Lao CSO Platform

ພະນັກງານ ບໍລິຫານຫ້ອງການ

Job Description

ສະມາຄົມພັດທະນາບົດບາດຍິງ-ຊາຍ (ສພຍຊ) ແມ່ນອົງການຈັດຕັ້ງສັງຄົມ ທີ່ບໍ່ຫວັງຜົນກຳໄລ ໄດ້ຮັບການອະນຸມັດສ້າງຕັ້ງເປັນສະມາຄົມ ຕາມ ຂໍ້ຕົກລົງ ເລກທີ 414/ພນ ກະຊວງພາຍໃນ ລົງວັນທີ 9 ເດືອນ ກໍລະກົດ 2012. ສະມາຄົມ ໄດ້ເຮັດວຽກໃກ້ຊິດກັບ ບັນດາສະມາຊິກ, ອົງການເຄືອຂ່າຍ ແລະ ຄູ່ຮ່ວມພັດທະນາ (ລັດຖະບານ ແລະ ອົງການຈັດຕັ້ງສາກົນ). ວິໄສທັດຂອງ ສະມາຄົມ ແມ່ນ ເປັນອົງກອນນຳໜ້າ ໃນດ້ານວິຊາການ ເພື່ອໃຫ້ໄດ້ມາຊຶ່ງຄວາມສະເໝີພາບລະຫວ່າງຍິງ-ຊາຍ ໂດຍປາສະຈາກຄວາມຮຸນແຮງ ແລະ ການຈຳແນກເພດ. ເປົ້າໝາຍເພື່ອມີການໃຫ້ບໍລິການດ້ານການພັດທະນາບົດບາດຍິງ-ຊາຍແບບມືອາຊີບ, ມີການຈັດຕັ້ງປະຕິບັດໂຄງການທີ່ເຊື່ອມສານບົດບາດຍິງ-ຊາຍ ແລະ ມີການຮ່ວມມືກັບຄູ່ຮ່ວມພັດທະນາ.

ໜ້າວຽກສຳລັບ ພະນັກງານ ບໍລິຫານຫ້ອງການ

  • ປະຕິບັດການຄຸ້ມຄອງການເງິນຂັ້ນພືີ້ນຖານເຊັ່ນ: ຄັງເງິນສົດ, ການເຄື່ອນໄຫວຂອງເງິນສົດໃນແຕ່ລະວັນ ແລະ ການກະກຽມ ເພື່ອ ການອະນຸມັດການເບີກຈ່າຍເງິນຜ່ານຄັງ ແລະ ຜ່ານທະນາຄານຕ່າງໆ ພ້ອມທັງສະຫລຸບລາຍງານ ໃຫ້ຫົວໜ້າສາຍງານ.
  • ຈັດຕັ້ງປະຕິບັດວຽກງານ ບໍລິຫານ-ການເງິນ ຕາມລະບຽບຂອງສະມາຄົມ ລວມທັງສ້າງລະບົບການຕິດຕາມ ແລະ ມີການ ບັນທຶກການເຄື່ອນໄຫວຂອງເງິນສົດ, ການຄຸ້ມຄອງເອກະສານຕ່າງໆ ເພື່ອໃຫ້ສອດຄ່ອງ ກັບນະໂຍບາຍຂອງ GDA.
  • ຂືີ້ນແຜນການນຳໃຊ້ເງິນບໍລິຫານໃນແຕ່ລະເດືອນ ຕະຫຼອດຮອດການຊຳລະຄ່າໃຊ້ຈ່າຍຕ່າງໆ ແລະ ເຄື່ອງຮັບໃຊ້ເຮືອນຄົວ ພ້ອມທັງອຸປະກອນຮັບໃຊ້ຫ້ອງການ.
  • ຈັດກຽມການເດີນທາງໃຫ້ແກ່ທີມງານ ເຊັ່ນ: ຈອງປີ້ຍົນ, ກະກຽມ ລົດໃຫຍ່, ລົດຈັກ ແລະ ອຶ່ນໆທ ກ່ຽວຂ້ອງ.
  • ອຳນວຍຄວາມສະດວກໃຫ້ແກ່ທີມງານ ໃນການສົ່ງ – ຮັບ ເອກະສານ, ຮ່າງໃບສະເໜີຕ່າງໆ ເຖິງພາກສ່ວນກ່ຽວຂ້ອງ, ຮ່າງ ເອກະສານ ແຈ້ງການ ແລະ ເອກະສານອຶ່ນໆ ທີ່ກ່ຽວຂ້ອງກັບວຽກງານຂອງສະມາຄົມ.
  • ຕິດຕາມການນຳໃຊ້ພາຫະນະຂອງສະມາຄົມ, ບັນທຶກການ ການນຳໃຊ້-ການບຳລຸງຮັກສາ, ຈົດທະບຽນຊັບສິນ ແລະ ຮັບປະກັນຄວາມປອດໄພ ເປັນຕົ້ນ ການນຳໃຊ້ພາຫະນະ, ເຄື່ອງຄອມພິວເຕີ ແລະ ຊັບສິນອຶ່ນໆຢູ່ໃນຫ້ອງການ.
  • ເຮັດວຽກຮ່ວມກັບພະນັກງານຂອງສະມາຄົມ ເພື່ອຮັບປະກັນການສະໜັບສະໜູນດ້ານວຽກງານບໍລິຫານ ການເງິນ ທີ່ເໝາະສົມໃຫ້ແກ່ທີມງານໂຄງການ; ໃຫ້ຄຳແນະນຳ ລະບຽບການດ້ານການເງິນຂອງສະມາຄົມ.
  • ເຂົ້າຮ່ວມໃນກອງປະຊຸມປະຈຳອາທິດຂອງພະນັກງານ ຕະຫຼອດຮອດ ການປະຕິບັດກິດຈະກຳຢູ່ໃນຂັ້ນທ້ອງຖິ່ນ ໃນບາງຄັ້ງ ຕາມຄວາມຈຳເປັນ ເຊັ່ນ: ການປະເມີນຜົນໂຄງການ, ການຕິດຕາມ, ການຈັດຕັ້ງປະຕິບັດ ຕາມການສະເໜີ ແລະ ເຫັນດີນຳກັນ.
  • ເຂົ້າຮ່ວມໃນການສ້າງຄວາມອາດສາມາດຂອງພະນັກງານທີ່ກ່ຽວຂ້ອງ, ອຳນວຍຄວາມສະດວກໃນເວລາຈັດກອງປະຊຸມ ສຳມະນາ ແລະ ກິດຈະກຳອຶ່ນໆ ພ້ອມທັງໃຫ້ຄຳແນະນຳແຂກ ມາຢ້ຽມຢາມສະມາຄົມ ຫຼື ພົວພັນວຽກ.
  • ສະໜັບສະໜູນຜູ້ບໍລິຫານ ເພື່ອເຮັດໃຫ້ການຄຸ້ມຄອງທາງດ້ານການເງິນມີຄວາມສະດວກ ແລະ ໂປ່ງໃສ.
  • ຮັບປະກັນການເຮັດວຽກຂອງພະນັກງານໃນຫ້ອງການໃຫ້ມີຄວາມສະດວກ ປອດໄພ, ລາຍງານການເຄື່ອນໄຫວ ພາຍໃນ ຫ້ອງການໃຫ້ຫົວໜ້າ ສາຍງານໄດ້ຮັບຊາບ ຢູ່ຢ່າງເປັນປະຈຳ ແລະ ຕໍໍ່ເນື່ອງ.
  • ເປັນຜູ້ຕິດຕາມ ແລະ ໃຫ້ຄໍາແນະນໍາແກ່ພະນັກງານຮັກສາຄວາມປອດໄພ ແລະ ພະນັກງານຮັກສາຄວາມສະອາດ.
  • ຕິດຕາມ ເອກະສານເຂົ້າ-ອອກ ຂອງສະມາຄົມ ລວມເຖິງ ການນຳໃຊ້ຄຸ້ມຄອງ ຫໍສະຫມຸດ ຂອງສະມາຄົມ ໃນຊ່ວງເວລາທີ່ມີ ຜູ້ມາໃຊ້ບໍລິການຈາກຂ້າງນອກ ແລະ ພາຍໃນສະມາຄົມເອງ.
  • ກະກຽມ ເອກະສານ ການປະກັນໄພ ຫ້ອງການ, ພະນັກງານ ແລະ ພາຫະນະ, ອຳນວຍຄວາມສະດວກໃນການກວດເຊັກ ສຸຂະພາບຂອງພະນັກງານ ພ້ອມທັງ ຊຳລະຄ່າໃຊ້ຈ່າຍຕ່າງໆ ທີິ່ກ່ຽວຂ້ອງກັບປະກັນໄພ.

