Lao CSO Platform

ພະນັກງານບໍລິການຊຸມຊຸນ 05 ຕໍາແໜ່ງ (Community Outreach Support

Job Description

ລາຍລະອຽດ ໜ້າວຽກ

ຕຳແໜ່ງ
ພະນັກງານບໍລິການຊຸມຊຸນ 05 ຕໍາແໜ່ງ (Community Outreach Supporter)

ບ່ອນປະຈໍາການ
ເມືອງຫ້ວຍຊາຍ, ເມືອງຕົ້ນເຜິ້ງ, ເມືອງເມິງ, ເມືອງຜາອຸດົມ ແລະ ເມືອງປາກທາ

ໂຄງການ
ໂຄງການສ້າງຄວາມເຂັ້ມແຂງໃຫ້ເປັນຕົວແບບແກ່ລະບົບສາທາລະນະສຸກໂດຍການເຊື່ອມສານກິດຈະກໍາສາມພະຍາດ HIV, TB & Malaria. IPC-HSSM

ລາຍງານເຖີງ
ຜູ້ປະສານງານຂັ້ນແຂວງ

ໜ້າທີ່ຮັບຜິດຊອບ

  1. ວຽກງານໂຄສະນາເຜີຍແຜ່ວຽກງານສຸຂະສຶກສາໃຫ້ຄວາມຮູ້ ແກ່ກຸ່ມເປົ້າໝາຍ
  • ຮ່ວມວາງແຜນ ແລະ ຈັດຕັ້ງກິດຈະກໍາໂຄສະນາເຜີຍແຜ່ຂໍ້ມູນດ້ານສຸຂະພາບເບື້ອງຕົ້ນ ລວມມີ ເຮສໄອວີ, ວັນນະໂລກ ແລະ ມາລາເຣຍ, ພະຍາດຕິດຕໍ່ທາງເພດສຳພັນ, ສຸຂະພາບຈະເລີນພັນ, ສິດທີ ແລະ ຄວາມຫຼາກຫຼາຍທາງເພດ, ການໃຫ້ຄໍາປຶກສາ ໃນຊຸມຊົນເປົ້າໝາຍ ແລະ ກຸ່ມສ່ຽງຈາກພະຍາດດັ່ງກ່າວທັງອອນລາຍ ແລະ ອ໋ອບລາຍ.
  • ຄົ້ນຄິດຫົວຂໍ້ ແລະ ຮູບແບບການກິດຈະກໍາໂຄສະນາສຸຂະສຶກສາທີ່ສ້າງສັນ ແລະ ເໝາະສົມກັບແຕ່ລະກຸ່ມເປົ້າໝາຍ.
  1. ວຽກງານການສະໜັບສະໜູນການຊອກຄົ້ນກໍລະນີ ແລະ ນໍາສົ່ງສະຖານທີ່ບໍລິການດ້ານສຸຂະພາບ ເພື່ອກວດຢັ້ງຢືນ ແລະ ເຂົ້າເຖິງການປິ່ນປົວ
  • ປະສານງານ ແລະ ພົວພັນຢ່າງໃກ້ຊິດກັບຫ້ອງການສາທາລະນະສຸກເມືອງ ແລະ ສຸກສາລາ ເພື່ອກໍານົດພື້ນທີ່ຊຸກຊຸມວັນນະໂລກ, ເຮັສໄອວີ ແລະ ມາລາເຣຍ ໃນແຕ່ລະພື້ນທີ່ ທີ່ຕົນຮັບຜິດຊອບໃນແຕ່ລະເດືອນ.
  • ກະກຽມແຜນວຽກ ແລະ ແຜນງົບປະມານກິດຈະກໍາໃຫ້ຜູ້ປະສານງານຂັ້ນແຂວງ ສຳລັບກິດຈະກໍາການຊອກຄົ້ນກໍລະນີໃນພື້ນທີ່ເປົ້າໝາຍ ລວມທັງຜູ້ທີ່ຂາດຢາໃນການປິ່ນປົວເຮສໄອວີ, ວັນນະໂລກ ແລະ ມາລາເຣຍ.
  • ໃຫ້ຄໍາປຶກສາ ແລະ ການກັ່ນຕອງກຸ່ມສ່ຽງໃຫ້ຖືກຕ້ອງຕາມເງື່ອນໄຂໃນຄູ່ມືແຫ່ງຊາດຂອງພະຍາດເອດ/ເຮສໄອວີ, ວັນນະໂລກ ແລະ ມາລາເຣຍ ແລະ ນໍາສົ່ງເພື່ອເຂົ້າເຖິງການບົ່ງມະຕິ ແລະ ປິ່ນປົວ.
  • ໃຫ້ຄວາມຮູ້ ແລະ ກັ່ນຕອງຄົນທີ່ໃກ້ຊິດກັບຄົນເຈັບ ໂດຍສະເພາະແມ່ນຄອບຄົວ, ຄົນທີ່ອາໄສໃກ້ຄຽງ, ຄູ່ຮ່ວມນອນ (index testing)
  1. ວຽກງານການສະໜັບສະໜູນການກິນຢາຕໍ່ເນື່ອງ ແລະ ການດູແລເບິ່ງແຍງຄົນເຈັບ ລວມທັງຜູ້ທີ່ໄດ້ຜົນກະທົບຈາກພະຍາດດັ່ງກ່າວ
  • ແຕ່ງຕັ້ງຜູ້ຮັບຜິດຊອບກໍາກັບການກິນຢາຕໍ່ເນື່ອງຂອງຄົນເຈັບ (Trios) ປະກອບມີ: ສະມາຊິກໃນຄອບຄົວ, ອາສາສະໝັກບ້ານ ແລະ ສຸກສາລາ ພ້ອມທັງໃຫ້ຄໍາແນະນໍາຫຼັງການແຕ່ງຕັ້ງ.
  • ສະໜັບສະໜູນຄວາມຮູ້ດ້ານໂພຊະນາການ ແລະ ເຄື່ອງໂພຊະນາການທີ່ຈໍາເປັນໃຫ້ກັບຄົນເຈັບ ແລະ ຄອບຄົວຄົນເຈັບ ທີ່ເປັນຄົວເຮືອນທຸກຍາກ.
  • ຂຶ້ນຄົວເຮືອນສະໜັບສະໜູນການກິນຢາຕໍ່ເນື່ອງ ແລະ ອາການຂ້າງຄຽງຈາການກິນຢາຂອງຄົນເຈັບຢ່າງເປັນປົກກະຕິ.
  1. 4. ການຕິດຕາມ ແລະ ລາຍງານ:
  • ຕິດຕາມ, ກວດສອບຂໍ້ມູນ ແລະ ປ້ອນຂໍ້ມູນໃນລະບົບຖານຂໍ້ມູນໂຄງການ ພ້ອມທັງຮັບປະກັນຄວາມຖືກຕ້ອງໃນລະບົບຂໍ້ມູນສຸຂະພາບແຫ່ງຊາດ (DHIS2)
  • ສົ່ງບົດລາຍງານຂໍ້ມູນ ແລະ ກິດຈະກໍາ ໃຫ້ຫ້ອງການສາທາລະນະສຸກ, ປະສານງານຂັ້ນແຂວງ ແລະ ໜ່ວຍງານຕິດຕາມ ແລະ ປະເມີນຜົນ (M&E) ກ່ຽວກັບທຸກຕົວຊີ້ວັດຂອງໂຄງການໃນທ້າຍເດືອນ ແລະ ຢ່າງຕໍ່ເນື່ອງ
  • ຊຸກຍູ້ຕິດຕາມ ແລະ ສະໜັບສະໜູນການຈັດຕັ້ງປະຕິບັດຂອງອາສາສະໝັກບ້ານເປັນປະຈໍາໃນແຕ່ລະເດືອນ.

