງ ແລະ ຕ່າງແຂວງຕາມທີ່ຜູ້ຮັບຜິດຊອບມອບໝາຍ.
ຄຸນນະສົມບັດໃນການສະໝັກ:
- ມີຄວາມເຫັນອົກເຫັນໃຈ ແລະ ສາມາເຂົ້າກັບຄົນໄດ້ງ່າຍ
- ມີທັກສະໃນການສື່ສານທີ່ດີ ທັງການສື່ສານທາງວາຈາ ແລະ ໃນເຊີ່ງການຂຽນ ແລະ ເຮັດເອກະສານ
- ມີຄວາມອ່ອນໄຫວທາງດ້ານວັດທະນາທຳ ແລະ ເຄົາລົບຄວາມຫຼາກຫລາຍ
- ມີຄວາມສາມາດ ແລະ ຄວາມເປັນມືອາຊີບໃນການຮັກສາຄວາມລັບ
- ມີຄວາມອົດທົນ ແລະ ມີການປັບຕົວເມື່ອຕ້ອງປະເຊີນກັບສະຖານະການທີ່ທ້າທາຍ
- ມີການເປີດໃຈທີ່ຈະຮຽນຮູ້ຢ່າງຕໍ່ເນື່ອງໃນຫົວຂໍ້ທີ່ກ່ຽວຂ້ອງເຊັ່ນ: HIV
- ເປັນກຸ່ມຊພຊ (ເກ,ກະເທີຍMSM/TG) ແລະ ເຖ້າຫາກປັນຄົນພື້ນທີ່ຈະພິຈາລະນາພິເສດ (ແຂວງນະຄອນຫຼວງວຽງຈັນ)
- ຖ້າຈົບປະລີນຍາຕີ ຫລື ທຽບເທົ່າ ສາຂາແພດ ຫລື ສັງຄົມສົງເຄາະຈະພິຈາລະນາພິເສດ
- ມີປະສົບການດ້ານວຽກງານພັດທະນາ ແລະ ອາສາສະໝັກສັງຄົມ
- ມີຄວາມຮູ້ຄວາມສາມາດ ແລະ ທັກສະທາງດ້ານການສື່ສານ, ການປະສານງານ ແລະ ການເຮັດວຽກເປັນທີມ
- ມີທັກສະການສື່ສານທີ່ດີ ແລະ ມີຄວາມສາມາດນຳໃຊ້ ໂທລະສັບ Smartphone, Social Media, ໃນລະດັບດີ
- ຖ້າຫາກສາມາດສື່ສານພາສາອັງກິດ (ຂຽນ, ອ່ານ, ຟັງ) ໄດ້ ແມ່ນຈະພິຈາລະນາເປັນພິເສດ
ປະສົບການ:
- ມີຄວາມຮູ້ ຫລືມີປະສົບການສ່ວນຕົວກ່ຽວກັບ HIV (ຢ່າງເຊັ່ນວ່າ: ເປັນຜູ້ທີ່ຕິດເຊື້ອ HIV ຫລື ເຄີຍເຮັດວຽກຮ່ວມກັບຜູ້ທີ່ຕິດເຊື້ອ )
- ມີປະສົບການໃນການໃຫ້ຄຳປຶກສາ, ມີປະສົບການໃນວຽກງານສັງຄົມສົງເຄາະ, ວຽກງານດູແລສຸຂະພາບສ້າງຜົນປະໂຫຍດກັບຊຸມຊົນ
- ຄວາມຮູ້ກ່ຽວກັບລະບົບການດູແລຮັກສາສຸຂະພາບໃນທ້ອງຖີ່ນ ແລະ ບໍລິການສັງຄົມ
- ມີຄວາມຮູ້ໃນການປ້ອງກັນ ແລະ ແນວທາງການປີ່ນປົວ HIV
ຄວາມຕ້ອງການທາງດ້ານສຸຂະພາບ
ເພື່ອປະຕິບັດໜ້າທີ່ວຽກງານໃຫ້ດີ, ຕໍາແໜ່ງນີ້ຕ້ອງການຜູ້ທີ່ມີຄວາມຮູ້ຄວາມສາມາດ ແລະ ເດີນທາງໄປເມືອງ ແລະ ເຂດຫ່າງໄກສອກຫຼີກຢູ່ໃນເມືອງເປົ້າໝາຍ, ແຂວງບໍ່ແກ້ວ
ຄວາມຄາດຫວັງຂອງອົງການ ກ່ຽວກັບການປົກປ້ອງເດັກ
- ອ່ານ, ເຂົ້າໃຈ ແລະ ປະຕິບັດຕາມນະໂຍບາຍການປົກປ້ອງເດັກ ແລະ ແລະ ຂັ້ນຕອນການປົກປ້ອງເດັກພາຍໃນລະບຽບການທ້ອງຖີ່ນ.
- ສອບຖາມຕື່ມ ເພື່ອໃຫ້ຕົນເອງເຂົ້າໃຈແຈ້ງກ່ຽວກັບນະໂຍບາຍ
- ຕ້ອງລາຍງານທຸກໆບັນຫາກ່ຽວກັບການປົກປ້ອງເດັກ (ພາຍໃນ 24 ຊົ່ວໂມງ), ຕ້ອງລາຍງານໃຫ້ຫົວໜ້າສາຍງານ ຫລື ຜູ້ຮັບຜິດຊອບວຽກປົກປ້ອງເດັກຂອງສະມາຄົມ
ຄວາມຄາດຫວັງຂອງອົງການກ່ຽວກັບຄວາມສະເໜີພາບດ້ານບົດບາດຍິງຊາຍ
- ປະກອບສ່ວນເຂົ້າໃນການເຜີຍແຜ່ຄວາມສະເໜີພາບດ້ານບົດບາດຍິງຊາຍຂອງອົງການ/ໂຄງການ
- ສະແດງໃຫ້ເຫັນທັດສະນະດ້ານບວກກ່ຽວກັບຄວາມສະເໜີພາບດ້ານບົດບາດຍິງຊາຍ ທັງໃນເວລາເຮັດວຽກ ແລະ ໃນຊິວິດປະຈຳວັນ
- ຫລີກລ້ຽງກ່ຽວກັບການນຳໃຊ້ ຄຳສັບ ສຽດສີທາງເພດ ແບບບໍ່ເໝາະສົມໃນສະຖານທີ່ເຮັດວຽກ ແລະ ບໍ່ໃຫ້ກ່ຽວຂ້ອງກັບທຸກຮູບແບບຕໍ່ຄວາມຮຸນແຮງດ້ານບົດບາດຍິງຊາຍ.
ຕິດຕໍ່ພົວພັນສົ່ງເອກະສານທີ່:
- ບ້ານເລກທີ 211, ຖະໜົນໄກສອນ, ບ້ານ ຈອມະນີ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ
-
ທ່ານສາມາດສົ່ງ ເອກະສານສະໝັກ ພ້ອມຕິດຄັດຊີວະປະຫວັດຫຍໍ້ ຫລື CV ໃບປະກາດຈົບຊັ້ນຕ່າງໆ (ພ້ອມໃບຄະແນນ), ໃບຜ່ານງານ (ຖ້າມີ) ມາທາງອີເມວ
lattavanh.chiaslaos@gmail.com
ເບີໂທ:
+856 20 56 525 663 ລັດຕະວັນ ແສງດາລາ.
ປິດຮັບສະໝັກ: 15 ພຶດສະພາ 2025