ເງື່ອນໄຂຜູ້ສະໝັກ

  • ມີຄຸນສົມບັດຫຼືຄວາມສາມາດທີ່ກ່ຽວຂ້ອງໃນດ້ານການເງິນ ຫຼື ການບໍລິຫານທຸລະກິດ.
  • ມີປະສົບການດ້ານບໍລິຫານຢ່າງໜ້ອຍ 1 ປີ.
  • ມີຄວາມຊຳນານ ນຳໃຊ້ ໂປແກຣມ MS Excel, Words ແລະ Outlook.
  • ມີຄວາມຮັບຮູ້ກ່ຽວກັບ ບົດບາດຍິງຊາຍ ແລະ ຜູ້ພິການ.
  • ມີທັກສະການປະສານງານ ຮ່ວມກັບ ໜ່ວຍງານລັດ ແລະ ອົງການຕ່າງໆ.
  • ມີທັກສະການສື່ສານທີ່ດີໃນພາສາລາວ ແລະ ອັງກິດ.

ວິທີການສະໝັກ

ສາມາດສົ່ງເອກະສານສະໝັກໂດຍໃສ່ຫົວຂໍ້ “Job Application – Admin officer at GDA” ເອກະສານປະກອບມີ: ຊີວະປະຫວັດ/CV ພ້ອມໃບປະກາສະນິຍະບັດ , ໃບຄຳຮ້ອງການສະໝັກວຽກ/Cover letter (ຮ່າງແບບຂອງຕົນເອງ) ພ້ອມລະບຸຜູ້ອ້າງອີງ 2 ຄົນ, ສົ່ງມາທີ່ອີເມວ HR@gdalaos.org ແລະ CC: phouvanhse@gmail.com ເບີໂທຕິດຕໍ່ 021 417758 ໂດຍບໍ່ໃຫ້ກາຍວັນທີ 13 ກັນຍາ 2024 ຜູ້ທີ່ໄດ້ຮັບຄັດເລືອກຈະໄດ້ຮັບການຕິດຕໍ່ເພື່ອເຂົ້າສຳພາດກັບທາງທີມງານ

Contact