Lao CSO Platform

ອາສາສະໝັກບໍລິການຊຸມຊົນ

Job Description

 
ປະກາດຮັບສະໝັກພະນັກງານ
ສະມາຄົມ ສຸຂະພາບຊຸມຊົນ ແລະ ການມີສ່ວນຮ່ວມ ສສຮ ແມ່ນອົງການຈັດຕັ້ງສັງຄົມລາວທີ່ເຮັດວຽກສົ່ງເສີມປະຊາກອນທີ່ມີຄວາມສ່ຽງ ແລະ ໄດ້ຮັບຜົນກະທົບໃນການເຂົ້າເຖີງການບໍລິການສຸຂະພາບຢ່າງ ທົ່ວເຖີງ ແລະ ເທົ່າທຽມ.

ຕໍາແໜ່ງງານ
ອາສາສະໝັກບໍລິການຊຸມຊົນ Community Outrreach Supporter COS 16 ຕໍາແໜ່ງ

ຊື່ໂຄງການ
ໂຄງການເຂົ້າເຖິງການບໍລິການສຸຂະພາບ ແລະ ໂພຊະນາການ ສໍາລັບວຽກງານສະກັດກັ້ນຕ້ານເຊື້ອເຮສໄອວີ / Health And Nutrition Services Access Project (HANSA)

ພື້ນທີ່ໂຄງການ
ແຂວງວຽງຈັນ 5 ຕໍາແໜ່ງ, ແຂວງຫຼວງພະບາງ 5 ຕໍາແໜ່ງ, ແຂວງໄຊຍະບູລີ 3 ຕໍາແໜ່ງ ແລະ ແຂວງຄຳມ່ວນ 3 ຕຳແໜ່ງ

ໄລຍະເວລາໂຄງການ
1 ປີ

ຫນ້າວຽກຫຼັກ
ພາລະບົດບາດຂອງອາສາສະໝັກ (COS)

1.      ຊອກຄົ້ນ ແລະ ເຂົ້າເຖີງກຸ່ມເປົ້າໜາຍທີ່ເປັນຊາຍທີ່ມີເພດສໍາພັນກັບຊາຍ: ໂດຍສາມາດນໍາໄຊ້ຊ່ອງທາງ ໂຊໂຊມີເດຍ, ເຄື່ອງຄ່າຍ ທາງສັງຄົມ ແລະ ເຄື່ອຄ່າຍທາງເພດ.

2.      ໃຫ້ຄວາມຮູ້ ແລະ ໃຫ້ຄໍາປືກ ກ່ຽວກັບເຊື້ອເຮັສໄອວີ/ພະຍາດເອດ, ພຕພ, ການປ້ອງກັນ ແລະ ແຈກຖົງຢາງອານາໄມ ແລະ ນໍ້າລໍ່ລື່ນ, ລວມທັງການປະເມີນຄວາມສ່ຽງການຕິດເຊື້ອເຮສໄອວີ ແລະ ພຕພ.

3.      ແນະນຳການກວດໂດຍການເຈາະປາຍນີ້ວມື່ ເພື່ອກວດຊອກຫາຕິດເຊື້ອດເຮສໄອວີໃຫ້ກັບຜູ້ທີ່ມີຄວາມສ່ຽງເຊັ່ນ: ເກ, ກະເທີຍ ຫຼື ສາວປະເພດສອງ.

4.      ນຳພາກຸ່ມເປົ້າໜາຍຜູ້ທີ່ທີ່ກວດຜູ້ທີ່ກວດເລືອດໂດຍປາຍນີ້ວມື່ ທີ່ມີປະຕິກິລິຍາເຂົ້າໄປກວດຢັ້ງຢືນທີ່ ໂຮງໝໍເມືອງ, ໂຮງໝໍແຂວງ ແລະ ໂຮງໝໍສູນກາງ.

5.      ນຳພາໝູ່ເພື່ອນ ຊພຊ ຜູ້ທີ່ຕິດເຊື້ອເຮສໄອວີເຂົ້າຮັບການປິ່ນປົວດ້ວຍຢາຕ້ານ OI /ARV.

6.      ສືບຕໍ່ຕິດຕາມເບິ່ງແຍງດູແລທີ່ກຳລັງຮັບການປິ່ນປົວດ້ວຍຢາຕ້ານ OI /ARV ໃນຊຸມຊົນ.

