Lao CSO Platform

ຜູ້ອຳນວຍຄວາມສະດວກຂັ້ນເມືອງ ເມືອງຕະໂອ້ຍ

Job Description

ສະມາຄົມສຸຂະພາບຊຸມຊົນ ແລະ ການມີສ່ວນຮ່ວມ (ສສຮ)
ປະກາດຮັບສະໝັກພະນັກງານ: ຜູ້ອຳນວຍຄວາມສະດວກຂັ້ນເມືອງ (District Facilitator)
ກ່ຽວກັບສະມາຄົມ

ສະມາຄົມ ສສຮ ແມ່ນອົງການຈັດຕັ້ງສັງຄົມລາວທີ່ເຮັດວຽກສົ່ງເສີມປະຊາກອນທີ່ມີຄວາມສ່ຽງ ແລະ ໄດ້ຮັບຜົນກະທົບໃນການເຂົ້າເຖິງການບໍລິການສຸຂະພາບຢ່າງທົ່ວເຖິງ ແລະ ເທົ່າທຽມ ລວມທັງການປົກປ້ອງທາງສັງຄົມ. ສສຮ ແມ່ນຜູ້ຮັບທຶນຍ່ອຍຂອງໂຄງການຕ້ານຕ້ານຕໍ່ຢາ Artemisinin ລະດັບພາກພື້ນ ທີ່ໄດ້ຮັບທຶນຈາກກອງທຶນໂລກຕ້ານເອດ, ວັນນະໂລກ ແລະ ໄຂ້ມາລາເລຍ.

ລາຍລະອຽດຕຳແໜ່ງ

  • ຕຳແໜ່ງ: ຜູ້ອຳນວຍຄວາມສະດວກຂັ້ນເມືອງ
  • ສະຖານທີ່: ເມືອງຕະໂອ້ຍ
  • ຈຳນວນ: 01 ຕຳແໜ່ງ

ໜ້າທີ່ຮັບຜິດຊອບ
1. ການຕິດຕາມຊຸກຍູ້ການປະຕິບັດວຽກງານຂອງອາສາສະໝັກໄຂ້ມາລາເຣຍຂັ້ນບ້ານ

  • ຕິດຕາມຊຸກຍູ້ການປະຕິບັດວຽກງານຂອງອາສາສະໝັກໄຂ້ມາລາເຣຍຂັ້ນບ້ານ (VMWs)
  • ສະໜັບສະໜູນການບັນລຸຕົວຊີ້ວັດ ແລະ ສ້າງຄວາມອາດສາມາດ
  • ຕິດຕາມ ແລະ ກວດກາຕົວຊີ້ວັດການປະຕິບັດວຽກງານ
  • ລາຍງານສິ່ງທ້າທາຍ ແລະ ຖອດຖອນບົດຮຽນ

2. ການເກັບກຳຂໍ້ມູນຈາກຮ້ານຂາຍຢາ (PPMs)

  • ເກັບກຳຂໍ້ມູນການກວດເລືອດ, ການປິ່ນປົວ ແລະ ການສົ່ງຕໍ່
  • ຕິດຕາມ ແລະ ກວດກາຕົວຊີ້ວັດການປະຕິບັດວຽກງານ
  • ລາຍງານສິ່ງທ້າທາຍ ແລະ ວິທີແກ້ໄຂ

3. ການຕິດຕາມ ແລະ ລາຍງານການແຮສາງ

  • ຕິດຕາມການແຮສາງຢາ ແລະ ອຸປະກອນໃນຂັ້ນບ້ານ, PPMs ແລະ ໂຮງໝໍນ້ອຍ
  • ກວດກາ ແລະ ຮັບປະກັນການເກັບຮັກສາຢາ
  • ລາຍງານສະພາບການ ແລະ ຕິດຕາມການແກ້ໄຂ

ເງື່ອນໄຂຜູ້ສະໝັກ
ການສຶກສາ ແລະ ປະສົບການ

  • ຈົບປະລິນຍາຕີ ຫຼື ທຽບເທົ່າ ໃນສາຂາທີ່ກ່ຽວຂ້ອງ (ສຸຂະພາບ, ວິທະຍາສາດສັງຄົມ, ພະຍາບານ, ແລະ ອື່ນໆ)
  • ມີປະສົບການໃນການຈັດຕັ້ງປະຕິບັດໂຄງການ, ການວາງແຜນ, ງົບປະມານ ແລະ ການລາຍງານ
  • ມີຄວາມເຂົ້າໃຈກ່ຽວກັບຍຸດທະສາດການກຳຈັດພະຍາດໄຂ້ມາລາເຣຍ
  • ມີທັກສະດ້ານ Microsoft Office (Word, Excel, PowerPoint)
  • ມີຄວາມຮູ້ດ້ານພາສາຊົນເຜົ່າ (ຈະພິຈາລະນາເປັນພິເສດ)

ດ້ານພຶດຕິກຳ

  • ສາມາດເຮັດວຽກເປັນທີມ
  • ຮັບປະກັນຄວາມປອດໄພສຳລັບເດັກນ້ອຍ, ເດັກຍິງ, ໄວໜຸ່ມ ແລະ ກຸ່ມເປົ້າໝາຍທຸກຄົນ
  • ສາມາດເດີນທາງໄປຕ່າງເມືອງ ແລະ ເຂດຫ່າງໄກໄດ້
  • ເຂົ້າໃຈຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການມີສ່ວນຮ່ວມຂອງຊຸມຊົນ
  • ເປີດກວ້າງ ແລະ ຮັບຟັງຄວາມຄິດ/ທັດສະນະຄະຕິທີ່ແຕກຕ່າງ

ເອກະສານປະກອບການສະໝັກ

  1. ຊີວະປະຫວັດຫຍໍ້ (CV)
  2. ໃບປະກາສະນີຍະບັດ
  3. ສຳເນົາບັດປະຈຳຕົວ/ສຳມະໂນຄົວ
  4. ໜັງສືແນະນຳຕົວ

ການສົ່ງໃບສະໝັກ

  • ອີເມວ: chindavanh.chias@gmail.com
  • ທີ່ຢູ່: ສະມາຄົມສຸຂະພາບຊຸມຊົນ ແລະ ການມີສ່ວນຮ່ວມ ( ສສຮ ) ບ້ານ ຈອມມະນີ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ
  • ເບີໂທ: +856 20 91 731 133
  • ກຳນົດປິດຮັບສະໝັກ: 26 ເດືອນ ມັງກອນ

ໝາຍເຫດ: ຈະຕິດຕໍ່ສຳພາດສະເພາະຜູ້ສະໝັກທີ່ຜ່ານການຄັດເລືອກເທົ່ານັ້ນ.

Downloads

Contact