Lao CSO Platform

ພະນັກງານສື່ສານ (Communications Officer)

Job Description

ຕຳແໜ່ງ: ພະນັກງານສື່ສານ (Communications Officer)

ໂຄງການ: ການເສີມສ້າງຄວາມພ້ອມໃນການຮັບມືກັບໄພພິບັດໃຫ້ 5 ບ້ານເປົ້າໝາຍໃນເມືອງຄູນຄຳ, ແຂວງຄຳມ່ວນ
ໄລຍະເວລາໂຄງການ: 1 ຕຸລາ 2025 – 30 ເມສາ 2026 (7 ເດືອນ)
ສະຖານທີ່ເຮັດວຽກ: ບ້ານ ຫນອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ (ມີການເດີນທາງໄປບ້ານເປົ້າໝາຍ)

✓ ຄວາມເປັນມາຂອງໂຄງການໂດຍຫຍໍ້

ໂຄງການ “ການເສີມສ້າງຄວາມພ້ອມໃນການຮັບມືກັບໄພພິບັດໃຫ້ 5 ບ້ານເປົ້າໝາຍໃນເມືອງຄູນຄຳ, ແຂວງຄຳມ່ວນ” ມີຈຸດປະສົງເພື່ອຍົກລະດັບຄວາມກຽມພ້ອມຂອງຊຸມຊົນໃນໄພພິບັດ ໂດຍຜ່ານການວາງແຜນແບບມີສ່ວນຮ່ວມ, ການສ້າງຂີດຄວາມສາມາດ, ການຝຶກຊ້ອມແຜນຮັບມື, ແລະກິດຈະກຳແລກປ່ຽນຄວາມຮູ້. ໂຄງການນີ້ດຳເນີນການຮ່ວມມືຢ່າງໃກ້ສິດກັບອົງການປົກຄອງເມືອງແລະບ້ານ, ຄະນະກຳມະການຄຸ້ມຄອງຄວາມສ່ຽງຈາກໄພພິບັດຂັ້ນບ້ານ (VDRMCs), ແລະພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານ ເພື່ອສ້າງກົນໄກການຄຸ້ມຄອງຄວາມສ່ຽງຈາກໄພພິບັດ (DRM) ທີ່ຍືນຍົງ.

✓ ຂອບເຂດຂອງວຽກງານ / ໜ້າທີ່ຫຼັກ

  • ພັດທະນາແລະຈັດຕັ້ງປະຕິບັດແຜນການສື່ສານແລະການເຜີຍແຜ່ໂຄງການ ໃຫ້ສອດຄ່ອງກັບຄຳແນະນຳຂອງຜູ້ໃຫ້ທຶນແລະອົງກອນ.

  • ກະກຽມສື່ສີ່ງພິມຕ່າງໆ, ລວມທັງຂ່າວ, ບົດຄວາມ, ເລື່ອງລາວຄວາມສຳເລັດ, ເອະກະສານຂໍ້ມູນ, ແລະຈົດໝາຍຂ່າວ.

  • ຄວບຄຸມເນື້ອຫາສື່ສັງຄົມອອນລາຍແລະຮັບປະກັນການອັບເດດຄວາມຄືບໜ້າຂອງໂຄງການຢ່າງທັນການ.

  • ຜະລິດວິດີໂອສັ້ນແລະເລື່ອງລາວຂອງຊຸມຊົນເພື່ອປະກອບສ່ວນເຂົ້າໃນບົດລາຍງານສຸດທ້າຍຂອງໂຄງການ, ໂດຍຮັບປະກັນເນື້ອເລື່ອງທີ່ດີແລະຮູບແບບປະກອບທີ່ສວຍງາມ.

  • ອອກແບບເພື່ອພັດທະນາສື່ IEC (ຂໍ້ມູນ, ການສຶກສາ, ແລະການສື່ສານ) ທີ່ເໝາະສົມກັບວັດທະນະທຳ ເພື່ອຍົກລະດັບຄວາມຮັບຮູ້ຢູ່ໃນລະດັບບ້ານ.

✓ ຄຸນວຸດທິແລະປະສົບການ

  • ຈົບການສຶກສາລະດັບປະລິນຍາຕີ ສາຂາການສື່ສານ, ນັກຂ່າວ, ສື່ມວນຊົນ, ວິທະຍາສາດການພັດທະນາ, ຫຼືສາຂາທີ່ກ່ຽວຂ້ອງ.

  • ມີປະສົບການຢ່າງໜ້ອຍ 1-2 ປີ ທາງດ້ານການສື່ສານ, ສື່ມວນຊົນ, ຫຼືການຄຸ້ມຄອງຄວາມຮູ້, ໂດຍສະເພາະໃນໂຄງການທີ່ບໍ່ຫວັງຜົນກຳໄລ (NGO) ຫຼື ໂຄງການພັດທະນາ.

  • ມີປະສົບການໃນການຖ່າຍຮູບ, ການບັນທຶກວິດີໂອ, ແລະການອອກແບບກຣາຟິກຂັ້ນພື້ນຖານ.

  • ມີຄວາມຄຸ້ນເຄີຍກັບການຄຸ້ມຄອງສື່ສັງຄົມອອນລາຍແລະການສ້າງເນື້ອຫາທາງດິຈິຕອລ.

  • ມີຄວາມສາມາດໃນການສື່ສານຢ່າງມີປະສິດທິຜົນກັບພາກສ່ວນກ່ຽວຂ້ອງທີ່ຫຼາກຫຼາຍ, ລວມທັງຊຸມຊົນ, ພາກລັດ, ແລະຜູ້ໃຫ້ທຶນ.

  • ຄວາມຮູ້ກ່ຽວກັບການຄຸ້ມຄອງຄວາມສ່ຽງຈາກໄພພິບັດ ຫຼືການສື່ສານດ້ານມະນຸດສະທຳຈະພິຈາລະນາເປັນພິເສດ.

ສົນໃຈສົ່ງຊີວະປະຫວັດ (CV) ມາທີ່ອີເມວ: khanthaly.vlead@gmail.com

Contact