Lao CSO Platform

ຕິດຕາມແລະປະເມີນຜົນໂຄງການ (Project M&E)

Job Description

ປະກາດຮັບພະນັກງານ
ສະມາຄົມສົ່ງເສີມສຸຂະພາບຄອບຄົວ (ສສສຄ) ເປັນອົງການຈັດຕັ້ງທາງສັງຄົມທີ່ບໍ່ຫວັງຜົນກຳໄລ (NPA). ເພື່ອຊ່ວຍເຫຼືອ ປະຊາຊົນທີ່ເປັນກຸ່ມສ່ຽງ ແລະ ກຸ່ມຕ້ອຍໂອກາດໃຫ້ເຂົ້າເຖິງຂໍ້ມູນຂ່າວສານທາງດ້ານສຸຂະພາບທີ່ຖືກຕ້ອງແລະໄດ້ເຂົ້າຮັບການບໍລິການດ້ານ ສຸຂະພາບຢ່າງເທົ່າທຽມແລະຮອບດ້ານ. ສສສຄໄດ້ຮັບການສະໜັບສະໜູນເປັນຫລັກດ້ານວິຊາການ ແລະ ທຶນຮອນແມ່ນມາຈາກ ສະຫະພັນ ວາງແຜນຄອບຄົວສາກົນ (International Planned Parenthood Federation ຫຼື IPPF) ທິມີຫ້ອງການພາກພື້ນຢູ່ປະ ເທດມາ ເລເຊຍ ນັບຕັ້ງແຕ່ປີ 2004 ເປັນຕົ້ນມາ. ປະຈຸບັນ ສສສຄ ມີສະມາຊິກຫຼາຍກວ່າ 50 ທ່ານທີ່ມີປະສົບການ, ຄວາມຊ່ຽວຊານແລະປະຫວັດ ການເຮັດວຽກຫຼາກຫຼາຍທີ່ແຕກຕ່າງກັນ. ຜົນໄດ້ຮັບ/ຜົນສໍາ ເລັດທີ່ສໍາຄັນທີ່ສຸດຂອງ ສສສຄ ແມ່ນການປະກອບ ສ່ວນສ້າງຂີດຄວາມ ສາມາດຂອງພະນັກງານສາທາລະນະສຸກ, ຍົກສູງຄຸນນະພາບການເບິ່ງແຍງ, ເຮັດໃຫ້ກຸ່ມເປົ້າໝາຍ ຢູ່ເຂດຫ່າງໄກສອກຫຼີກເຂົ້າເຖິງການ ບໍລິການທາງດ້ານສຸຂະພາບຈະເລີນພັນ, ການວາງແຜນຄອບຄົວແລະຂໍ້ມູນຂ່າວ ສານກ່ຽວກັບສຸຂະພາບຈະເລີນພັນ.

ສສສຄ, ມີຄົງເຂດ ໃນການເຮັດວຽກ ໃນທົ່ວປະເທດ ແລະ ທຸກລະດັບ, ໂດຍສະເພາະໃນລະດັບທ້ອງຖິ່ນ. ປະຈຸບັນນີ້ ສສສຄ ມີ ໂຄງການຢູ່ບາງແຂວງ ແລະ ບາງເມືອງ ເຊັ່ນ: ໂຄງການແມ່ປອດໄພ, ໂຄງການ ຮ່າງກາຍຂອງຂ້ອຍອະນາຄົດຂອງຂ້ອຍ, ໂຄງການ ປັບປຸງ ການເຂົ້າເຖິງການບໍລິການດ້ານສາທາລະນະສຸກຂອງແມ່ຍິງ, ເດັກອ່ອນ ແລະ ເດັກນ້ອຍ, ໂຄງການເຊື່ອມສານແມ່ປອດໄພ ແລະ ຕອບສະໜອງ ດັ່ງນັ້ນ, ໂຄງການໂຄງການເຊື່ອມສານແມ່ປອດໄພ ແລະ ຕອບສະໜອງ, ໂຄງການດັ່ງກ່າວນີ້ເລີ່ມຈັດຕັ້ງແຕ່ ປີ 2024-2028

ດັ່ງນັ້ນສະມະຄົມສົ່ງເສີມສຸຂະພາບຄອບຄົວ(ສສສຄ) ຕ້ອງການເພື່ອນຮ່ວມງານໃນຕຳແໜ່ງ: ຕິດຕາມແລະປະເມີນຜົນໂຄງການ (Project M&E) “Respond” (1 ຕຳແໜ່ງ) (ປະຈຳຢູ່ ຫ້ອງການສສສດ ນະຄອນຫຼວງວຽງຈັນ)

