Lao CSO Platform

ອໍານວຍການ ສະມາຄົມເພື່ອຄົນໂອທິສຕິກ

Job Description

ປະກາດຮັບສະໝັກ ພະນັກງານ

ອໍານວຍການ ສະມາຄົມເພື່ອຄົນໂອທິສຕິກ

ສະມາຄົມເພື່ອຄົນໂອທິສຕິກ (ສພອ) ເປັນສະມາຄົມທີ່ບໍ່ຫວັງຜົນກໍາໄລ ສ້າງຕັ້ງຂຶ້ນໂດຍຜູ້ປົກຄອງທີ່ມີລູກໂອທິສ ຕຶກ ຕາມດຳລັດວ່າດ້ວຍສະມາຄົມເລກທີ 238/ລບ, ລົງວັນທີ 11 ສິງຫາ 2017. ປະຈຸບັນ ສະມາຄົມມີ ສະມາຊິກລວມທັງມົດ 170 ຄົນຢູ່ທົ່ວປະເທດ. ສພອ ມີວິໃສທັດຄື ບຸກຄົນໂອທິສຕິກສາມາດດໍາລົງຊີວິດໄດ້ຢ່າງ ເປັນເອກະລາດ ມີສິດສະ ເໝີພາບ ແລະ ເທົ່າທຽມ ໃນສະພາບແວດລ້ອມທີ່ອົບອຸ່ນ. ສພອ ມີພັນທະກິດໃນການ ເປັນຕົວແທນໃຫ້ແກ່ບຸກຄົນໂອທິສຕິກ ໃນການສົ່ງເສີມສະໜັບສະໜູນໃຫ້ເຂົາເຈົ້າເຂົ້າເຖິງ ການບໍລິການຕາມສິດ ຕາມຄວາມເໝາະສົມ, ເປີດກວ້າງການຮ່ວມມື ກັບອົງການຈັດຕັ້ງສັງຄົມ ໃນ ສປປ.ລາວ ແລະ ສາກົນ.

ໃນປີ 2022, ຄະນະບໍລິຫານງານ ຂອງ ສພອ ໄດ້ຮັບຮອງເອົາແຜນຍຸດທະສາດສະບັບໃໝ່ ຮອດປີ 2030 ໂດຍມີ 3 ເປົ້າໝາຍຍຸດທະສາດ ປະກອບມີ: 1. ການສະໜັບສະໜູນດ້ານນະໂຍບາຍ (Advocacy) ແລະ ເສີມຂະຫຍາຍ ຄວາມຮ່ວມມືລະດັບປະເທດ, ພາກພື້ນ ແລະ ສາກົນ; 2. ໃຫ້ບໍລິການ, ສະໜັບສະໜູນແກ່ບຸກຄົນໂອທິສຕິກ, ຄອບຄົວ, ຊຸມຊົນ ແລະ ສັງຄົມ (Services) ແລະ 3. ພັດທະນາອົງກອນ (Organizational Development).

ເພື່ອຮັບປະກັນໃຫ້ການຂັບເຄື່ອນແຜນຍຸດທະສາດ ແລະ ຈັດຕັ້ງປະຕິບັດໂຄງການດໍາເນີນຢ່າງມີປະສິດທິຜົນ, ສພອ ກໍາລັງຊອກຫາ ເພື່ອນຮ່ວມງານໃໝ່ ເພື່ອຈະມາເຮັດໜ້າທີ່ເປັນອໍານວຍການ ສພອ ປະຈຳຢູ່ສໍານັກງານໃຫຍ່ ນະຄອນຫລວງວຽງຈັນ. ໜ້າທີ່ຮັບຜິດຊອບປະກອບມີດັ່ງລຸ່ມນີ້:

1. Preparation of documents for different meetings of the association. ກະກຽມເອກະສານ ທີ່ກ່ຽວຂ້ອງ ສໍາລັບປະຊຸມແຕ່ລະປະເພດຂອງສະມາຄົມ.