7.      ໂປຣໂໝດກິດຈະກໍາ Index Testing ໃຫ້ກັບກຸ່ມຜູ້ຕິດເຊື້ອ (ຊພຊ) ແລະ ແນະນໍາໃຫ້ເຂົາເຈົ້ານໍາພາຄູ່ທີ່ມີສາຍພົວພັນກັນມາກວດຫາເຊື້ອ HIV

8.      ໂຄສະນາການນຳໃຊ້ຢາ PrEP ເພື່ອປ້ອງກັນກ່ອນສຳພັດເຊື້ອ ໂດຍສະເພາະກຸ່ມ ຊພຊ ຄູ່ຮັກທີ່ມີຜົນເລືອດຕ່າງ ແລະ ກຸ່ມ ຊພຊ ທີ່ຂາຍບໍລິການ.

9.      ເຂົ້າຮ່ວມ ແລະ ມີສ່ວນຮ່ວມໃນກິດຈະກໍາຂະບວນການຕ້ານເອດໃນກຸ່ມ ຊພຊ (Community Event).

10.   ລາຍງາຄວາມຄືບຫນ້າການປະຕິບັດກິດຈະກໍາຂ້າງເທີງທຸກໆ 15ມື້ຕົ້ນເດືອນ ແລະ 15ມື້ທ້າຍເດືອນ.

11.   ເຂົ້າຮ່ວມກອງປະຊຸມປະຈຳເດືອນ, ປະຈຳໄຕມາດ, ປະຈຳປີ, ເຂົ້າຮ່ວມຝຶກອົບຮົມທັງພາຍໃນແຂວງ ແລະ ຕ່າງແຂວງຕາມທີ່ຜູ້ຮັບຜິດຊອບສົ່ງໄປ.

12.   ຮັບຜິດຊອບຕົວຊີ້ວັດປະຈໍາເດືອນ, ໄຕມາດ ແລະ ປະຈໍາປີ ໃຫ້ບັນລຸຕາມແຜນທີ່ຕັ້ງໄວ້.

ເງື່ອນໄຂ ແລະ ຄຸນວຸດທິ
–        ເປັນກຸ່ມ ຊພຊ ຫຼື ກະເທີຍ ເປັນຄົນພື້ນທີ່ຈະພິຈາລະນາພິເສດ

–        ຈົບປະລີນຍາຕີ ຫລື ທຽບເທົ່າ ສາຂາແພດ ຫລື ສັງຄົມສົງເຄາະຈະພິຈາລະນາພິເສດ

–        ມີປະສົບການດ້ານວຽກງານພັດທະນາ ແລະ ອາສາສະຫມັກສັງຄົມ

–        ມີຄວາມຮູ້ຄວາມສາມາດ ແລະ ທັກສະທາງດ້ານການສື່ສານ, ການປະສານງານ ແລະ ການເຮັດວຽກເປັນທີມ

–        ມີທັກສະການສື່ສານທີ່ດີ ແລະ ມີຄວາມສາມາດນຳໃຊ້ ໂທລະສັບ Smartphone, Social Media, E-MAIL ໃນລະດັບດີ

ບ່ອນສະໝັກ
ທ່ານສາມາດສົ່ງ ຫນັງສືແຈ້ງເຈດຈໍານົງ ພ້ອມຕິດຄັດຊີວະປະຫວັດ ຫລື CV ສົ່ງທາງ ອີແມວຜູ້ຮັບຜິດຊອບ

xayya.chiaslaos@gmail.com Tel: 020 2955 1446 ໄຊຍະ

ວັນທີ່ປິດຮັບສະໝັກ
12/4/2024

 

ສສຮ ແມ່ນສະມາຄົມທີ່ສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນ, ຄວາມເທົ່າທຽບດ້ານບົດບາດຍີງຊາຍ ແລະ ບົດບາດທາງເພດ ລວມທັງການຕ້ານຄວາມຮຸນແຮງ ແລະ ການຈໍາແນກລັງກຽດທຸກຮູບແບບຕໍ່ກັບຜູ້ໄດ້ຮັບຜົນກະທົບຈາກພະຍາດ ລວມທັງແມ່ຍິງ ແລະ ເດັກນ້ອຍ,

Downloads

Contact