ພາລະບົດບາດແລະຄວາມຮັບຜິດຊອບ

ຕຳແໜ່ງງານນີ້ ມີພາລະບົດບາດ ແລະ ຄວາມຮັບຜິດຊອບ ກຳນົດຜົນສໍາເລັດທີ່ມາຈາກໂຄງການປຽບທຽບປະສິດທິພາບຕໍ່ງົບປະມານທີ່ລົງທຶນແຕ່ລະໂຄງການ, ຊ່ວຍອອກແບບໂຄງການແລະກົດໃຫມ່ ຕອບສະໜອງຄວາມຕ້ອງການຂອງຜູ້ໃຫ້ທຶນ ແລະຜູ້ສະໜັບສະໜູນ ຕິດຕາມປະເມີນຜົນຕົວຊີ້ວັດຂອງ ສສສຄ, ຕົວຊີ້ວັດຂອງແຕ່ລະໂຄງການ ໃຫ້ສາມາດວັດແທກໄດ້ເຖິງການປ່ຽນແປງທີ່ເກີດຂື້ນຍ້ອນການຈັດຕັ້ງປະຕິບັດໂຄງການຂອງ ສສສຄ, ມີຄວາມແນ່ນອນ ຖືກຕ້ອງ ມີຫລັກຖານອ້າງອີງແລະ ແທດເໝາະກັບສະພາບຄວາມເປັນຈິງ ເພື່ອໃຫ້ຮັບປະກັນຜົນສໍາເລັດຂອງ ສສສຄ ແລະ ຜົນສໍາເລັດຂອງໂຄງການແມ່ນເປັນໄປຕາມຈຸດປະສົງ ແລະ ເປົ້າໝາຍທີ່ກຳນົດ.

1. ການກຽມຕົນເອງ

  • ຮູ້ຈັກ ແລະ ເຂົ້າໃຈດີຕໍ່ແຜນຍຸດທະສາດ, ພາລະບົດບາດ ແລະ ນະໂຍບາຍຂອງສະມາຄົມ.
  • ເຂົ້າໃຈດີຕໍ່ກອບແຜນງານ, ຕົວຊີ້ວັດ ຂອງສສສຄ ແລະ ໂຄງການພ້ອມແນວທາງການຈັດຕັ້ງປະຕິບັດຂອງໂຄງການ.
  • ຈຳແນກໃຫ້ໄດ້ກ່ຽວກັບກຸ່ມເປົ້າໝາຍທີ່ໄດ້ຮັບຜົນປະໂຫຍດຈາກໂຄງການ.
  • ສຶກສາຮຽນຮູ້ໃຫ້ເຂົ້າໃຈດີກ່ຽວກັບ DHI2S
  • ມີຄວາມຮູ້ຄວາມສາມາດທາງດ້ານວິຊາການທາງດ້ານ M&E ແລະ ການເງິນ.
  • ມີທັກສະການສື່ສານທີ່ດີ ແລະ ມີຄວາມຮູ້ດ້ານຄອມພິວເຕີ ເປັນຕົ້ນ DATA Analyze, MS Word, MS Excel, MS
  • Power BI, AI ໃນລະກາງ-ດັບດີ.

