ປະກາດຮັບສະໝັກພະນັກງານ
ພະນັກງານບໍລິຫານ ແລະ ການເງິນ (Administrative and Finance Officer)
ສະມາຄົມພັດທະນາກະສິກຳ ແລະ ສິ່ງແວດລ້ອມແບບຍືນຍົງ (SAEDA) ເພື່ອຈັດຕັ້ງປະຕິບັດໂຄງການສົ່ງເສີມກະສິກໍານິເວດໃຫ້ຊາວນາຂະຫນາດນ້ອຍ (Support eco-agrology agriculture for small farmers) ມີຄວາມຕ້ອງການຮັບ:
ພະນັກງານບໍລິຫານ ແລະ ການເງິນ (Administrative and Finance Officer)
ປະຈຳໂຄງການຢູ່ຫ້ອງການ ແຂວງຈໍາປາສັກ ໄລຍະເວລາ 3 ປີ
ໜ້າທີ່ຮັບຜິດຊອບຫຼັກ
- ວຽກບໍລິຫານຫ້ອງການ
- ຈັດເກັບ ແລະ ຄຸ້ມຄອງເອກະສານ
- ຮັບໂທລະສັບ, ກ໋ອບປີເອກະສານ
- ເບິງຄວາມເປັນລະບຽບຮຽບຮ້ອຍ ແລະ ອໍານວຍຄວາມສະດວກຕ່າງໆ
- ຈັດຊື້ອຸປະກອນຕ່າງໆ
- ເຮັດການບັນທຶກການເຄື່ອນໄຫວການເງິນ
- ກວດສອບເອກະສານການເງິນ
- ເຮັດແຜນງົບປະມານກິດຈະກໍາ, ປະຈໍາເດືອນ, ໄຕມາດ, ປີ
- ເຮັດບົດລາຍງານການເງິນກິດຈະກໍາ, ປະຈໍາເດືອນ, ໄຕມາດ, ປີ
- ຕິດຕໍ່ ປະສານງານວຽກງານ ກັບ ທາງນອກ: ທະນາຄານ, ຫ້ອງການໄປສະນີ ແລະ ອົງການຈັດຕັ້ງອື່ນໆ
ຄຸນນະວຸດ ແລະ ມາດຖານຕ້ອງການ
- ຮຽນຈົບປະລິຍາຕີ ຫຼື ທຽບເທົ່າດ້ານການຄຸ້ມຄອງບໍລິຫານ ແລະ ສາຂາອື່ນໆ ທີ່ກ່ຽວຂ້ອງ
- ສັນຊາດລາວ ມີອາຍຸລະຫວ່າງ 25-40 ປີ
- ມີປະສົບການໃນການເຮັດວຽກມາກ່ອນ ຫຼາຍກວ່າ 1 ປີ
- ເຄີຍເຮັດວຽກນຳອົງການພັດທະນາຊົນນະບົດມາກ່ອນ
- ສາມາດນຳໃຊ້ຄອມພິວເຕີ: Word, Excel, Power point ແລະ ອື່ນໆ
- ສາມາດເວົ້າ ແລະ ຂຽນພາສາອັງກິດ ໄດ້ເປັນຢ່າງດີ
- ມີຄວາມມັກ, ຮັບຜິດຊອບ ແລະ ຫ້າວຫັນຕໍ່ໜ້າທີວຽກງານ
- ບໍ່ມີຄະດີ ແລະ ເຮັດຜິດລະບຽບກົດໝາຍມາກ່ອນ
- ຖ້າເປັນຄົນທ້ອງຖິ່ນຢູ່ນະຄອນຈຳປາສັກຈະພິຈາລະນາເປັນພີເສດ
- ຈະຕ້ອງມີໃບອະນຸຍາດຂັບຂີ່ລົດຈັກ
ການສະໝັກ
ທ່ານໃດສົນໃຈສາມາດຍື່ນຄຳຮ້ອງສະໝັກຂຽນດ້ວຍຕົວເອງ ພ້ອມດ້ວຍ ຊີວະປະຫວັດ, ໃບປະກາດ, ໃບຜ່ານງານ, ໃບແຈ້ງໂທດ, ອັດປື້ມສຳມະໂນຄົວ/ບັດປະຈຳຕົວ ແລະ ເອກກະສານອື່ນໆ ທີ່ກ່ຽວຂ້ອງ. ສະເກນ ສົ່ງມາທາງອີແມ໋ວ: infor.saedalaos@gmail.com
ປິດຮັບສະໝັກ: ວັນທີ 27/04/2025