Lao CSO Platform

ພະນັກງານຊ່ວຍ ບັນຊີ-ການເງິນ ໂຄງການ

Job Description

ສະມາຄົມພັດທະນາກະສິກຳ ແລະ ຊ່ວຍເຫຼືອສັງຄົມ/ADSA ຕ້ອງການເພື່ອນຮ່ວມງານ 1 ຕຳແໜ່ງ

ສະມາຄົມພັດທະນາກະສິກຳ ແລະ ຊ່ວຍເຫຼືອສັງຄົມ ເປັນອົງກອນທີ່ບໍ່ສັງກັດລັດ, ເປັນອົງການຈັດຕັ້ງ ສັງຄົມ CSO/NPA ແລະ ເປັນສະມາຄົມທີ່ບໍ່ຫວັງຜົນກຳໄລ ໂດຍໄດ້ຮັບການອະນຸມັດສ້າງຕັ້ງຈາກ: ກະຊວງພາຍ ໃນ ຕາມຂໍ້ຕົກລົງ ສະບັບເລກທີ 267/ພນ, ລົງວັນທີ 24 ພຶດສະພາ 2019.

ວິໄສທັດ: ເພື່ອສົ່ງເສີມກະສິກຳແບບຍືນຍົງ ແລະ ສ້າງວຽກເຮັດງານທຳໃຫ້ກັບຊຸມຊົນ, ໄວໜຸ່ມ ແລະ ເດັກນ້ອຍທີ່ ດ້ອຍໂອກາດ ໂດຍອີງໃສແນວທາງຕາມນະໂຍບາຍຂອງພັກ ແລະ ລັດຖະບານທີ່ເປີດກວ້າງໃຫ້ທຸກຊັ້ນຄົນໃນສັງຄົມ ມີສ່ວນຮ່ວມໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ວຽກງານການຄໍ້າປະກັນທາງດ້ານສະບຽງ ອາຫານ, ວຽກງານປົກປັກຮັກສາສິ່ງແວດລ້ອມ, ດ້ານໂພຊະນາການ ແລະ ສຸຂະອະນາໄມ,

ພາລະກິດ: ສະມາຄົມພັດທະນາກະສິກຳ ແລະ ຊ່ວຍເຫຼືອສັງຄົມ ມີຄວາມມຸ້ງຫວັງໃນການຊ່ວຍພັດທະນາຊົນນະບົດ ໃຫ້ມີຄວາມຈະເລີນ, ຊ່ວຍປະຊາຊົນໃຫ້ມີວຽກເຮັດງານທໍາ, ມີທັກສະດ້ານວິຊາຊີບ, ປູກຈິດສໍານຶກດ້ານ ສິ່ງແວດລ້ອມ, ສົ່ງເສີມດ້ານໂພຊະນາການ ແລະ ສົ່ງພ້ອມທັງໃຫ້ມີຄວາມຮູ້ເຕັກນິກວິຊາການໃນການທຳການຜະລິດ

ກະສິກຳ.

ເປົ້າໝາຍ: ເພື່ອປະກອບສ່ວນຜັນຂະຫຍາຍນະໂຍບາຍຂອງພັກ ແລະ ລັດຖະບານທີ່ເປີດກວ້າງໃຫ້ທຸກຊັ້ນຄົນໃນ ສັງຄົມມີສ່ວນຮ່ວມໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ສົ່ງເສີມຊາວກະສິກອນ, ຊຸມຊົນ ໃນເຂດຊົນນະບົດຫັນມາເຮັດກະສິກຳຫຼາຍຂຶ້ນ. ເພື່ອປັບປຸງຊີວິດການເປັນຢູ່ຂອງຊຸມຊົນເຂດຊົນນະບົດໃຫ້ດີຂຶ້ນ.

