Lao CSO Platform

ຜູ້ຊ່ວຍການເງິນ ແລະ ບໍລິຫານ

Job Description

ປະກາດຮັບສະໝັກພະນັກງານ

ສະມາຄົມເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ສພປ) / ARMI

ສະມາຄົມເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ສພປ) ຫຼື ARMI, ເປັນອົງການຈັດຕັ້ງທີ່ບໍ່ຫວັງຜົນກຳໄລ ທີ່ມີເປົ້າໝາຍໃນການສົ່ງເສີມການພັດທະນາຊົນນະບົດແບບຍືນຍົງໃນ ສປປ ລາວ, ມີຄວາມຕ້ອງການຮັບສະໝັກພະນັກງານ ເພື່ອຮ່ວມງານໃນຕຳແໜ່ງດັ່ງນີ້:

ຕຳແໜ່ງ: ຜູ້ຊ່ວຍການເງິນ ແລະ ບໍລິຫານ (Finance and Administration Assistant)
ຈຳນວນ: 1 ຕຳແໜ່ງ
ບ່ອນປະຈຳການ: ນະຄອນຫຼວງວຽງຈັນ

ເງື່ອນໄຂ ແລະ ຄຸນສົມບັດຜູ້ສະໝັກ:

  • ມີສັນຊາດລາວ.

  • ຈົບການສຶກສາລະດັບຊັ້ນສູງຂຶ້ນໄປ ໃນສາຂາວິຊາ ບໍລິຫານການເງິນ-ການບັນຊີ, ບໍລິຫານທຸລະກິດ ຫຼື ສາຂາອື່ນໆທີ່ກ່ຽວຂ້ອງ. (ນັກສຶກສາຈົບໃໝ່ກໍ່ສາມາດສະໝັກໄດ້).

  • ມີທັກສະການນຳໃຊ້ພາສາອັງກິດຢ່າງໜ້ອຍໃນລະດັບພື້ນຖານ.

  • ມີຄວາມຮູ້ ແລະ ສາມາດນໍາໃຊ້ໂປຣແກຣມຄອມພິວເຕີພື້ນຖານໄດ້ດີ (ເຊັ່ນ: Microsoft Word, Excel, PowerPoint, Email).

  • ມີທັກສະການສື່ສານ ແລະ ມີມະນຸດສຳພັນດີ, ສາມາດເຮັດວຽກເປັນທີມໄດ້.

ເອກະສານປະກອບການສະໝັກ:

ຜູ້ທີ່ສົນໃຈ ແລະ ມີຄຸນສົມບັດຄົບຖ້ວນຕາມເງື່ອນໄຂ, ກະລຸນາສົ່ງເອກະສານດັ່ງຕໍ່ໄປນີ້:

  1. ຊີວະປະຫວັດຫຍໍ້ (Curriculum Vitae – CV)

  2. ຈົດໝາຍສະໝັກວຽກ (Cover Letter)

ວິທີການສະໝັກ:

ສົ່ງເອກະສານສະໝັກທັງໝົດ ມາທາງອີເມວ:
Email: pavina@armi.la ແລະ info@armi.la

ສຳລັບການສອບຖາມຂໍ້ມູນເພີ່ມເຕີມ (ສະເພາະໃນໂມງລັດຖະການ), ສາມາດຕິດຕໍ່ໄດ້ຜ່ານ Whatsapp: +8562098587086

ກຳນົດປິດຮັບສະໝັກ:

ວັນທີ 07 ກໍລະກົດ 2025, ເວລາ 17:00 ໂມງ.

ໝາຍເຫດ:

  • ທາງອົງການຈະພິຈາລະນາຜູ້ສະໝັກ ທີ່ມີຄວາມພິການ, ເປັນແມ່ຍິງ ຫຼື ມາຈາກຊົນເຜົ່າ ເປັນພິເສດ.

  • ສະເພາະຜູ້ທີ່ມີລາຍຊື່ຖືກຄັດເລືອກເຂົ້າຮ່ວມສຳພາດເທົ່ານັ້ນທີ່ຈະຖືກຕິດຕໍ່ກັບ.

ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບ ສະມາຄົມເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ສພປ) / ARMI, ສາມາດເຂົ້າເບິ່ງໄດ້ທີ່ເວັບໄຊ: www.armi.la

Contact