Lao CSO Platform

ປະກາດຮັບສະໝັກນັກສຶກສາເຝິກງານ 2 ຕຳແໜ່ງ

Job Description

ປະກາດຮັບສະໝັກນັກສຶກສາເຝິກງານ

ຮຽນຮູ້ວຽກງານ ປ່າໄມ້ ແລະ ການວາງແຜນນໍາໃຊ້ທີ່ດິນຢູ່ ສະມາຄົມ ພັດທະນາໄມ້ປ່ອງ ແລະ ເຄື່ອງປ່າຂອງດົງ.

ສະມາຄົມພັດທະນາໄມ້ປ່ອງ ແລະ ເຄື່ອງປ່າຂອງດົງ ໄດ້ສ້າງຕັ້ງຂື້ນຢ່າງເປັນທາງການໃນປີ 2020 ແລະ ດໍາເນີນການເຄື່ອນໄຫວພາຍໃນ ແຂວງຫົວພັນ, ປະຈຸບັນທາງສະມາຄົມ ມີຄວາມຕ້ອງການຮັບສະໝັ ກນັກສຶກສາເຝິກງານທີ່ຮຽນຈົບສາຂາ ປ່າໄມ້ ຫຼື ຂະແໜ່ງການທີ່ກຽວຂ້ອງເພື່ອເຂົ້າມາຮຽນຮູ້ວຽກປ່າໄມ້ພາຍໃນສະມາຄົມ

“ວຽກປ່າໄມ້ ແລະ ການວາງແຜນນໍາໃຊ້ທີ່ດິນ” 2 ຕຳແໜ່ງ ປະຈຳຢູ່ຫ້ອງການສະມາຄົມ ສພປຄ/BNDA ທີ່ບ້ານພັນໄຊ, ເມືອງຊຳເໜືອ ແຂວງຫົວພັນ.

* ໜ້າທີ່ຮັບຜິດຊອບ

  • ຮຽນຮູ້ການຈັດຕັ້ງປະຕິບັດວຽກງານປ່າໄມ້ ແລະ ການວາງແຜນນໍາໃຊ້ທີ່ດິນຂັ້ນບ້ານ; ຝຶກອົບຮົມທາງດ້ານເຕັກນິກວິຊາການ, ວິທີການຕິດຕາມກວດກາ ແລະ ປະເມີນປ່າ (ໄມ້ປ່ອງ ແລະ ເຄື່ອງປ່າຂອງດົງ) ໃຫ້ກັບບ້ານເປົ້າໝາຍໂຄງການຂອງ ສະມາຄົມ;
  • ຮຽນຮູ້ວິທີການຝຶກອົບຮົມເຕັກນິກວິຊາການໃຫ້ກັບບ້ານໃນການປູກ ແລະ ບົວລະບັດຮັກສາປູກໄມ້ປ່ອງ ແລະ ເຄື່ອງປ່າຂອງ ດົງບາງຊະນິດ;
  • ຮຽນຮູ້ວຽກງານການພົວພັນປະສານງານຮ່ວມຄູ່ຮ່ວມງານພາກລັດ ແລະ ບ້ານ ເປົ້າໝາຍຂອງສະມາຄົມ;
  • ຮຽນຮູ້ວິທີການເກັບຮັກສາ ແລະ ພັດທະນາຖານຂໍ້ມູນຂອງສະມາຄົມ;
  • ໜ້າທີ່ອື່ນໆ ຕາມການມອບໝາຍຂອງອໍານວຍການ;

* ເງື່ອນໄຂ ແລະ ປະສົບການ

1. ຈົບວິຊາສະເພາະດ້ານປ່າໄມ້, ການວາງແຜນນໍາໃຊ້ທີ່ດິນ ຫຼື ສາຂາ ທີ່ກ່ຽວຂ້ອງຊັ້ນສູງ ຫຼື ປະລິນຍາຕີ;