2. Prepare quarterly, and annual reports of the association for submission to the Executive Board or relevant government organizations.

ເຮັດບົດລາຍງານປະຈໍາໃຕມດ ແລະ ປະຈຳປີ ຂອງສະມາຄົມ ເພື່ອລາຍງານໃຫ້ແກ່ຄະນະບໍລິຫານງານຂອງ

ສະມາຄົມ ແລະ ຫ້ອງການລັດທີ່ກ່ຽວຂ້ອງ.

3. Manage the planning processes of AFA activities in implementing AFA policies and action plans.

ວາງແຜນ ແລະ ຄຸ້ມຄອງ ການຈັດຕັ້ງປະຕິບັດ ກິດຈະກຳ ຂອງສະມາຄົມ ໃຫ້ສອດຄ່ອງກັບນະໂຍບາຍ ແລະ ແຜນປະຕິບັດງານ ຂອງສະມາຄົມ.

4. Prepare project proposals, manage implementation of projects with partners and report about implementation and results.

ກຽມຮ່າງບົດສະເໜີໂຄງການ, ຄຸ້ມຄອງການຈັດຕັ້ງປະຕິບັດ ໂຄງການ ຮ່ວມກັບ ອົງການຜູ້ໃຫ້ທຶນ ພ້ອມທັງ ກຽມບົດລາຍງານ ແລະ ຜົນການຈັດຕັ້ງປະຕິບັດ.

5. Supervise the work of administration and finance department.

ຊີ້ນໍາວຽກງານຂອງຫ້ອງການບໍລິຫານ ແລະ ບັນຊີການເງິນ.

6. Maintain strong member relations and engage in membership development.

ຮັກສາ ແລະ ສ້າງສາຍສຳພັນທີ່ດີ ກັບສະມາຊິກ ຂອງສະມາຄົມ ພ້ອມທັງພັດທະນາວຽກງານຂະຫຍາຍຖານ ສະມາຊິກ.

7. Coordinate fund raising activities of AFA.

ປະສານກິດຈະກຳລະດົມທຶນ ຂອງສະມາຄົມ.

8. Represent AFA in networking and cooperating with Lao Government institutions, the donor community and the CSO network, especially the Organizations of People with Disabilities (OPD).

ຕາງໜ້າໃຫ້ແກ່ ສະມາຄົມ ໃນການປະສານງານ ແລະ ຮ່ວມມືກັບຫ້ອງການລັດທີ່ກ່ຽວຂ້ອງ, ອົງການຜູ້ໃຫ້ ທຶນ, ຫ້ອງການປະສານງານອົງການຈັດຕັ້ງທາງສັງຄົມ ແລະ ອົງການຈັດຕັ້ງຄົນພິການ.

9. Engage in information dissemination and public relation activities of AFA including contribution to the development of respective publications (brochures, newsletters etc.)

ມີສ່ວນຮ່ວມໃຫ້ກິດຈະກຳເຜີຍແຜ່ຄວາມຮັບຮູ້ໃຫ້ສັງຄົມ ຂອງ ສະມາຄົມ ລວມທັງພັດທະນາສື່ສິ່ງພິມຕ່າງ ເຊັ່ນ: ແຜ່ນພັບ, ໜັງສືຂ່າວ ແລະ ອື່ນໆ). . Provide leadership, promote professional working relationships, and motivate staff. 10

ຊີ້ນໍານໍາພາພະນັກງານ, ສ້າງແຮງຈູງໃຈ ແລະ ສົ່ງເສີມສາຍພົວພັນທີ່ດີພາຍໃນອົງກອນ.

