ປະກາດຮັບສະໝັກພະນັກງານ
ສະມາຄົມພັດທະນາກະສິກຳ ແລະ ສິ່ງແວດລ້ອມແບບຍືນຍົງ (SAEDA) ເພື່ອຈັດຕັ້ງປະຕິບັດໂຄງການ ສົ່ງເສີມກະສິກຳນິເວດໃຫ້ຊາວນາຂະໜາດນ້ອຍ (Support Agroecology for Smallholder Farmers) ມີຄວາມຕ້ອງການຮັບສະໝັກ:
ຕຳແໜ່ງ: ພະນັກງານບໍລິຫານ ແລະ ການເງິນ (Administrative and Finance Officer)
ປະຈຳຢູ່: ຫ້ອງການໂຄງການ ແຂວງຈຳປາສັກ
ໄລຍະເວລາ: 18 ເດືອນ
1. ໜ້າທີ່ຮັບຜິດຊອບຫຼັກ
ສ້າງແຜນງົບປະມານປະຈຳປີ, ປະຈຳໄຕມາດ ແລະ ປະຈຳເດືອນ ຂອງໂຄງການ.
ຮ່ວມກັບທີມງານເຕັກນິກໃນການວາງແຜນ, ສົ່ງເສີມ ແລະ ພັດທະນາກິດຈະກຳດ້ານກະສິກຳ ແລະ ສິ່ງແວດລ້ອມ ເພື່ອຈັດຕັ້ງປະຕິບັດໃນຊຸມຊົນ ແລະ ບ້ານເປົ້າໝາຍຂອງໂຄງການ.
ຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານການເງິນຂອງໂຄງການທີ່ຮັບຜິດຊອບໃຫ້ຖືກຕ້ອງຕາມລະບຽບ.
ສ້າງບົດລາຍງານການເງິນປະຈຳເດືອນ, ໄຕມາດ ແລະ ປະຈຳປີ ໃຫ້ສາຍງານ ແລະ ຄູ່ຮ່ວມງານຕາມກຳນົດເວລາ.
ຄຸ້ມຄອງ ແລະ ບໍລິຫານວຽກງານພາຍໃນຫ້ອງການ.
ຄຸ້ມຄອງ ແລະ ບໍລິຫານຊັບສິນ, ອຸປະກອນ ແລະ ຍານພາຫະນະຂອງໂຄງການ.
ປະສານງານລະຫວ່າງສະມາຄົມ SAEDA ວຽງຈັນ ກັບ ພາກລັດຂັ້ນແຂວງ, ເມືອງ, ບ້ານ ແລະ ອົງການຈັດຕັ້ງອື່ນໆທີ່ກ່ຽວຂ້ອງ.
ປະສານງານລະຫວ່າງສະມາຄົມ SAEDA ກັບ ຄູ່ຮ່ວມງານພັດທະນາອື່ນໆ.
2. ຄຸນນະວຸດທິ ແລະ ມາດຖານທີ່ຕ້ອງການ
ຈົບການສຶກສາລະດັບ ປະລິນຍາຕີ ຫຼື ທຽບເທົ່າ ໃນສາຂາການຄຸ້ມຄອງ-ບໍລິຫານ, ການເງິນ-ບັນຊີ ຫຼື ຂະແໜງການອື່ນທີ່ກ່ຽວຂ້ອງ.
ສັນຊາດລາວ, ອາຍຸລະຫວ່າງ 25-50 ປີ.
ມີ ປະສົບການ ໃນການເຮັດວຽກຕົວຈິງຢ່າງໜ້ອຍ 1 ປີຂຶ້ນໄປ.
ຫາກເຄີຍເຮັດວຽກນຳອົງການຈັດຕັ້ງສາກົນ ຫຼື ອົງການພັດທະນາ (NGOs) ມາກ່ອນ ຈະໄດ້ຮັບການພິຈາລະນາເປັນພິເສດ.
ສາມາດນຳໃຊ້ຄອມພິວເຕີຫ້ອງການໄດ້ດີ ເຊັ່ນ: Microsoft Word, Excel, PowerPoint ແລະ ໂປຣແກຣມບັນຊີຕ່າງໆ.
ສາມາດສື່ສານ (ເວົ້າ ແລະ ຂຽນ) ພາສາອັງກິດໄດ້ໃນລະດັບພື້ນຖານຫາປານກາງ.
ມີຄວາມມັກ, ມີຄວາມຮັບຜິດຊອບສູງ ແລະ ຫ້າວຫັນຕໍ່ໜ້າທີ່ວຽກງານ.
ເປັນຜູ້ທີ່ມີຈັນຍາບັນ, ບໍ່ເຄີຍມີຄະດີຄວາມ ຫຼື ເຮັດຜິດລະບຽບກົດໝາຍມາກ່ອນ.
ຫາກເປັນຜູ້ທີ່ມີພູມລຳເນົາຢູ່ ແຂວງຈຳປາສັກ ຈະໄດ້ຮັບການພິຈາລະນາເປັນພິເສດ.
ຕ້ອງມີໃບຂັບຂີ່ລົດຈັກ.
3. ເອກະສານປະກອບການສະໝັກ
ທ່ານໃດທີ່ມີຄວາມສົນໃຈ ສາມາດຍື່ນຄຳຮ້ອງສະໝັກດ້ວຍຕົນເອງ ຫຼື ສົ່ງຜ່ານທາງອີເມລ ເຊິ່ງປະກອບມີ:
ຊີວະປະຫວັດ (CV)
ໃບປະກາດສະນິຍະບັດ ແລະ ໃບຄະແນນ
ໃບຜ່ານງານ (ຖ້າມີ)
ໃບແຈ້ງໂທດ
ສຳເນົາປຶ້ມສຳມະໂນຄົວ ຫຼື ບັດປະຈຳຕົວ
ເອກະສານອື່ນໆ ທີ່ກ່ຽວຂ້ອງ
ວິທີການສົ່ງ: ສົ່ງເອກະສານທີ່ສະແກນແລ້ວມາທີ່ ອີເມລ: info.saedalaos@gmail.com
ປິດຮັບສະໝັກ: ວັນທີ 09 ມັງກອນ (01) 2026