Lao CSO Platform

ພະນັກງານ ວິຊາການພັດທະນາຄຸນນະພາບການດຳລົງຊີວິດໂຄງການຂັ້ນເມືອງ

Job Description


ຮັບສະໝັກພະນັກງານ

ສະມາຄົມ ແມ່ຍິງ ຮ່ວມໃຈພັດທະນາ (MHP) ເປັນອົງກອນທີ່ບໍ່ຫວັງຜົນກຳໄລ (NPA) ມີຫ້ອງການຕັ້ງຢູ່ບ້ານ ຂອນແກ້ວ, ເມືອງຫ້ວຍຊາຍ, ແຂວງ ບໍ່ແກ້ວ, ສ້າງຕັ້ງຂຶ້ນພາຍໃຕ້ດຳລັດວ່າດ້ວຍສະມາຄົມ115/ນຍ, ລົງວັນທີ 29 ເມສາ ປີ 2009, ສ້າງຕັ້ງຂຶ້ນໃນເດືອນ ມີນາ ປີ 2010 ແລະ ໄດ້ຮັບອະນຸມັດຢ່າງເປັນທາງການໃນວັນທີ 13 ກໍລະກົດ ປີ 2010 ໂດຍທ່ານເຈົ້າແຂວງໆ ບໍ່ແກ້ວ ແລະ ໄດ້ຈົດທະບຽນຕາມດຳລັດ ວ່າດ້ວຍສະມາຄົມ ເລກທີ 238/ລບ, ລົງວັນທີ 11 ສິງຫາ 2017 ຕະຫຼອດມາ.

ຕຳແໜ່ງພະນັກງານທີ່ຕ້ອງການ:

    1. ພະນັກງານ ວິຊາການພັດທະນາຄຸນນະພາບການດຳລົງຊີວິດໂຄງການຂັ້ນເມືອງ ຮັບຜິດຊອບ ເມືອງປາກທາ, ເມືອງຜາອຸດົມ 1 ຕຳແໜ່ງ;

ປະເພດສັນຍາ: ເຕັມເວລາ, ກຳນົດ 1 ປີ (ເປັນລະບົບຕໍ່ສັນຍາປີ/ປີໃນຂອບເຂດຂອງໂຄງການນີ້ 4 ປີ).


ເງື່ອນໄຂຜູ້ສະໝັກ:

  • ເພດຍິງ ຫຼື ເພດຊາຍ ອາຍຸ 25-40 ປີ;

  • ຈົບຊັ້ນສູງ-ປະລິນຍາຕີ ຂຶ້ນໄປດ້ານວິຊາສະເພາະດ້ານກະສິກຳ-ປ່າໄມ້ ຫຼື ດ້ານອື່ນໆທີ່ກ່ຽວຂ້ອງ;

  • ເປັນສັນຊາດລາວ, ສຸຂະພາບແຂງແຮງດີທຸກຢ່າງ;

  • ມີປະສົບການດ້ານການດ້ານວິຊາການທີ່ກ່ຽວຂ້ອງ ຫຼື ເຮັດວຽກໂຄງການກ່ຽວກັບໜ້າວຽກດັ່ງກ່າວ 4-5 ປີຂຶ້ນໄປ;

  • ສາມາດເວົ້າ, ອ່ານ ແລະ ຂຽນພາສາອັງກິດໄດ້ ຈະພິຈາລະນາເປັນພິເສດ;

  • ສາມາດນຳໃຊ້ Computer, ໂປຣແກຣມ Microsoft office, Internet, Email PowerPoint ໃນລະດັບດີ;

  • ມີບຸກຄະລິກກະພາບ ແລະ ມະນຸດສຳພັນດີ;

  • ມີຄວາມຊື່ສັດ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານໃນລະດັບສູງ;

  • ມີລະບົບ, ລະບຽບຮອບຄອບ ແລະ ແບບແຜນການເຮັດວຽກເປັນຢ່າງດີ;

  • ສາມາດເຮັດວຽກເປັນທີມໄດ້, ຕົງຕໍ່ເວລາ, ສາມາດເຮັດວຽກພາຍໃຕ້ການກົດດັນໄດ້ດີ, ມີຄວາມເສຍສະຫຼະ;

  • ຜູ້ສະໝັກບໍ່ເຄີຍເຮັດຜິດກົດໝາຍ ສປປ ລາວ, ບໍ່ເຄີຍຖືກໄລ່ອອກວຽກ ຫຼື ປະລະໜ້າທີ່ຮັບຜິດຊອບຜ່ານມາ;

  • ສາມາດເຮັດວຽກນອກໂມງລັດຖະການໄດ້ ອີງຕາມໜ້າວຽກທີ່ຖືກມອບໝາຍໃຫ້ສຳເລັດ;

  • ມີຄວາມສາມາດບໍລິຫານທີມ ແລະ ຈັດສັນໜ້າວຽກ, ແຜນງານ, ກິດຈະກຳໃຫ້ໄປແຜນທີ່ກຳນົດໄວ້ຢ່າງດີ.


ເອກະສານສະໝັກງານປະກອບມີ:

  • ຟອມຊີວະປະຫວັດ, ໃບປະກາດຈົບຊັ້ນຮຽນ, ໃບຢັ້ງຢືນການເຮັດວຽກ (ຖ້າມີ) ອີເມວ ຫຼື ຢືນສະໝັກ ດ້ວຍຕົນເອງ;

  • ສຳເນົາບັດປະຈຳຕົວ, Passport ຫຼື ສຳມະໂນຄົວ;

  • ໃບແຈ້ງໂທດ, ໃບກວດສຸຂະພາບ, ໃບຢັ້ງຢືນທີ່ຢູ່ ບໍ່ເກີນ 3 ເດືອນ;


ວິທີການຄັດເລືອກ ແລະ ສຳພາດງານ:

  • ກຳມະການຄັດເລືອກ ທາງໜ່ວຍງານບຸກຄະລາກອນຈະຕິດຕໍ່ຫາດ້ວຍໂທແຈ້ງ ຫຼື ສົ່ງອີເມວແຈ້ງ;

  • ຈະມີການນັດໝາຍສຳພາດ, ແຈ້ງວັນທີ, ເວລາໃນການສຳພາດ;

  • ສຳພາດຜ່ານ: ໂທລະສັບ, Ms team, WhatsApp, messenger/Facebook ແລະ ອື່ນໆ


ສະໝັກຜ່ານທາງ: ອີເມວ ແລະ ເບີໂທຕິດຕໍ່:

Closing Date:
ເລີ່ມຮັບເອກະສານສະໝັກ ວຽກ ແຕ່ວັນທີ 15/12/2025 ແລະ ປິດຮັບສະໝັກວັນທີ 29/12/2025

Contact