2. ໜ້າວຽກທີ່ຈະໄດ້ຈັດຕັ້ງປະຕິບັດ

  • ເກັບກຳ ແລະ ທົບທວນຂໍ້ມູນຢ່າງເປັນປົກກະຕິກ່ຽວກັບຕົວຊີ້ວັດຂອງ ສສສຄ, ຕົວຊີ້ວັດຂອງໂຄງການ ລວມທັງ ການຈັດຕັ້ງ ປະຕິບັດກິດຈະກຳຂອງໂຄງການ ແລະ ການນໍາໃຊ້ບົດໃຈນໍາເຂົ້າໂຄງການ
  • ຄືຖານຂໍ້ມູນແຜນງານຂອງແຕ່ລະໂຄງການລົງໃນລະບົບ Dashboard ທຸກຄັ້ງທີ່ໄດ້ຮັບທຶນ ໂດຍຜ່ານ App ໃນ Google
  • sheet ຫລື App ໃນ KOBO
  • ພົວພັນປະສານງານກັບຫົວໜ້າແຜນງານ Dashboard. ຜູ້ປະສານງານໂຄງການໃຫ້ຕໍ່ເນື່ອງ ເພື່ອຕິດຕາມຂໍ້ມູນໃນລະບົບ
  • ວາງແຜນ ການຕິດຕາມແລະປະເມີນຜົນແຕ່ລະໂຄງການເປັນ ໄຕມາດ, ປີ ແລະ ລາຍກິດຈະກໍາ
  • ປະສານສົມທົບກັບຫົວໜ້າແຜນງານໃນການພັດທະນາເຄື່ອງມືການຕິດຕາມແລະປະເມີນຄຸນນະພາບຂອງໂຄງການແລະຕົວຊີ້ ວັດຂອງໂຄງການ
  • ລົງຕິດຕາມຄວາມຄືບໜ້າກ່ຽວກັບຜົນການຈັດຕັ້ງປະຕິບັດໂຄງການ ແລະ ຄວາມຄືບໜ້າຕົວຊີວັດຂອງໂຄງການ ພ້ອມກວດ ເຊັກເອກະສານ ແຜນຂອງໂຄງການ, ການນັບໃຊ້ແບບຟອມ, ກວດນັບຈໍານວນຕົວຊີ້ວັດ, ຈໍານວນຜູ້ໄດ້ຮັບຜົນປະໂຫຍດ ບົດລາຍງານ ທຸກໆເດືອນ, ຫລື ໄຕມາດພ້ອມກັບບັນທຶກ ແລະ ຖ່າຍຮູບຢັ້ງຢືນ (ສໍາລັບເອກະສານທີ່ບໍ່ຖືກຕ້ອງ ເພື່ອເປັນ
  • ຫຼັກຖານ).
  • ຊຸມກວດເຊັກກຸ່ມເປົ້າໝາຍກ່ຽວກັບຜົນປະໂຫຍດທີ່ເຂົາເຈົ້າໄດ້ຮັບໂດຍອີງຕາມຂໍ້ມູນລາຍງານ.
  • ຕິດຕາມກວດຂໍ້ມູນໃນລະບົບ Dashboard, KOBO ແລະ ອັບເດດທຸກມື້ ຫລື ອາທິດ ເພື່ອເບິ່ງຄວາມຄືບໜ້າຂອງ
  • ໂຄງການ ແລະ ຕົວຊີ້ວັດ
  • ຈັດຂໍ້ມູນໃຫ້ເປັນລະບົບໃນຄອມພີວເຕີ ແລະ ຟາຍເອກະສານ ພ້ອມຮັກສາຂໍ້ມູນໃນຄອມພີວເຕີ ແລະ ຝ່າຍໃຫ້ມີຄວາມປອດ
  • ໄພໃນລະບົບ ຊອບແວ ແລະ ຮາດແວ.
  • ລາຍງານຄວາມຄືບໜ້າ ແລະ ສະຫລຸບລາຍງານໂດຍສັງລວມໃຫ້ກັບຜູ້ໃຫ້ທຶນ, ປະທານສະມາຄົມ ແລະ ຜູ້ປະສານງານ
  • ໂຄງການຢ່າງຕໍ່ເນື່ອງ
  • ຕິດຕາມຄຸນນະພາບຂອງຂອບເວລາການສົ່ງລາຍງານຂອງແຕ່ລະໂຄງການ ແລະ ຄູ່ຮ່ວມງານ, ເພື່ອຮ່ວມງານ

3. ການປະສານງານໂຄງການ

  • ປະສານງານຫລັກກັບຫົວໜ້າສາຍງານຂອງຕົນ, ໜ່ວຍງານຕິດຕາມປະເມີນໂຄງການ ແລະ ຄູ່ຮ່ວມງານທີ່ກ່ຽວຂ້ອງທັງພາຍ
  • ໃນແລະນອກ ເປັນຕົວແທນຂອງ PFHA ເຂົ້າຮ່ວມກອງປະຊຸມພາຍໃນແລະພາຍໃນຕາມຄໍາແນະນໍາຂອງຫົວໜ້າວາຍງານແລະຂອງອົງ ກອນ ສສສຄ.
  • ປະສານງານກັບພະນັກງານ PFHA ທີ່ກ່ຽວຂ້ອງທັງໝົດເພື່ອສະໜັບສະໜູນ ແລະ ຊ່ວຍເຫຼືອໂຄງການພາຍໃນ ອື່ນໆ

