ປະກາດຮັບສະໝັກພະນັກງານ
ສະມາຄົມພັດທະນາກະສິກຳ ແລະ ສິ່ງແວດລ້ອມແບບຍືນຍົງ (SAEDA) ເພື່ອຈັດຕັ້ງປະຕິບັດໂຄງການ ສົ່ງເສີມກະສິກຳ ປັບຕົວເຂົ້າກັບອາກາດປ່ຽນແປງ ແລະ ການເຂົ້າເຖິງຕະຫລາດເພື່ອຊາວກະສິກອນໜຸ່ມແຂວງຫຼວງນໍ້າທາ
ມີຄວາມຕ້ອງການຮັບ:
“ພະນັກງານບໍລິຫາ ແລະ ການເງິນ (Administrative and Finance Officer)”
ປະຈໍາໂຄງການຢູ່ຫ້ອງການ ແຂວງຫລວງນໍ້າທາ ໄລຍະເວລາ 2 ປີ
ໜ້າທີ່ຮັບຜິດຊອບຫຼັກ
- ບໍລິຫານ ແລະ ຄຸ້ມຄອງຫ້ອງການ
- ສ້າງແຜນກິດຈະກຳ ແລະ ງົບປະມານປະຈໍາປີ ປະຈຳໄຕມາດ ແລະ ປະຈໍາເດືອນ
- ຈັດຕັ້ງປະຕິບັດ, ສົ່ງເສີມ ພັດທະນາກິດຈະກຳດ້ານກະສິກຳ ໃນການຈັດຕັ້ງປະຕິບັດໂຄງການສົ່ງເສີມໃນຊຸມຊົນໃນບ້ານເປົ້າໝາຍຂອງໂຄງການ; ແລະ ສິ່ງແວດລ້ອມ
- ປະສານງານລະຫວ່າງສະມາຄົມ SAEDA ວຽງຈັນ, ແລະ ພາກລັດຂັ້ນແຂວງ, ເມືອງ, ບ້ານ ແລະ ອົງ ການຈັດຕັ້ງອື່ນໆທີ່ກ່ຽວຂ້ອງ
- ປະສານງານລະຫວ່າງສະມາຄົມ SAEDA ແລະ ຄູ່ຮ່ວມງານ ແລະ ອົງການຈັດຕັ້ງອື່ນໆທີ່ກ່ຽວຂ້ອງ
- ຕິດຕາມ ກວດກາ ແລະ ຊຸກຍູ້ວຽກງານການເງີນຂອງໂຄງການທີ່ຮັບຜິດຊອບ
- ລາຍງານການເງິນຂອງການຈັດຕັ້ງກິດຈະກຳ ປະຈໍາເດືອນ ແລະ ປະຈໍາປີ ໃຫ້ສາຍງານ ແລະ ຄູ່ຮ່ວມງານຕາມ ຄວາມຕ້ອງການ
ຄຸນນະວຸດ ແລະ ມາດຖານຕ້ອງການ
- ຮຽນຈົບ ປະລິຍາຕີ ຫລື ທຽບເທົ່າ ດ້າ ກາ ຄຸ້ມຄອງບໍລິຫາ, ບັນຊີ, ການເງິນ
- ສັນຊາດລາວ ມີອາຍຸລະຫວ່າງ 25-50 ປີ
- ມີສົບການໃ ກາ ເຮັດວຽກມາກ່ອນຫຼາຍກວ່າ 1 ປີ
- ເຄີຍເຮັດວຽກນໍາອົງການພັດທະນາຊົນນະບົດມາກ່ອນ
- ສາມາດນໍາໃຊ້ຄອມພິວເຕີ : Word, Excel, Power point ແລະ ອື່ນໆ
- ສາມາດເວົ້າ ແລະ ຂຽນພາສາອັງກິດຫ້ອຍຫ່ຶງ
- ມີຄວາມມັກ, ຮັບຜິດຊອບ ແລະ ຫ້າວຫັນຕໍ່ໜ້າທີ່ວຽກງານ
- ບໍ່ມີຄະດີ ແລະ ເຮັດຜິດລະບຽບກົດໝາຍມາກ່ອນ
- ຖ້າເປັນຄົນຖິ່ນຖານຢູ່ຫລວງນໍ້າທາຈະພິຈາລະນາເປັນພີເສດ
- ຈະຕ້ອງມີໃບອະນຸຍາດຂັບຂີ່ລົດຈັກ
ການສະໝັກ
ທ່ານໃດສົນໃຈສາມາດຍື່ນຄໍາຮ້ອງສະໝັກຂຽນດ້ວຍຕົວເອງ ພ້ອມດ້ວຍ ຊີວະປະຫວັດ, ໃບປະກາດ, ໃບຜ່ານງານ, ໃບແຈ້ງໂທດ, ອັດປື້ມສຳມະໂນຄົວ/ບັດປະຈໍາຕົວ ແລະ ທີ່ກ່ຽວຂ້ອງມາທີ່.
ສະເກນ ສົ່ງມາທາງອີແມ່ວ: Infor.saedalaos@gmail.com
ປິດຮັບສະໝັກ ວັນທີ 26/01/2025