4 . ອື່ນໆ:

  • ເຂົ້າຮ່ວມການຝຶກອົບຮົມ ຫຼື ການຕິດຕາມໃນຂັ້ນບ້ານ ແລະ ສຸກສາລາ ຕາມແຜນຂອງຜູ້ບໍລິຫານໂຄງການ, ຫົວໜ້າສາຍງານ ແລະ ໜ່ວຍງານຕິດຕາມປະເມີນຜົນ;
  • ຊ່ວຍ ແລະ ປະກອບສ່ວນວຽກງານອື່ນໆຕາມການມອບໝາຍຂອງຫ້ອງການສາທາລະນະສຸກເມືອງ, ສະມາຄົມ ສສຮ ແລະ ຜູ້ໃຫ້ທຶນ.
  • ຊ່ວຍເກັບຮູບພາບ, ບົດຄວາມ ແລະ ສື່ຕ່າງໆ ໃນລະຫວ່າງກິດຈະກໍາຂັ້ນບ້ານ, ເມືອງ, ກອງປະຊຸມ/ການຝຶກອົບຮົມ/ກິດຈະກໍາອື່ນໆ ຕາມຄວາມຕ້ອງການ ພ້ອມທັງການເຜີຍແຜ່ບັນດາຜົນສຳເລັດຂອງໂຄກງານ;

ຄວາມຮູ້ ແລະ ປະສົບການ

  • ລະດັບປະລິນຍາຕີໃນສາຂາທີ່ກ່ຽວຂ້ອງ (ແພດສາດ, ສັງຄົມສົງເຄາະ, ພັດທະນາຊຸມຊົນ – ຊົນນະບົດແລະອື່ນໆ);
  • ຄວາມຮູ້ພື້ນຖານກ່ຽວກັບການຮັກສາສຸຂະພາບ, ພະຍາດຕິດຕໍ່ (ພະຍາດເອດ/ເຮສໄອວີ, ວັນນະໂລກ ແລະ ມາລາເຣຍ), ສຸຂະພາບຈະເລີນພັນ, ໂພຊະນາການ ແລະ ຄວາມຫຼາກຫຼາຍທາງເພດ, ບົດບາດຍິງ-ຊາຍ;
  • ມີປະສົບການໃນການຈັດຕັ້ງປະຕິບັດໂຄງການ ລວມທັງການວາງແຜນ, ງົບປະມານ ແລະ ການລາຍງານ
  • ປະສົບການເຮັດວຽກກັບ CSOsຫຼື INGO, NGOs
  • ມີຄວາມຮູ້ດ້ານພາສາຊົນເຜົ່າ