ພາລະບົດບາດ ແລະ ໜ້າທີ່ຮັບຜິດຊອບ

  • ຕິດຕາມບັນທຶກປະຈຳວັນ ທີ່ແຍກກິດຈະກຳໂຄງການ
  • ຕິດຕາມຄ່າໃຊ້ຈ່າຍ
  • ກະກຽມສະຫຼຸບແຜນງົບປະມານ ໃຫ້ແກ່ພະນັກງານໂຄງການ
  • ສະຫຼຸບເງິນສົດ ແລະ ຍອດເງິນໃນບັນຊີ ປະຈຳອາທິດ ແລະ ປະຈຳເດືອນສົ່ງໃຫ້ຜູ້ປະສານງານ ໂຄງການ
  • ຕິດຕາມທຸກໆລາຍງານ ດ້ານການເງິນທີ່ຂໍ ເພື່ອໃຫ້ແນ່ໃຈຫວາ ໄດ້ຮັບການອະນຸມັດ ແລະ ຖືກຕ້ອງ ຕາມ ລະຫັດບັນຊີຕາມຂັ້ນຕອນ ດ້ານການເງິນ ຂອງ ADSA ແລະ ການປະຕິບັດຕາມລະບຽບ ຂອງຜູ້ໃຫ້ທຶນ
  • ລົງລະບົບການເງິນ ( ເຊັ່ນ: Excel ແລະ ອັບໂລດ ເຂົ້າລະບົບການເງິນ

ໜ້າທີ່ຮັບຜິດຊອບຫຼັກຄື:

  • ມີປະສົບການໃນການເຮັດວຽກ ດ້ານບັນຊີ – ການເງິນ ແລະ ບໍລິຫານ ຫ້ອງການຢ່າງໜ້ອຍ 1 ປີ
  • ຈົບປະລິນຍາຕີ ສາຂາ ການເງິນ-ການບັນຊີ, ບໍລິຫານ
  • ມີຄວາມຮູ້ພື້ນຖານດ້ານພາສາອັງກິດ
  • ມີຄວາມຮູ້ດ້ານ ການເງິນ ແລະ ຂັ້ນຕອນຂະບວນການ ການບັນຊີຕ່າງໆ
  • ມີຄວາມຮູ້ກ່ຽວກັບ ວຽກງານບໍລິຫານປະຈຳວັນ ເຊັ່ນ: ເອກະສານໃນຫ້ອງການ ແລະ ການສ້າງ ເອກະສານຕ່າງໆ.
  • ມີປະສົບການ ໃນການຂຶ້ນງົບປະມານ, ການຂໍງົບປະມານ, ການສະຫຼຸບ ງົບປະມານ ແລະ ການ ລົງລະບົບງົບປະມານ
  • ມີປະສົບການຄຸ້ມຄອງຊັບສິນຂອງໂຄງການ
  • ມີຄວາມເຂົ້າໃຈກ່ຽວກັບ ບົດບາດຍິງ-ຊາຍ ແລະ ສິດທີ່ຕ່າງໆ
  • ມີທັກສະໃນການນໍາໃຊ້ຄອມພິວເຕີ Word, ແລະ Excel Powerpoint ໄດ້ດີ
  • ມີທັກສະໃນການສື່ສານ, ເວົ້າ ແລະ ຂຽນ ເປັນຢ່າງດີ
  • ມີທັກສະໃນການອໍານວຍຄວາມສະດວກເປັນຢ່າງດີ
  • ມີຄວາມເຄົາລົບເພື່ອນຮ່ວມງານ ແລະ ໜ້າທີ່ເປັນຢ່າງດີ
  • ມີຄວາມພ້ອມໃນການເຮັດວຽກ ໃນສະຖານທີ່ທີ່ມີຄວາມທ້າທາຍ

ສໍານັກງານຂອງສະມາຄົມຕັ້ງຢູ່ບ້ານ: ສາຍລົມ, ເຮືອນເລກທີ: 106 ໜ່ວຍ: 10 ເມືອງ: ຈັນທະບູລີ, ນະຄອນຫຼວງວຽງຈັນ, ເບີໂທລະສັບ: 020 99278389, 020 55828438 ເບີແຟັກ: 021 219538 ອີເມວ xiengmonechan@gmail.com, saonoell@hotmail.com.

Contact