Lao CSO Platform

ຮັບສະໝັກພະນັກງານ 4 ຕຳແໜ່ງ, ຈໍານວນ 12 ຄົນ

Job Description

ສະມາຄົມຊ່ວຍເຫຼືອຟື້ນຟູຄຸນນະພາບຊີວິດ(ສຊຟຄ) Quality of Life Association (QLA)ຮັບສະໝັກພະນັກງານ 4 ຕຳແໜ່ງ, ຈໍານວນ 12 ຄົນ ລາຍລະອຽດດັ່ງລຸ່ມນີ້:

ປະຈຳຢູ່ ເມືອງຄຳ, ແຂວງຊຽງຂວາງ:

  •  ຕຳແໜ່ງ ຫົວໜ້າທີມ ພາກສະໜາມ 1 ຄົນ
  • ຕຳແໜ່ງ ພັດທະນາຊຸມຊົນ 6 ຄົນ
  • ຕຳແໜ່ງ ວິຊາການ ສົ່ງເສີມກິດຈະກຳການສ້າງ ລາຍຮັບ 1 ຄົນ
  •  ຕຳແໜ່ງ ຜູ້ຊ່ວຍບໍລິຫານ ແລະ ການເງິນ 1 ຄົນ

ປະຈຳຢູ່ ເມືອງຄູນ, ແຂວງຊຽງຂວາງ:

  • ຕຳແໜ່ງ ພັດທະນາຊຸມຊົນ 2 ຄົນ
  • ຕຳແໜ່ງ ວິຊາການ ສົ່ງເສີມກິດຈະກຳການສ້າງ ລາຍຮັບ 1 ຄົນ

ເງື່ອນໄຂຜູ້ສະໝັກ

ຕຳແໜ່ງ ຫົວໜ້າທີມ ພາກສະໜາມ: ການສຶກສາຈົບປະລິນຍາຕີຂຶ້ນໄປ, ມີປະສົບການໃນການບໍລິຫານຄຸ້ມຄອງໂຄງການ ຢ່າງໜ້ອຍ 3 ປີຂຶ້ນໄປ ດ້ານການພັດທະນາຊົນນະບົດ, ພັດທະນາຊຸມ ຊົນ, ການບໍລິຫານ-ຈັດການ, ການປະສານງານ……

ຕຳແໜ່ງ ພັດທະນາຊຸມຊົນ: ການສຶກສາຈົບຊັ້ນສູງຂຶ້ນໄປ ຫຼືມີປະສົບການ ດ້ານການພັດທະນາ ຊົນນະບົດ, ພັດທະນາຊຸມຊົນ, ກະສິກຳ, ສາທາລະນະສຸກ, ສຶກສາ ຫຼື ສາຂາທີ່ກ່ຽວຂ້ອງ,

ຕຳແໜ່ງ ວິຊາການ ສົ່ງເສີມກິດຈະກຳການສ້າງລາຍຮັບ: ການສຶກສາຈົບຊັ້ນສູງຂຶ້ນໄປ ຫຼືມີປະສົບ ການ ທີ່ກ່ຽວຂ້ອງດ້ານການພັດທະນາຊົນນະບົດ, ພັດທະນາຊຸມຊົນ, ກະສິກຳ, ບໍລິຫານ ຫຼື ສາຂາ ທີ່ກ່ຽວຂ້ອງ.

ຕຳແໜ່ງ ຜູ້ຊ່ວຍບໍລິຫານ ແລະ ການເງິນ: ການສຶກສາຈົບຊັ້ນສູງຂຶ້ນໄປ ໃນສາຂາບໍລິຫານ-ການ ເງິນ ຫຼື ສາຂາທີ່ກ່ຽວຂ້ອງ,  ສັນຊາດລາວ, ອາຍຸ 20-35 ປີ, ສຸຂະພາບແຂງແຮງ ສາມາດລົງເຮັດວຽກຢູ່ພາກສະໜາມໄດ້, ມີທັກສະການນໍາໃຊ້ຄອມພິວເຕີ Word, Excel, E-mail, Power-point ແລະ ອື່ນໆ. ສາມາດປາກເວົ້າພາສາທ້ອງຖິ່ນໄດ້ (ພາສາມົ້ງ ແລະ ກຶມມຸ) ແລະ ຖ້າເປັນຄົນທີ່ມີພິການທີ່ມີ ຄວາມຮູ້ດ້ານນີ້ແມ່ນຈະພິຈາລະນາພິເສດ.

ຂໍ້ມູນຕິດຕໍ່ການສະໝັກ

ທ່ານທີ່ສົນໃຈສາມາດສົ່ງເອກະສານສະໝັກວຽກ (Cover Letter) ແລະ ຊີວະປະຫວັດ (CV) ສົ່ງມາທີ່ ອີເມວ Phetsakhone29@gmail.com ແລະ CC: qualifasc@gmail.com ໂທລະສັບ 061 211124, 020 55844477.

ຕຳແໜ່ງ ຫົວໜ້າທີມ ພາກສະໜາມ:
https://drive.google.com/…/1sUVSKvbcsDB68dIJ…/view…

ຕຳແໜ່ງ ພັດທະນາຊຸມຊົນ:
https://drive.google.com/…/1etwBB…/view…

ຕຳແໜ່ງ ວິຊາການສົ່ງເສີມວຽກປູກຝັງ-ລຽ້ງສັດ:
https://drive.google.com/…/1etwBB…/view…

ຕຳແໜ່ງ ຜູ້ຊ່ວຍບໍລິຫານ ແລະ ການເງີນ
https://drive.google.com/…/1S_z4…/view…

Contact