Lao CSO Platform

ພະນັກງານພາກສະໜາມ

Job Description

ປະກາດຮັບສະໝັກພະນັກງານ

ສະມາຄົມພັດທະນາທັກສະຊີວິດ (Life Skills Development Association)

ມີຄວາມຕ້ອງການເພື່ອນຮ່ວມງານພາກສະໜາມໃນວຽກປັບປຸງຄຸນນະພາບການສຶກສາ ຊັ້ນປະຖົມສຶກສາ ຈໍານວນ 01 ຕຳແໜ່ງ ປະຈຳທີ່ ເມືອງແອດ, ແຂວງຫົວພັນ.

ເງື່ອນໄຂຜູ້ສະໝັກ:

1. ເພດ ຍິງ ຫຼື ຊາຍ ມີອາຍຸລະຫວ່າງ 20-35 ປີ

2. ຮຽນຈົບປະລີນຍາຕີ/ຊັ້ນສູງ/ຊັ້ນກາງ ກ່ຽວກັບວິຊາຄູສາຍຄູປະຖົມ ຫຼື ພັດທະນາຊຸມຊົນ/ສັງຄົມສົງເຄາະ

3. ຮູ້ນໍາໃຊ້ຄອມພິວເຕີ Ms word Ms excel, E-mail ແລະ PowerPoint ໄດ້ຢ່າງຄ່ອງແຄ່ວ

4. ມີຄວາມຫ້າວຫັນຕໍ່ວຽກງານ ແລະ ມີຄວາມຮັບຜິດຊອບຕໍ່ໜ້າວຽກສູງ

5. ມີປະສົບການເຮັດວຽກພັດທະນາການສຶກສາ ຫຼື ວຽກສົ່ງເສີມຄວາມເຂັ້ມແຂງໃຫ້ແກ່ຊຸມຊົນຢ່າງໜ້ອຍ 1-2 ປີ

6. ມີມະນຸດສຳພັນດີ ແລະ ສາມາດເຮັດວຽກເປັນທີມງານໄດ້ດີ

7. ສາມາດຂີ່ລົດລົງທ້ອງຖິ່ນເຂດກັນດານໄດ້ ແລະ ມີໃບຂັບຂີ່ ປະເພດ A ແລະ AB

8. ເປັນຄົນທ້ອງຖິ່ນ ແຂວງຫົວພັນ ຫຼື ແຂວງຊຽງຂວາງ (ຖ້າເປັນຄົນຟື້ນຖານເມືອງແອດຍິ່ງເປັນການດີ)

9. ສາມາດປາກເວົ້າ ຫຼື ສື່ສານ ພາສາເຜົ່າມົ້ງຍິ່ງເປັນການດີ

10. ມີຄວາມມັກ-ຮັກ ໃນການເຮັດວຽກສົ່ງເສີມ-ພັດທະນາເດັກນ້ອຍຊົນເຜົ່າໃນໂຮງຮຽນ ແລະ ຊຸມຊົນ.

11. ສາມາດລົງເຮັດວຽກພາກສະໜາມຄົນດຽວ ແລະ ນອນຄ້າງຄືນຢູ່ບ້ານຂອງປະຊາຊົນໄດ້ໃນບາງຄັ້ງຄາວ.

ໜ້າວຽກຫຼັກ:

1. ຕິດຕໍ່ປະສານງານກັບບ້ານ ແລະ ໂຮງຮຽນໃນເຂດທີ່ຕົນຮັບຜິດຊອບໃນການດໍາເນີນກິດຈະກຳ

2. ຮ່ວມກັບພະນັກງານ ຫ້ອງການສຶກສາທິການ ແລະ ກິລາເມືອງ ວາງແຜນກິດຈະກຳ, ຂື້ນແຜນງົບປະມານ, ດໍາເນີນກິດຈະກຳ ແລະ ສະຫຼຸບ ລາຍງານເປັນລາຍກິດຈະກຳ.

3. ເຂົ້າຮ່ວມກອງປະຊຸມ ແລະ ເຝິກອົບຮົມທາງດ້ານວິຊາການຕາມແຜນກິດຈະກຳຂອງໂຄງການ.