11. Participate Monthly Meeting of ASEAN AUTISM NETWOR “AAN” to report the activities of AFA.

ເຂົ້າຮ່ວມປະຊຸມປະຈໍາເດືອນເຄືອຂ່າຍໂອທິສຕິກອາຊຽນ ເພື່ອລາຍງານການຈັດຕັ້ງປະຕິບັດວຽກງານປະ ຈໍາເດືອນຂອງສະມາຄົມ.
ຄຸນວຸດທິພື້ນຖານ ທີ່ຕ້ອງການມີດັ່ງລຸ່ມນີ້:

  • ປະລິຍາຕີ ຫລື ທຽບເທົ່າ ໃນສາຂາບໍລິຫານທຸລະກິດ, ບໍລິຫານໂຄງການ ຫລື ຂະແໜງການພັດທະນາອື່ນໆ.
  • ມີປະສົບການເຮັດວຽກບໍລິຫານຫ້ອງການ, ຄຸ້ມຄອງການເງິນ, ເປັນຜູ້ປະສານງານ ຫລື ວຽກອື່ນໆ ຢ່າງໜ້
  • ອຍ 3 ປີ. ມີປະສົບການເຮັດວຽກກັບອົງການຈັດຕັ້ງສັງຄົມ, ອົງການຈັດຕັ້ງສາກົນ ແລະ/ຫລື ອົງການຈັດຕັ້ງ
  • ຄົນພິການ ຈະພິຈາລະນາເປັນພິເສດ.
  • ມີຄວາມຮູ້ພື້ນຖານ ຫລື ມີຄວາມກ່ຽວຂ້ອງກັບບຸກຄົນໂອທິສຕິກ, ພັດທະນາການຊ້າ ແລະ ພິການທາງ ສະຕິປັນຍາ ຈະພິຈາລະນາເປັນພິເສດ.
  • ມີຄວາມຄິດສ້າງສັນ ສາມາດເຮັດວຽກ ແລະ ສື່ສານ ກັບຊຸມຊົນ ທີ່ມີລະດັບການສຶກສາແຕ່ກຕ່າງກັນ ແລະ
  • ມີຄວາມຫລາກຫລາຍທາງດ້ານພາສາ ແລະ ວັດທະນະທຳ.
  • ມີສຸຂະພາບແຂງແຮງ.
  • ສາມາດນໍາໃຊ້ ຄອມພິວເຕີໃນການເຮັດວຽກໄດ້ເປັນຢ່າງດີ.
  • ສາມາດບໍລິຫານຈັດການຕົວເອງ, ກຳນົດບູລິມະສິດໜ້າວຽກ ແລະ ບໍລິຫານຈັດການເວລາໄດ້ດີ.
  • ສາມາດ ເວົ້າ, ອ່ານ ແລະ ຂຽນພາສາອັງກິດໄດ້.

ທ່ານໃດທີ່ມີຄວາມສົນໃຈກະລຸນາສົ່ງເອກະສານສະໝັກເຂົ້າມາທີ່: kapkeoluangamath@gmail.com ເຖິງ ທ່ານ ນາງກາບແກ້ວ ຫຼວງອາມາດ. ວິທີການສະໝັກມີດັ່ງລຸ່ມນີ້:

1. ຊີວະປະຫວັດ ສະແດງໃຫ້ເຫັນວຸດການສຶກສາ ແລະ ປະສົບການເຮັດວຽກທີ່ຜ່ານມາ.

2. ໃບສະເໜີ ຂໍສະໝັກງານ ທີ່ຊີ້ໃຫ້ເຫັນວ່າ ທ່ານເໝາະສົມສໍາລັບ ຕຳແໜ່ງນີ້.

3. ໃບຜ່ານງານ 1-2 ບ່ອນ ຫລື ເບີໂທຕິດຕໍ່ບ່ອນເຮັດວຽກເກົ່າ.

4. ໃບຢັ້ງຢືນສຸຂະພາບ.

5. ໃບແຈ້ງໂທດ ອາຍຸບໍ່ເກີນ 6 ເດືອນ.

6. ສໍາເນົາໃບປະກາດ ຕ່າງໆ.

7. ສໍາເນົາບັດປະຈຳຕົວ ຫລື ສຳມະໂນຄົວ.

ປິດຮັບສະໝັກວັນທີ 12/4/2024. ຂໍ້ມູນເພີ່ມເຕີມກະລຸນາໂທ: 020 5665 4944.

Contact