ປະກາດຮັບສະໝັກພະນັກງານ
ສະມາຄົມພັດທະນາກະສິກຳ ແລະ ສິ່ງແວດລ້ອມແບບຍືນຍົງ (SAEDA) ແມ່ນອົງການຈັດຕັ້ງສັງຄົມລາວບໍ່ຫວັງຜົນກຳໄລ ທີ່ເຮັດວຽກດ້ານການ ພັດທະນາຊົນນະບົດກ່ຽວກັບກະສິກຳອິນຊີ, ການອະນຸລັກສິ່ງແວດລ້ອມ, ອົງການຈັດຕັ້ງຊາວກະສິກອນ ແລະ ອາຫານປອດໄພ ມີຄວາມຕ້ອງການຮັບພະນັກງານແຜນງານ 1 ຕໍາແໜ່ງ: ຕິດຕາມ ແລະ ປະເມີນຜົນ (M&E Officer) ປະຈຳການຢູ່ຫ້ອງການສະມາຄົມ ທີ່ນະຄອນຫລວງວຽງຈັນ:
ພາລະໜ້າທີ່ຫຼັກ:
- ອອບແບບລະບົບຕິດຕາມ ແລະ ປະເມີນຜົນ ຂອງອົງກອນ ແລະ ບັນດາໂຄງການຂອງສະມາຄົມ
- ການເກັບກຳຂໍ້ມູນ ແລະ ວິເຄາະຂໍ້ມູນຂອງອົງກອນ ແລະ ບັນດາໂຄງການຂອງສະມາຄົມ
- ການຕິດຕາມ ແລະ ປະເມີນຜົນຂອງອົງກອນ ແລະ ບັນດາໂຄງການຂອງສະມາຄົມ
- ສ້າງຄວາມສາມາດໃຫ້ທີມງານໃນອົງກອນ ແລະ ໂຄງການໃນການຕິດຕາມ ແລະ ປະເມີນຜົນ
- ຂຽນບົດລາຍງານຂອງອົງກອນປະຈຳປີ ເປັນພາສາລາວ ແລະ ອັງກິດ
- ຊ່ວຍຂຽນບົດສະເໜີໂຄງການ ແລະ ການຂອກຫາແຫຼ່ງທຶນ
- ຊ່ວຍພັດທະນາຍຸດທະສາດ ແລະ ແຜນງານຂອງສະມາຄົມແຕ່ລະໄລຍະ
- ການບໍລິຫານລະບົບຂໍ້ມູນ ລວມທັງເວັບໄຊຂອງສະມາຄົມ
- ລົງຕິດຕາມກິດຈະກຳຂອງໂຄງການທີ່ຂື້ນກັບສະມາຄົມ
ຄຸນນະວຸດ ແລະ ມາດຖານຕ້ອງການ:
- ຮຽນຈົບປະລິນຍາຕີຂື້ນໄປ ແລະ ອື່ນໆທີ່ກ່ຽວຂ້ອງ
- ສັນຊາດລາວ ມີອາຍຸລະຫວ່າງ 30-45 ປີ
- ມີປະສົບການເຮັດວຽກດ້ານພັດທະນາ ແລະ ການບໍລິຫານໂຄງການ ໂດຍສະເພາະແມ່ນການຕິດຕາມ ແລະ ປະເມີນຜົນອົງກອນ ແລະ ໂຄງການ ຕາມທີ່ໄດ້ລະບຸໃນພາລະໜ້າທີ່ຫຼັກ ຜ່ານມາກ່ອນຫຼາຍກວ່າ 5 ປີ
- ມີປະສົບການດ້ານ IT, Excel, Kobo ແລະ ໂປຣກຣາມອື່ນທີ່ກ່ຽວຂ້ອງ ເປັນຢ່າງດີ
- ສາມາດເວົ້າ ແລະ ຂຽນພາສາອັງກິດໄດ້ດີພໍສົມຄວນ
- ມີສຸຂະພາບແຂງແຮງດີ ແລະ ສາມາດເດີນທາງ ແລະ ເຮັດວຽກໃນເຂດຫ່າງໄກສອກຫລີກໄດ້;
- ມີທັກສະການເປັນຜູ້ນຳສຸງ, ມີຄວາມຮັບຜິດຊອບ, ມີຫົວຄິດປະດິດສ້າງ, ມີຈັນຍາບັນ, ມີຄວາມອົດທົນ ແລະ ການເຮັດວຽກເປັນທີມໄດ້ດີ
- ມີໃບອະນຸຍາດຂັບຂີ່ລົດຈັກ ແລະ ລົດໃຫຍ່
- ສາມາດເລີ່ມເຮັດວຽກໄວທີ່ສຸດ
ທ່ານໃດສົນໃຈສາມາດຍື່ນຄຳຮ້ອງສະໝັກຂຽນດ້ວຍຕົວເອງ ພ້ອມດ້ວຍ ຊີວະປະຫວັດ, ໃບປະກາດ, ໃບຜ່ານງານ, ໃບແຈ້ງໂທດ, ອັດປື້ມສຳມະໂນຄົວ/ບັດປະຈຳຕົວ ແລະ ເອກກະສານອື່ນໆ ທີ່ກ່ຽວຂ້ອງມາທີ່ Email: infor.saedalaos@gmail.com;
ປິດຮັບສະໝັກ ວັນທີ 03/03/2025