4. ສ້າງຖານ ແລະ ຈັດລະບົບຂໍ້ມູນ ກຽວກັບບ້ານ ແລະ ໂຮງຮຽນ ໃນຈຸດທີ່ຕົນເອງຮັບຜິດຊອບ

5. ບັນທຶກຂະບວນການຂອງການດໍາເນີນກິດຈະກຳ ເພື່ອມາສັງລວມເປັນບົດຮຽນຖອດຖອນໄດ້.

6. ຊ່ວຍຄູສອນ ໃນການສ້າງ/ຜະລິດສື່ການຮຽນການສອນຕົວແບບໃນບາງວິຊາ ຫຼື ບາງຫົວບົດຕາມຄວາມສາມາດ.

7. ຊ່ວຍເປັນຄູເຝິກຮ່ວມກັບ ສກຂ, ສກມ ໃນບາງຫົວຂໍ້ທີ່ມີຄວາມເໝາະສົມ.

8. ລົງຕິດຕາມຊຸກຍູ້ຄູສອນໃນການສ້າງແຜນພັດທະນາໂຮງຮຽນ, ການຮຽນ-ການສອນ, ແຜນກົນໄກປົກປ້ອງເດັກ ແລະ ແຜນ ສົ່ງເສີມສິດທິເດັກ.

9. ຊຸກຍູ້ຄູ, ຄພສບ, ຊາວບ້ານ ສ້າງ ແລະ ປັບປຸງສະພາບແວດລ້ອມໂຮງຮຽນ ແລະ ແຫຼ່ງຮຽນຮູ້ສໍາລັບເດັກນ້ອຍ.

10. ອື່ນໆ ທີ່ກ່ຽວຂ້ອງງ

ເອກະສານປະກອບມີ:

1. ໃບປະກາດ ຈົບ ມ.ປາຍ, ໃບປະກາດຈົບວິຊາສະເພາະ, ໃບຄະແນນ

2. ຊີວະປະຫວັດຫຍໍ້ ແລະ ຂໍ້ມູນການເຮັດວຽກຂອງຕົນເອງ (CV) ພ້ອມດ້ວຍຂໍ້ມູນຂອງຜູ້ຢັ້ງຢືນຢ່າງໜ້ອຍ 2 ທ່ານ.

3. ບັດປະຈຳຕົວ ຫຼື ປຶ້ມສຳມະໂນຄົວ.

4. ໃບຜ່ານງານ (ຖ້າມີ)

5. ໃບຂັບຂີ່ລົດ A, AB

6. ໃບຢັ້ງຢືນທີ່ຢູ່

7. ໃບແຈ້ງໂທດ

8. ໃບຢັ້ງຢືນການກວດສຸຂະພາບ ແລະ ເອກະສານອື່ນໆ

ທ່ານໃດສົນໃຈສາມາດສົ່ງເອກະສານສະໝັກມາທີ່ຝ່າຍບຸກຄະລາກອນ:

ໂທ ຫຼື ວອດ:ແອັບ: 020 52 227 271, ອິເມວKhomexub@yahoo.com

ຫຼື ສົ່ງເອກະສານສະໝັກໄດ້ດ້ວຍຕົນເອງທີ່ ຫ້ອງການສະມາຄົມພັດທະນາ ທັກສະຊີວິດ ຢູ່ທີ່: ບ້ານໂນນແສງຈັນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຫຼື ຫ້ອງການສະມາຄົມພັດທະນາທັກສະຊີວິດ ເມືອງ ແອດ ແຂວງຫົວພັນ(ຢູ່ໃນເຂດຫ້ອງການສຶກສາ ແລະ ກິລາເມືອງແອດ) ຜູ້ປະສານງານປະຈໍາເມືອງ ນາງ ນ່າ ຄໍາເຮືອງ 020 23 388 388

(ການສໍາພາດແມ່ນພວກເຮົາຈະຕິດຕໍ່ຫາຜູ້ທີ່ຖືກຄັດເລືອກເທົ່ານັ້ນ)

Contact