Lao CSO Platform

ທະນາຍຄວາມ, ນັກກົດໝາຍ ປະຈໍາການຢູ່ເມືອງງາ ແລະ ເມືອງນາໝໍ້

Job Description

ປະກາດຮັບສະໝັກພະນັກງານ 2 ຕໍາແໜ່ງ

ຕໍາແໜ່ງ ທະນາຍຄວາມ/ນັກກົດໝາຍ ປະຈໍາການຢູ່ເມືອງງາ ແລະ ເມືອງນາໝໍ້,​ ແຂວງ ອຸດົມໄຊ

ໄລຍະສັນຍາ 1​ປີ (ສາມາດຕໍ່ສັນຍາໃໝ່ໄດ້)

 

ກ່ຽວກັບອົງກອນ

ສະມາຄົມເພື່ອພັດທະນາແມ່ຍິງ ແລະ ການສຶກສາກົດໝາຍ (ສພມສກ) ແມ່ນອົງການຈັດຕັ້ງທາງສັງຄົມທີ່ບໍ່ຫວັງຜົນກໍາໄລ, ໂດຍໄດ້ຮັບການອະນຸຍາດສ້າງຕັ້ງຈາກ ກະຊວງພາຍໃນ ໃນປີ 2012,  ມີຈຸດມຸ່ງໝາຍໃນການສົ່ງເສີມຄວາມສະເໝີພາບຍິງ-ຊາຍ, ສິດທິແມ່ຍິງ, ຕ້ານການໃຊ້ຄວາມຮຸນແຮງຕໍ່ກັບແມ່ຍິງ ແລະ ເດັກ, ຕ້ານການຄ້າມະນຸດ, ການເຄື່ອນຍ້າຍແຮງງານທີ່ປອດໄພ ແລະ ສົ່ງເສີມໃຫ້ແມ່ຍິງສາມາດເຂົ້າເຖິງຂະບວນການຍຸຕິທໍາ ໃນ ສປປ ລາວ ຜ່ານການບໍລິການຂອງຫ້ອງການໃຫ້ຄໍາປຶກສາ ແລະ ຊ່ວຍເຫຼືອທາງດ້ານກົດໝາຍແກ່ແມ່ຍິງ ແລະ ເດັກ ໂດຍບໍ່ເສຍຄ່າ.

ກ່ຽວກັບໂຄງການ

ສະມາຄົມເພື່ອພັດທະນາແມ່ຍິງ ແລະ ການສຶກສາກົດໝາຍ ໂດຍໄດ້ຮັບການສະໜັບສະໜູນຈາກມູນນິທິເອເຊຍ (TAF)  ໂດຍຜ່ານແຜນງານການຊ່ວຍເຫຼືອທາງດ້ານກົດໝາຍທີ່ໄດ້ຮັບການສະໜັບສະໜູນຈາກອົງການພັດທະນາສາກົນ ປະເທດສະຫະລັດອາເມລິກາ (USAID) ໃນການຈັດຕັ້ງປະຕິບັດໂຄງການ “ສ້າງຄວາມເຂັ້ມແຂງໃນການເຂົ້າເຖິງຄວາມຍຸຕິທຳຂອງປະຊາຊົນ ເພື່ອຄວາມສະເໝີພາບຍິງ-ຊາຍ ທີ່ຈັດຕັ້ງປະຕິບັດຢູ່ເມືອງງາ ແລະ ເມືອງນາໝໍ້,​ ແຂວງອຸດົມໄຊ ເລີ່ມແຕ່ເດືອນມັງກອນ 2024 ຈົນເຖິງ ເດືອນກໍລະກົດ 2026.

