📢 ປະກາດຮັບສະໝັກຄະນະກຳມະການປະສານງານອົງການຈັດຕັ້ງສັງຄົມລາວ (LCCC) ຊຸດໃໝ່ ປີ 2026-2030
ຄະນະກຳມະການປະສານງານ ອົງການຈັດຕັ້ງສັງຄົມລາວ (LCCC) ຂໍຖືເປັນກຽດແຈ້ງມາຍັງບັນດາອົງການຈັດຕັ້ງສັງຄົມ (CSOs) ທີ່ຂື້ນທະບຽນຢ່າງຖືກຕ້ອງທຸກທ່ານ ເພື່ອຮັບສະໝັກບຸກຄົນເຂົ້າເປັນຄະນະກຳມະການຊຸດໃໝ່ ທີ່ຈະມາຮັບຜິດຊອບພາລະບົດບາດໃນການປະສານງານ ແລະ ເປັນຕົວແທນຂອງອົງການຈັດຕັ້ງສັງຄົມລາວ ໃນໄລຍະປີ 2026-2030.
ເງື່ອນໄຂສຳຄັນຂອງຜູ້ສະໝັກ:
ເປັນພົນລະເມືອງລາວ ທີ່ມີສັນຊາດລາວ.
ຕ້ອງດຳລົງຕຳແໜ່ງເປັນ ປະທານ, ຮອງປະທານ ຫຼື ຜູ້ອຳນວຍການຂອງສະມາຄົມ ຫຼື ມູນນິທິທີ່ຂື້ນທະບຽນຕາມດໍາລັດທີ່ກ່ຽວຂ້ອງ.
ມີຄວາມສະໝັກໃຈ ແລະ ຈິດອາສາປະກອບສ່ວນໃນການພັດທະນາສັງຄົມ ແລະ ປະເທດຊາດ.
ວິທີການຍື່ນສະໝັກ:
ກະລຸນາສົ່ງ ໃບສະໝັກພ້ອມ ປະຫວັດຫຍໍ້ (CV) ໃຫ້ຄະນະກຳມະການ ຜ່ານຊ່ອງທາງຕໍ່ໄປນີ້:
ອີເມວ: thipmangkone.lcn@gmail.com & laocso.secretariat@gmail.com
ເບີໂທ/WhatsApp: +85620 56360636
ໝາຍເຫດ: ຄະນະກຳມະການຈະປິດຮັບສະໝັກຢ່າງເປັນທາງການໃນ ວັນທີ 13 ພະຈິກ 2025.