ປະກາດຮັບສະໝັກພະນັກງານ
ສະມາຄົມຊຸມຊົນເພື່ອຊີວິດ ແລະ ສິ່ງແວດລ້ອມ (CASE) ເປັນອົງການຈັດຕັ້ງສັງຄົມ, ເຄື່ອນໄຫວບໍ່ຫວັງຜົນກຳໄລ ເຄື່ອນໄຫວວຽກງານສົ່ງເສີມຊຸມຊົນໃນການເຂົ້າເຖິງວຽກງານໂພຊະນາການຢູ່ຊຸມຊົນ ແລະ ໂຮງຮຽນ ແລະ ໃຫ້ຄວາມຮູ້ກັບຊຸມຊົນ ຢູ່ເມືອງຄູນ ມີຄວາມຕ້ອງການຮັບພະນັກງານ ດັ່ງລຸ່ມນີ້:
- ວິຊາການຊ່ວຍວຽກ 1 ຕ່ຳແໜ່ງ ປະຈໍາໂຄງການຢູ່ເມືອງຊານໄຊ, ແຂວງອັດຕະປື ໄລຍະເວລາ ສັນຍາ 12 ເດືອນ (ທົດສອບວຽກງານ 3 ເດືອນ)
ພາລະໜ້າທີ່ຫຼັກ:
- ສ້າງແຜນກິດຈະກໍາປະຈໍາປີ ປະຈໍາໄຕມາດ ແລະ ປະຈໍາເດືອນ ພ້ອມນໍາພາທີມງານຈັດຕັ້ງປະຕິບັດກິດຈະກໍາ
- ຈັດຕັ້ງປະຕິບັດ, ສົ່ງເສີມ ແລະ ພັດທະນາກິດຈະກໍາດ້ານ,ໃນການຈັດຕັ້ງປະຕິບັດໂຄງການສົ່ງເສີມຄວາມເຂັ້ມແຂງ,ລະບົບການດໍາລົງຊີວິດໃນຊຸມຊົນໃນບ້ານເປົ້າຫມາຍຂອງໂຄງການ;
- ຊ່ວຍປະສານງານກັບລະຫວ່າງສະມາຄົມ CASE ຊຽງຂວາງ, ແລະ ຄູ່ຮ່ວມງານຂັ້ນແຂວງ, ເມືອງ, ບ້ານ ແລະ ອົງການຈັດຕັ້ງອື່ນໆ ທີ່ກ່ຽວຂ້ອງ;
- ຕິດຕາມ ກວດກາ ແລະ ຊຸກຍູ້ວຽກງານຂອງໂຄງການທີ່ຮັບຜິດຊອບ.
– ລາຍງານການຈັດຕັ້ງກິດຈະກໍາ ປະຈໍາເດືອນ ແລະ ປະຈໍາປີ ໃຫ້ສາຍງານ ແລະ ຄູ່ຮ່ວມງານຕາມຄວາມ
ຕ້ອງການ.
ຄຸນນະວຸດ ແລະ ມາດຖານຕ້ອງການ:
- ຮຽນຈົບປະລິນຍາຕີ ຫຼື ທຽບເທົ່າ ດ້ານສາທາລະນະສຸກສາດ, ກົດໝາຍ, ປ່າໄມ້, ສຶກສາ ແລະ ອື່ນໆທີ່ກ່ຽວຂ້ອງ;
- ສັນຊາດລາວ ມີອາຍຸລະຫວ່າງ 25-40 ປີ;
- ມີປະສົບການເຮັດວຽກ ມາກ່ອນຫຼາຍກວ່າ 2 ປີ ແລະ ເຄີຍເຮັດວຽກນໍາພາກລັດ ຫຼື ອົງການຈັດຕັ້ງສາກົນ ຫຼື ສະມາຄົມ ຫຼື ບໍລິສັດ
- ສາມາດນໍາໃຊ້ຄອມພິວເຕີ : Word, Excel, Power point, Publisher, Arc GIS, QGIS, ອິນເຕີເນັດ ແລະ ອື່ນໆ; ສາມາດເວົ້າ ແລະ ຂຽນພາສາອັງກິດໄດ້ດີພໍສົມຄວນ;
- ຖ້າເປັນຄົນຖິ່ນຖານຢູ່ແຂວງອັດຕະປື ຈະພິຈາລະນາເປັນພິເສດ;
- ມີຄວາມຮັບຜິດຊອບສູງ, ມີຫົວຄິດປະດິດສ້າງ, ກະຕືລືລົ້ນໃນການຮຽນຮູ້ເອົາບົດຮຽນອັນໃໝ່, ມີຄວາມອົດທົນ, ມີຄວາມອ່ອນໄຫວ ແລະ ການເຮັດວຽກເປັນທີມໄດ້ດີ;
- ຈະຕ້ອງມີໃບອະນຸຍາດຂັບຂີ່ລົດຈັກຂື້ນໄປ.
- ສາມາດເລີ່ມເຮັດວຽກໄດ້ພາຍໃນວັນທີ 15 ມັງກອນ 2025
- ສຳພາດແມ່ນຫຼັງຈາກທ່ານຍືນເອກະສານພາຍໃນ 3 ວັນ.(ຍືນກ່ອນ ສຳພາດກ່ອນ)
ທ່ານໃດສົນໃຈສາມາດຍື່ນຄໍາຮ້ອງສະໝັກດ້ວຍຕົນເອງ ພ້ອມດ້ວຍ ຊີວະປະຫວັດ ແລະ ເອກກະສານອື່ນໆ ທີ່ກ່ຽວຂ້ອງມາທີ່ ສະເກນ PDF ສົ່ງມາທາງອີແມວ: info@case.org.la, Whatsapp: 020 22340657.
ກຳນົດສົ່ງບໍ່ໃຫ້ກາຍວັນທີ 10 ມັງກອນ 2025