ທັກສະ

  • ມີປະສົບການຢ່າງໜ້ອຍ 3 ປີ ໃນການຈັດຕັ້ງປະຕິບັດໂຄງການ ແລະ ພະນັກງານບໍລິການຊຸມຊົນ.
  • ການສື່ສານ, ວຽກງານໂຄສະນາສຶກສາ ແລະ ປະສານງານທີ່ດີ.
  • ມີທັກສະດ້ານຄອມພິວເຕີດີໃນການນຳໃຊ້ Microsoft Office (Word, Excel, Power Point, etc)
  • ທັກສະໃນການຂຽນບົດລາຍງານເປັນພາສາລາວ
  • ມີປະສົບການໃນການຕິດຕາມ ແລະ ປະເມີນຜົນໂຄງການ

ຄວາມຕ້ອງການທາງດ້ານສຸຂະພາບ

ເພື່ອປະຕິບັດໜ້າທີ່ວຽກງານໃຫ້ດີ, ຕໍາແໜ່ງນີ້ຕ້ອງການຜູ້ທີ່ມີຄວາມຮູ້ຄວາມສາມາດ ແລະ ເດີນທາງໄປເມືອງ ແລະ ເຂດຫ່າງໄກສອກຫຼີກຢູ່ໃນເມືອງເປົ້າໝາຍ, ແຂວງບໍ່ແກ້ວ

ຄວາມຄາດຫວັງຂອງອົງການ ກ່ຽວກັບການປົກປ້ອງເດັກ

  • ອ່ານ, ເຂົ້າໃຈ ແລະ ປະຕິບັດຕາມນະໂຍບາຍການປົກປ້ອງເດັກ ແລະ ແລະ ຂັ້ນຕອນການປົກປ້ອງເດັກພາຍໃນລະບຽບການທ້ອງຖີ່ນ.
  • ສອບຖາມຕື່ມ ເພື່ອໃຫ້ຕົນເອງເຂົ້າໃຈແຈ້ງກ່ຽວກັບນະໂຍບາຍ
  • ຕ້ອງລາຍງານທຸກໆບັນຫາກ່ຽວກັບການປົກປ້ອງເດັກ (ພາຍໃນ 24 ຊົ່ວໂມງ), ຕ້ອງລາຍງານໃຫ້ຫົວໜ້າສາຍງານ ຫລື ຜູ້ຮັບຜິດຊອບວຽກປົກປ້ອງເດັກຂອງສະມາຄົມ

ຄວາມຄາດຫວັງຂອງອົງການກ່ຽວກັບຄວາມສະເໜີພາບດ້ານບົດບາດຍິງຊາຍ

  • ປະກອບສ່ວນເຂົ້າໃນການເຜີຍແຜ່ຄວາມສະເໜີພາບດ້ານບົດບາດຍິງຊາຍຂອງອົງການ/ໂຄງການ
  • ສະແດງໃຫ້ເຫັນທັດສະນະດ້ານບວກກ່ຽວກັບຄວາມສະເໜີພາບດ້ານບົດບາດຍິງຊາຍ ທັງໃນເວລາເຮັດວຽກ ແລະ ໃນຊິວິດປະຈຳວັນ
  • ຫລີກລ້ຽງກ່ຽວກັບການນຳໃຊ້ ຄຳສັບ ສຽດສີທາງເພດ ແບບບໍ່ເໝາະສົມໃນສະຖານທີ່ເຮັດວຽກ ແລະ ບໍ່ໃຫ້ກ່ຽວຂ້ອງກັບທຸກຮູບແບບຕໍ່ຄວາມຮຸນແຮງດ້ານບົດບາດຍິງຊາຍ.

ຕິດຕໍ່ພົວພັນສົ່ງເອກະສານທີ່:

  • ບ້ານເລກທີ 211, ຖະໜົນໄກສອນ, ບ້ານ ຈອມະນີ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ
  • ທ່ານສາມາດສົ່ງ ເອກະສານສະໝັກ ພ້ອມຕິດຄັດຊີວະປະຫວັດຫຍໍ້ ຫລື CV ໃບປະກາດຈົບຊັ້ນຕ່າງໆ (ພ້ອມໃບຄະແນນ), ໃບຜ່ານງານ (ຖ້າມີ) ມາທາງອີເມວ 📧 lattavanh.chiaslaos@gmail.com
    ເບີໂທ: 📱+856 20 56 525 663 ລັດຕະວັນ ແສງດາລາ.

 

 

 

 

 

Downloads

Contact