Lao CSO Platform

ຕິດຕາມ ແລະ ປະເມີນ (M&E Officer)

Job Description

ສະມາຄົມພັດທະນາກະສິກຳ ແລະ ສິ່ງແວດລ້ອມແບບຍືນຍົງ (SAEDA) ມີຄວາມຕ້ອງການຮັບພະນັກງານ 1 ຕໍາແໜ່ງ ປະຈຳການຢູ່ຫ້ອງການນະຄອນຫລວງວຽງຈັນ: ຕິດຕາມ ແລະ ປະເມີນ (M&E Officer)

ພາລະໜ້າທີ່ຫຼັກ:

  • ປະສານງານລະຫວ່າງສະມາຄົມ SAEDA ວຽງຈັນ, ແລະ ພາກລັດຂັ້ນແຂວງ, ເມືອງ, ບ້ານ ແລະ ອົງການຈັດຕັ້ງອື່ນໆທີ່ກ່ຽວຂ້ອງ;
  • ປະສານງານລະຫວ່າງສະມາຄົມ SAEDA ແລະ ຄູ່ຮ່ວມງານ ແລະ ອົງການຈັດຕັ້ງອື່ນໆທີ່ກ່ຽວຂ້ອງ;
  • ຕິດຕາມ ກວດກາ ແລະ ຊຸກຍູ້ວຽກງານຂອງໂຄງການທີ່ຮັບຜິດຊອບ.
  • ລາຍງານການຈັດຕັ້ງກິດຈະກຳ ປະຈຳເດືອນ ແລະ ປະຈຳປີ ໃຫ້ສາຍງານ ແລະ ຄູ່ຮ່ວມງານຕາມຄວາມຕ້ອງການ.

ຄຸນນະວຸດ ແລະ ມາດຖານຕ້ອງການ:

  • ຮຽນ​ຈົບປະລິນຍາຕີ ຫຼື ທຽບເທົ່າ ດ້ານກະສິກຳ ແລະ ອື່ນໆທີ່ກ່ຽວຂ້ອງ;
  • ສັນຊາດລາວ ມີອາຍຸລະຫວ່າງ 25-50 ປີ;
  • ມີປະ​ສົບ​ການເຮັດວຽກດ້ານກະສິກຳ ຫລື ສິ່ງແວດລ້ອມມາ​ກ່ອນຫຼາຍ​ກວ່າ 3 ປີ;
  • ​ເຄີຍ​ເຮັດ​ວຽກ​ນຳ​ພາກລັດ ຫຼື ອົງການ​ຈັດຕັ້ງສາກົນ ຫຼື ສະມາຄົມ ຫຼື ບໍລິສັດ;
  • ສາມາດ​ນຳ​ໃຊ້​ຄອມ​ພິວ​ເຕີ : Word, Excel, Power point, Publisher, ອິນເຕີເນັດ ​ແລະ ອື່ນໆ;
  • ສາມ​າດ​ເວົ້າ ​ແລະ ຂຽນພາສາ​ອັງກິດ​​ໄດ້ດີພໍສົມຄວນ;
  • ມີສຸຂະພາບແຂງແຮງດີ ແລະ ສາມາດເດີນທາງເຮັດວຽກໃນເຂດຫ່າງໄກສອກຫລີກໄດ້;
  • ມີຄວາມຮັບຜິດຊອບສູງ, ມີຫົວຄິດປະດິດສ້າງ, ກະຕືລີລົ້ນໃນການຮຽນຮູ້ເອົາບົດຮຽນອັນໃໝ່, ມີຄວາມອົດທົນ​ ແລະ ການເຮັດວຽກເປັນທີມໄດ້ດີ;
  • ສາມາດເລີ່ມເຮັດວຽກໄດ້ເລີຍ
  • ໃຫ້ທ່ານລະບຸຈຳນວນເງິນເດືອນທີຕ້ອງການພ້ອມ

ທ່ານໃດສົນໃຈສາມາດຍື່ນຄຳຮ້ອງສະໝັກຂຽນດ້ວຍຕົວເອງ ພ້ອມດ້ວຍ ຊີວະປະຫວັດ, ໃບປະກາດ, ໃບຜ່ານງານ, ໃບແຈ້ງໂທດ, ອັດປື້ມສຳມະໂນຄົວ/ບັດປະຈຳຕົວ ແລະ ເອກກະສານອື່ນໆ ທີ່ກ່ຽວຂ້ອງມາທີ່ ​Email: infor.saedalaos@gmail.com;

ປິດຮັບສະໝັກ ວັນທີ 09/09/2024

Downloads

Contact