ປະກາດຮັບສະໝັກວຽກດ່ວນ!
ຮັບສະໝັກຄູ ແລະ ຜູ້ຊ່ວຍຄູ ຈຳນວນ 15 ຕຳແໜ່ງ
ເພື່ອຮ່ວມເປັນສ່ວນໜຶ່ງໃນການພັດທະນາສັກກະຍະພາບຂອງເດັກທີ່ເປັນໂອທິສຕິກ
ສະຖານທີ່ປະຕິບັດງານ: ສູນເພື່ອຄົນໂອທິສຕິກວຽງຈັນ, ຕັ້ງຢູ່ບ້ານໂພນປ່າເປົ້າ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ
ສູນເພື່ອຄົນໂອທິສຕິກວຽງຈັນ ແມ່ນອົງການຈັດຕັ້ງທີ່ບໍ່ສະແຫວງຫາຜົນກຳໄລ, ພວກເຮົາມີຄວາມມຸ່ງໝັ້ນໃນການສ້າງໂອກາດ ແລະ ພັດທະນາຄຸນນະພາບຊີວິດທີ່ດີໃຫ້ແກ່ບຸກຄົນທີ່ເປັນໂອທິສຕິກໃນ ສປປ ລາວ. ປັດຈຸບັນ, ທາງສູນฯ ມີຄວາມຕ້ອງການຮັບສະໝັກບຸກຄະລາກອນທີ່ມີໃຈຮັກ, ມີຄວາມຕັ້ງໃຈ, ມີຄວາມອົດທົນ ແລະ ມີຄວາມເຂົ້າໃຈໃນການເຮັດວຽກຮ່ວມກັບເດັກທີ່ມີຄວາມຕ້ອງການພິເສດ ເພື່ອມາຮ່ວມງານໃນຕຳແໜ່ງ ຄູ ແລະ ຜູ້ຊ່ວຍຄູ ຈຳນວນທັງໝົດ 15 ຕຳແໜ່ງ.
ນີ້ແມ່ນໂອກາດອັນດີທີ່ທ່ານຈະໄດ້ນຳໃຊ້ຄວາມຮູ້ ແລະ ຄວາມສາມາດຂອງທ່ານ ເພື່ອຮ່ວມສ້າງການປ່ຽນແປງທີ່ດີໃຫ້ກັບຊີວິດຂອງເດັກນ້ອຍ ແລະ ຄອບຄົວຂອງພວກເຂົາ, ພ້ອມກັນນັ້ນ ທ່ານຍັງຈະໄດ້ຮຽນຮູ້ ແລະ ພັດທະນາສາຍອາຊີບຂອງທ່ານໃນດ້ານການສຶກສາພິເສດອີກດ້ວຍ.
I. ເງື່ອນໄຂຂອງຜູ້ສະໝັກ:
ພວກເຮົາກຳລັງຊອກຫາຜູ້ສະໝັກທີ່ມີຄຸນນະວຸດທິ ແລະ ຄຸນສົມບັດດັ່ງລຸ່ມນີ້:
ບໍ່ຈຳກັດເພດ: ເປີດຮັບສະໝັກທຸກເພດ.
ລະດັບການສຶກສາ: ຈົບການສຶກສາລະດັບ ຊັ້ນກາງ, ຊັ້ນສູງ, ປະລິນຍາຕີ ຫຼື ສາຍວິຊາຊີບທີ່ກ່ຽວຂ້ອງ.
ຄວາມສາມາດດ້ານພາສາ: (ຖ້າຫາກສາມາດສື່ສານພາສາອັງກິດໄດ້ ຈະໄດ້ຮັບການພິຈາລະນາເປັນພິເສດ).
ທັດສະນະຄະຕິ: ມີຄວາມເຂົ້າໃຈ ແລະ ມີທັດສະນະຄະຕິທີ່ດີຕໍ່ບຸກຄົນພິການ.
ບຸກຄະລິກກະພາບ: ເປັນຜູ້ມີອັດທະຍາໄສດີ, ມີຄວາມອ່ອນໂຍນ, ຮັກແພງເດັກນ້ອຍ, ມີຄວາມອົດທົນສູງ ແລະ ສາມາດຄວບຄຸມອາລົມໄດ້ດີ.
ປະຫວັດສ່ວນຕົວ: ມີສະຫວັດດີການທີ່ດີ, ບໍ່ເຄີຍກະທຳຜິດທາງອາຍາ.
ເງື່ອນໄຂເພີ່ມເຕີມ: ຫຼັງຈາກສຳພາດ ແລະ ຜ່ານການຄັດເລືອກແລ້ວ ແມ່ນສາມາດເລີ່ມວຽກໄດ້ທັນທີ.
ທີ່ພັກອາໄສ: ສຳລັບຜູ້ສະໝັກທີ່ມາຈາກຕ່າງແຂວງ, ທາງສູນฯ ມີທີ່ພັກຈັດຫາໃຫ້.
II. ເອກະສານທີ່ຕ້ອງປະກອບໃນການສະໝັກ:
ຊີວະປະຫວັດ (CV)
ໃບປະກາດສະນີຍະບັດ (ສຳເນົາ)
ໃບຢັ້ງຢືນທີ່ຢູ່ (ສະບັບແທ້)
ໃບຢັ້ງຢືນສຸຂະພາບ
ໃບແຈ້ງໂທດ (ທີ່ອອກໃຫ້ບໍ່ເກີນ 3 ເດືອນ)
ສຳເນົາບັດປະຈຳຕົວ ຫຼື ສຳມະໂນຄົວ
ໃບຜ່ານງານ (ຖ້າມີ)
ໝາຍເຫດ: ຜູ້ທີ່ສົນໃຈສາມາດເຂົ້າມາທົດລອງວຽກຕົວຈິງກ່ອນໄດ້ ເພື່ອສຶກສາ ແລະ ສ້າງຄວາມເຂົ້າໃຈໃນລັກສະນະຂອງວຽກ ກ່ອນຈະຕັດສິນໃຈຢື່ນເອກະສານ.
ວິທີການສະໝັກ ແລະ ສອບຖາມຂໍ້ມູນເພີ່ມເຕີມ:
ຖ້າຫາກທ່ານມີຄຸນສົມບັດກົງຕາມທີ່ໄດ້ລະບຸໄວ້ຂ້າງເທິງ ແລະ ມີຄວາມສົນໃຈທີ່ຈະຮ່ວມງານກັບພວກເຮົາ, ກະລຸນາຕິດຕໍ່ເພື່ອສອບຖາມຂໍ້ມູນເພີ່ມເຕີມ ຫຼື ເຂົ້າມາຢື່ນເອກະສານດ້ວຍຕົນເອງໄດ້ທີ່:
ສູນເພື່ອຄົນໂອທິສຕິກວຽງຈັນ
ບ້ານໂພນປ່າເປົ້າ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ
ເບີໂທລະສັບ: 030 5022 261
ເບີໂທ / WhatsApp: +85620 55918117; 020 91015498; 020 55475679
ຕິດຕາມພວກເຮົາໄດ້ທາງເຟສບຸກ (Facebook): Lao Autism