ປະກາດແຈ້ງການເຂົ້າຮ່ວມການສົມທຽບລາຄາ ບໍລິການລົດເຊົ່າ
ສະມາຄົມພັດທະນາບົດບາດຍິງ-ຊາຍ (ສພຍຊ) ແມ່ນອົງການຈັດຕັ້ງທາງສັງຄົມລາວທີ່ບໍ່ຫວັງຜົນກຳໄລ ເຊິ່ງສ້າງຕັ້ງຂຶ້ນຢ່າງເປັນທາງການໃນປີ 2012 ພາຍໃຕ້ລັດຖະທຳມະນູນຂອງກະຊວງພາຍໃນ. ຈຸດປະສົງເພື່ອສຸມໃສ່ວຽກງານພັດທະນາບົດບາດຍິງ-ຊາຍ ໃນ ສປປ ລາວ ທັງມີຄູ່ຮ່ວມງານທີ່ເປັນພາກລັດ, ອົງການຈັດຕັ້ງທາງສັງຄົມລາວ, ອົງການຈັດຕັ້ງສາກົນ ພ້ອມກັບມີສະມາຊິກເຄືອຂ່າຍທັງພາຍໃນ ແລະ ຕ່າງປະເທດ.
ປະຈຸບັນ ສພຍຊ ກຳລັງຈັດຕັ້ງປະຕິບັດໂຄງການຢູ່ 2 ແຂວງ ພາກເໜືອ ແລະ ພາກກາງຂອງ ສປປ ລາວຄື: ແຂວງອຸດົມໄຊ (ເມືອງຮຸນ) ແລະ ແຂວງວຽງຈັນ (ເມືອງແກັດ) ໂດຍມີຫ້ອງການໃຫຍ່ຕັ້ງຢູ່ໃນນະຄອນຫຼວງວຽງຈັນ. ມີຈຸດປະສົງນຳໃຊ້ລົດເຊົ່າເປັນປີໂດຍການກຳນົດນຳໃຊ້ຕາມຈຳນວນວັນລົງກິດຈະກຳ. ເຊິ່ງລາຍລະອຽດມີດັ່ງນີ້:
ສະຖານທີ່: ລົງພື້ນທີ່ ແຂວງອຸດົມໄຊ (ເມືອງຮຸນ) 5 ບ້ານ: ບ້ານ ພູວຽງໄຊ, ບ້ານ ພູຢວກ, ບ້ານ ມົກຄະ, ບ້ານ ຜາຢຳ ແລະ ບ້ານ ຜາຄຳ.
ສະຖານທີ່: ລົງພື້ນທີ່ ແຂວງວຽງຈັນ (ເມືອງແກັດ) 5 ບ້ານ: ບ້ານ ເມືອງຄື່, ບ້ານ ໂພນແພງ, ບ້ານ ນາດີ, ບ້ານ ໂນນສະອາດ ແລະ ບ້ານ ນາມົນ.
ປະເພດລົດ: ລົດຕູ້, ລົດກະບະ 4×4 ປະຕູມີໄຟວິນ ແລະ ປະເພດລົດຈິບ (ຕາມກົດລະບຽບທີ່ເອີ້ນໃຊ້ບໍລິການ).
ການບໍລິການ: ລວມທັງຄົນຂັບລົດ, ນ້ຳມັນ, ປະກັນໄພ, ຄ່າທາງດ່ວນ ແລະ ບໍລິການອື່ນໆໃນການລົງວຽກສະໜາມ.
ການບໍລິການຈ່າຍ: ຈ່າຍເທື່ອລະຄັ້ງຫຼັງບໍລິການເທື່ອລະກິດຈະກຳ ຜ່ານບັນຊີທະນາຄານເທົ່ານັ້ນ.
ກອບກຳນົດເວລາ: ເປັນລາຄາທີ່ບໍ່ປ່ຽນແປງຕັ້ງແຕ່ວັນນີ້ສະເໜີລາຄາ ຫາ ວັນທີ 31 ທັນວາ 2026.
ເອກະສານຄັດຕິດ: ສຳເນົາໃບທະບຽນວິສາຫະກິດ ຫຼື ໃບອະນຸຍາດດຳເນີນທຸລະກິດທີ່ຍັງໃຊ້ໄດ້ (ຖ້າມີ), ເອກະສານລົດ, ເອກະສານໃບຂັບຂີ່ໂຊເຟີລົດ, ເອກະສານປະກັນໄພລົດ ແລະ ໃບສະເໜີລາຄາ.
ໝາຍເຫດ: ຜູ້ສະເໜີລາຄາສາມາດ ສະເໜີລາຄາສະເພາະແຂວງໃດແຂວງໜຶ່ງໄດ້ ກໍລະນີທີ່ບໍ່ມີບໍລິການທັງ 2 ແຂວງ.
ບໍລິສັດ ແລະ ຕົວແທນບໍລິສັດ ທີ່ມີຄວາມສົນໃຈກະລຸນາໃຫ້ສົ່ງເອກະສານຫາ ສພຍຊ ເຮືອນເລກທີ 703, ໜ່ວຍ 39, ບ້ານໂພນພະເນົາ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ຫຼື ສົ່ງເປັນໄຟລ໌ເອກະສານເອເລັກໂຕຣນິກທາງອີເມວ info@gdalaos.org, CC: noumnimchanthalideth@gmail.com ກ່ອນວັນທີ 21 ມັງກອນ 2026. ສອບຖາມຂໍ້ມູນເພີ່ມເຕີມທີ່ເບີໂທລະສັບ 021 417758, 020 7887 6115.