4. ການສ້າງຄວາມອາດສາມາດ

  • ພັດທະນາຄວາມອາດສາມາດຂອງຕົນຢ່າງຕໍ່ເນື່ອງເຊັ່ນ: ການເປັນຜູ້ນໍາໃນວຽກງານຕິດຕາມປະເມີນຜົນໂຄງການ, ການ ປະສານງານ, ທັກສະການສື່ສານ, ວິຊາການ, ດ້ານການເປັນຄູຝຶກວຽກງານ M&E,
  • ເຂົ້າຮ່ວມຝຶກອົບຮົມເພື່ອພັດທະນາຄວາມສາມາດຂອງຕົນຕາມການມອບໝາຍຂອງຫົວໜ້າສາຍງານ ແລະ ຂອງອົງກອນ
  • ພັດທະນາຄວາມອາດສາມາດຂອງຄົນໃນການນໍາໃຊ້ ເທັກໂນໂລຊີເຊັ່ນ: AI, KOBO, Google sheet, Google form, DATA Analyze.

5. ເງື່ອນໄຂ

  • ເປັນພົນລະເມືອງລາວ
  • ດ້ານການສຶກສາ ຈົບຊັ້ນສູງຂຶ້ນໄປ ສາຂາໃດກໍ່ໄດ້
  • ດ້ານພາສາສາມາດສື່ສານພາສາອັງກິດລະດັບພື້ນຖານ, ຖ້າສື່ສານພາສາຊົນເຜົ່າໄດ້ຈະເປັນການຕີ
  • ດ້ານຄອມພິວເຕີສາມາດນໍາໃຊ້ Word, Excel ແລະ Power Point, AI, KOBO, Google sheet, Google
  • form, DATA Analyze.
  • ມີປະສົບການໃນການຕິດຕາມປະເມີນຜົນໂຄງການຢ່າງນ້ອຍ 2ປີຂື້ນໄປ
  • ມີປະສົບການແລະຄວາມຮູ້ກ່ຽວກັບສຸຂະພາບຈະເລີນພັນແລະການວາງແຜນຄອບຄົວ
  • ມີປະສົບການແລະຄວາມຮູ້ກ່ຽວກັບຄວາມສະເໝີພາບຍິງຊາຍແລະການຕ້ານການໃຊ້ຄວາມູນແຮງ
  • ມີມະນຸດສຳພັນດີ, ມັກຮັກໃນວຽກງານພັດທະນາຊົນນະບົດເຂດຫ່າວໄກຊອກຫລີກ ສາມາດເດີນທາງໄປເຂດພື້ນທີ່ຫ່າງໄກ
  • ສອກຫລີກໄດ້

ເງິນເດືອນ: ສາມາດຕໍ່ລອງໄດ້ ອີງຕາມຄຸນສົມບັດ ແລະ ປະສົບການ

ໃບສະໝັກ: ສະມະຄົມສົ່ງເສີມສຸຂະພາບຄອບຄົວ ມຸ່ງຫມັ້ນທີ່ຈະໃຫ້ໂອກາດ ຢ່າງສະເຫມີພາບ, ເທົ່າທຽມ ແລະ ມີຄວາມຫຼາກຫຼາຍ

ທາງດ້ານວັດທະນະທໍາ. ຍິນດີຕ້ອນຮັບຜູ້ສະຫມັກ ຈາກທຸກພາກສ່ວນ. ພວກເຮົາເຂັງຂັດ ໃນນະໂຍບາຍການປົກປ້ອງສິດທິດເດັກ, ໄວໜຸ່ມ

ແລະ ຜູ້ທີ່ມີຄວາມສ່ຽງ ຖ້າທ່ານຖືກຄັດເລືອກ, ທ່ານຈະຕ້ອງປະຕິບັດຕາມນະໂຍບາຍນີ້. ຜູ້ສະໝັກສາມາດຍື່ນຊີວະປະຫວັດ, ພ້ອມໃສ່ຊື່ຜູ້

ຢັ້ງຢືນ 3 ທ່ານໃນໃບຊີວະປະຫວັດ, ແລະ ໃບສະໝັກວຽກ (ສໍາລັບເອກະສານປະກອບອື່ນໆ ເຊັ່ນ: ໃບແຈ້ງໂທດ, ໃບກວດສຸຂະພາບ,

ແມ່ນສາມາດຍື່ນເພີ່ມເຕີມຫລັງຈາກຖືກຄັດເລືອກ) ກຳນົດສົ່ງເອກະສານ ຕັ້ງແຕ່ວັນທີ 2 ກັນຍາ 2024 ເຖິງວັນທີ 9 ກັນຍາ 20234

Downloads

Contact