ໜ້າທີ່ຮັບຜິດຊອບ

  • ເຮັດວຽກພາຍໃຕ້ການຊີ້ນໍາຂອງຜູ້ອໍານວຍການ, ຜູ້ຈັດການດ້ານກົດໝາຍ;
  • ໃຫ້ຄຳປຶກສາ, ຄໍາແນະນໍາທາງດ້ານກົດໝາຍ ແລະ ເປັນຜູ້ຕາງໜ້າໃຫ້ແກ່ລູກຄວາມໃນທຸກຂັ້ນຕອນຂອງການດໍາເນີນຄະດີ ໂດຍສະເພາະແມ່ຍິງ ແລະ ເດັກນ້ອບທີ່ຖືກຄວາມຮຸນແຮງໃນຄອບຄົວ ແລະ ສັງຄົມ;
  • ເກັບກຳຂໍ້ມູນຜູ້ຖືກເຄາະຮ້າຍ ແລະ ບັນທຶກຂໍ້ມູນເຂົ້າໃນລະບົບຖານຂໍ້ມູນ ແລ້ວລາຍງານຫາທີມງານທະນາຍຄວາມທີ່ປະຈໍາຢູ່ນະຄອນຫຼວງວຽງຈັນ;
  • ຮ່າງຄໍາຮ້ອງຟ້ອງ ແລະ ເອກະສານອື່ນໆທີ່ກ່ຽວຂ້ອງທີ່ຈໍາເປັນໃນການປົກປ້ອງລູກຄວາມ
  • ປະສານງານຫາກູ່ມເປົ້າໝາຍຂອງໂຄງການໃນການຈັດຕັ້ງກອງປະຊຸມ, ຝຶກອົບຮົມ ແລະ ກິດຈະກໍາຕ່າງໆ;
  • ຂຶ້ນແຜນງົບປະມານ, ສະຫຼຸບລາຍຈ່າຍ ພ້ອມທັງເຮັດບົດລາຍງານພາຍຫຼັງກິດຈະກໍາສໍາເລັດ;
  • ຂຽນບົດລາຍງານໂຄງການປະຈຳເດືອນ, ປະຈຳໄຕມາດໃຫ້ແກ່ຜູ້ຈັດການກົດໝາຍ;
  • ເປັນ​ຕົວ​ແທນ​ສະ​ມາ​ຄົມ​ເຂົ້ານຮ່ວມກອງ​ປະ​ຊຸມ ຫຼື ຝຶກອົບຮົມ ​ທີ່​ສະ​ມາ​ຄົມ​ຖືກ​ເຊີນ;
  • ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຜູ້ອໍານວຍການ ແລະ ຜູ້ຈັດການກົດໝາຍ.

ເງື່ອນໄຂຜູ້ສະໝັກ

  • ຈົບປະລີນຍາຕີສາຂາກົດໝາຍ ຫຼື ສາຂາອື່ນທີ່ກ່ຽວຂ້ອງ;
  • ເປັນທະນາຍຄວາມ ຫຼື ນັກກົດໝາຍ ທີ່ມີປະສົບການທາງດ້ານກົດໝາຍແຕ່ 2 ປີຂຶ້ນໄປ;
  • ມີຄວາມຊຳນານໃນການນຳໃຊ້ ໂປແກຣມ Words, Excel, Power Point ແລະ
  • ມີທັກສະການພົວພັນປະສານງານ ຮ່ວມກັບ ໜ່ວຍງານລັດ ແລະ ອົງການຕ່າງໆ.
  • ມີທັກສະການສື່ສານທີ່ດີໃນພາສາລາວ ແລະ ອັງກິດ.
  • ເປັນຄົນພື້ນທີ່ແຂວງອຸດົມໄຊ ຈະຖືກພິຈາລະນາເປັນພິເສດ.

ວິທີການສະໝັກ

ທ່ານໃດທີ່ມີຄວາມສົນໃຈ ສາມາດສົ່ງເອກະສານສະໝັກ, ຊີວະປະຫວັດ/CV, ໃບຄຳຮ້ອງການສະໝັກວຽກ/Cover letter, ສົ່ງມາທີ່ອີເມວ santisouk2012stk@gmail.com ພ້ອມທັງ cc phayao2018py@gmail.com ກອ່ນວັນທີ 24 ມັງກອນ 2025 ເວລາ 17:00 ໂມງ, ສອບຖາມຂໍ້ມູນເພີ່ມເຕີມ ໂທ/ວອັດແອັບ:​ 020 5285 2455, 020 98834422. ຜູ້ທີ່ຮັບການຄັດເລືອກຈະຖືກຕິດຕໍ່ກັບເພື່ອນັດມາສໍາພາດ.

ໝາຍເຫດ: ແມ່ຍິງ, ຊົນເຜົ່າ,​ ຄົນພິການ ແລະ ຄົນທີ່ມີຄວາມຫຼາກຫຼາຍທາງເພດ ແມ່ນສົ່ງເສີມໃຫ້ສະໝັກ.

Downloads

Contact