ປະກາດຮັບນັກສຶກສາຝຶກງານ
ສະມາຄົມເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ສພປ) ມີຄວາມຕ້ອງການຮັບນັກສຶກສາຝຶກງານ ເພື່ອມາຮຽນຮູ້ ແລະ ຊ່ວຍວຽກງານຕ່າງໆພາຍໃນສະມາຄົມ ຈໍານວນ 3 ຄົນ.
ໜ້າທີ່ຮັບຜິດຊອບ
- ຊ່ວຍວຽກບໍລິຫານທົ່ວໄປ
- ຊ່ວຍວຽກດ້ານເອກະສານຕ່າງໆ
- ຊ່ວຍວຽກກ່ຽວກັບໂຄງການຕ່າງໆໃນສະມາຄົມ
- ວຽກງານອື່ນໆຕາມການມອບໝາຍ
ຄຸນສົມບັດຜູ້ສະໝັກ
- ເປັນນັກສຶກສາຈາກມະຫາວິທະຍາໄລ, ວິທະຍາໄລ ຫຼື ສະຖາບັນຕ່າງໆ ຢູ່ນະຄອນຫຼວງວຽງຈັນ
- ອາຍຸ 18-24 ປີ
- ມີຄວາມອົດທົນ, ມີຄວາມກະຕືລືລົ້ນຢາກຮຽນຮູ້, ມີຈິດອາສາ
ສະຫວັດດີການ ແລະ ຜົນປະໂຫຍດ
- ມີອັດຕາຄ່ານໍ້າມັນລົດໃຫ້ 500,000 ກີບ/ເດືອນ
- ເຂົ້າ-ອອກວຽກຢຶດຫຍຸ່ນໄດ້ຕາມຄວາມຈໍາເປັນ
- ຖ້າຫາກໄດ້ຮັບມອບໝາຍໄປວຽກຕ່າງແຂວງແມ່ນຈະມີອັດຕາກິນ, ຄ່າເດີນທາງ ແລະ ທີ່ພັກໃຫ້ຕາມລະບຽບ
- ມີໃບຢັ້ງຢືນການຜ່ານງານຫຼັງຄົບກຳນົດການຝຶກ
ສົນໃຈສະໝັກຕິດຕໍ່
ເບີໂທ: 020 95780087
Email: souvanny@armi.la
ປິດຮັບສະໝັກວັນທີ 30 ພຶດສະພາ 2025