2. ມີຄວາມຮູ້ພື້ນຖານ, ຄວາມເຂົ້າໃຈກ່ຽວກັບເລື່ອງການວາງແຜນນໍາໃຊ້ທີ່ດິນ;

3. ສາມາດນໍາໃຊ້ GPS, GIS ເຂົ້າໃນການແຕ້ມແຜນທີ່;

4. ສາມາດຂຽນບົດລາຍງານການຈັດຕັ້ງປະຕິບັດກິດຈະກຳພາກສະໜາມ ແລະ ບົດລາຍງານປະຈຳໄຕມາດ;

5. ມີມະນຸດສຳພັນດີສາມາດສື່ສານກັບເພື່ອນຮ່ວມງານ, ເຮັດວຽກເປັນທີມ, ມີຄວາມອົດທົນ, ຊື່ສັດບໍລິສຸດຕໍ່ເພື່ອນຮ່ວມງານ ແລະ ອົງກອນ;

6. ສາມາດລົງເຮັດວຽກດ້ວຍຕົນເອງໃນຂັ້ນຊຸມຊົນ ແລະ ສາມາດເດີນທາງໄປຕ່າງແຂວງໄດ້;

7. ມີຄວາມຮູ້ພື້ນຖານດ້ານພາສາອັງກິດ ເວົ້າ, ຟັງ ແລະ ຂຽນໄດ້;

8. ມີຄວາມມັກຮັກໃນວຽກງານວິຊາສະເພາະ ແລະ ພ້ອມທີ່ຈະຮຽນຮູ້ສົ່ງໃໝ່ໆ;

9. ມີປະສົບການດ້ານວຽກງານການປ່າໄມ້ 1 – 2 ປີຂຶ້ນໄປ ຈະພິຈາລະນາເປັນພິເສດ;

10. ສາມາດນໍາໃຊ້ເຄື່ອງມື IT ເຂົ້າໃນການສື່ສານ ແລະ ເຂົ້າໃນວຽກວິຊາສະເພາະເຊັ່ນ: Microsoft Office, Email, ປະຊຸມ ຜ່ານ Microsoft team, Zoom, Skype, ເຕັກນິການຖ່າຍຮູບ, ຕັດຕໍ່ Videos ແລະ ເຄື່ອງມື ອື່ນໆ ທີ່ກ່ຽວຂ້ອງ.

ຜູ້ທີ່ສົນໃຈສາມາດສົ່ງໃບສະມັກ (ປະຫວັດຫຍໍ້/CV ແລະ ຈົດໝາຍສະມັກງານ Cover letter); ພ້ອມໃບຄະແນນການຮຽນຢູ່ ມະຫາວິທະຍາໄລ/ວິທະຍາໄລ, ໃບຜ່ານງານ (ຖ້າມີ), ສໍາລັບທ່ານທີ່ຢູ່ພາຍໃນແຂວງ ຫຼື ເມືອງ ສາມາດເຂົ້າມາຍື່ນເອກະສານທີ່ຫ້ອງການ ຂອງສະມາຄົມທີ່: ບ້ານພັນໄຊ,ເມືອງຊຳເໜືອ, ແຂວງຫົວພັນ ຫຼື ສາມາດສົ່ງທາງອີເມວ: bnda2018@gmail.com ສອບຖາມຂໍ້ມູນເພີ່ມເຕີມໂທ/ວອດແອັບ: 020 5576 7780, 020 97922972, 020 2936 3629. ໃນໂມງລັດຖະການ.

ປິດຮັບສະໝັກ ວັນທີ່ 04 ກໍລະກົດ 2024, ເວລາ 4:00 ແລງ ! ໝາຍເຫດ: ສໍາລັບທ່ານທີ່ຖືກຄັດເລືອກ ແມ່ນຈະໄດ້ຮັບການຕິດຕໍ່ເພື່ອສໍາພາດໃນອາທິດທັດໄປ.

Contact