ປະກາດຮັບສະໝັກພະນັກງານ
ສະມາຄົມພັດທະນາກະສິກຳ ແລະ ສິ່ງແວດລ້ອມແບບຍືນຍົງ (SAEDA) ເພື່ອຈັດຕັ້ງປະຕິບັດໂຄງການ ສົ່ງເສີມກະສິກຳນິເວດ ໃຫ້ຊາວນາຂະຫນາດນ້ອຍ (Support eco-agrology agriculture for small farmers)
ສະຖານທີ່: ເມືອງປາກເຊ, ປາກຊ່ອງ ແລະ ໂພນທອງ ຂອງແຂວງຈໍາປາສັກ
ໄລຍະເວລາ: ປະຈຸບັນ ຫາ ເດືອນ 6/2027
ຕຳແໜ່ງທີ່ຕ້ອງການ:
1. ຜູ້ບໍລິຫານງານໂຄງການ 1 ຕຳແໜ່ງ
ຫນ້າທີ່ຮັບຜິດຊອບຫຼັກ
- ນໍາວາງແຜນແຕ່ລະກິດຈະກຳ, ປະຈໍາເດືອນ, ໄຕມາດ, 6 ເດືອນ ແລະ 1 ປີ
- ນໍາພາທີມງານຈັດຕັ້ງປະຕິບັດກິດຈະກຳຂອງໂຄງການ
- ປະສານງານກັບພາກລັດຂັ້ນແຂວງ ແລະ ເມືອງ
- ຕິດຕາມການປະຕິບັດກິດຈະກຳ ແລະ ຊີ້ນໍາການປະຕິບັດກິດຈະກຳຂອງທີມງານ ແລະ ຄູ່ຮ່ວມງານ
- ຕິດຕາມ ແລະ ກວດສອບງົບປະມານກິດຈະກຳ
- ປະສານງານກັບຜູ້ຮັບຜິດຊອບແຜນງານຂອງສະມາຄົມ SAEDA ວຽງຈັນ
- ລາຍງານຜົນການຈັດຕັ້ງກິດຈະກຳ, ປະຈໍາເດືອນ, ໄຕມາດ, 6 ເດືອນ ແລະ 1 ປີ ໃຫ້ສະມາຄົມ ແລະ ຄູ່ຮ່ວມງານ
- ຄຸ້ມຄອງທີມງານໂຄງການ ແລະ ຫ້ອງການໂຄງການ
ຄຸນນະວຸດ ແລະ ຄຸນນະພາບທີ່ຕ້ອງງການ
- ຮຽນຈົບປະລິນຍາຕີຂື້ນໄປ ອື່ນໆທີ່ກ່ຽວຂ້ອງ
- ສັນຊາດລາວ ມີອາຍຸລະຫວ່າງ 30-50 ປີ
- ມີປະສົບການເຮັດວຽກວຽກງານທີ່ກ່ຽວຂ້ອງ ແລະ ບໍລິຫານໂຄງການມາກ່ອນຫຼາຍກວ່າ 5 ປີຂຶ້ນໄປ
- ເຄີຍເຮັດວຽກນໍາພາກລັດ ຫຼື ອົງການຈັດຕັ້ງສາກົນ ຫຼື ສະມາຄົມ ຫຼື ບໍລິສັດ
- ສາມາດນໍາໃຊ້ຄອມພິວເຕີ: Word, Excel, Power point, Publisher, ອິນເຕີເນັດ ແລະ ອື່ນໆ
- ສາມາດເວົ້າ ແລະ ຂຽນພາສາອັງກິດໄດ້ດີ
- ສຸຂະພາບແຂງແຮງດີ ແລະ ສາມາດເຮັດວຽກໃນເຂດຫ່າງໄກສອກຫລີກໄດ້
- ມີທັກສະການເປັນຜູ້ນໍາສູງ, ມີຄວາມຮັບຜິດຊອບ, ມີຫົວຄິດປະດິດສ້າງ, ມີຈັນຍາບັນ, ມີຄວາມອົດທົນ ແລະ ການເຮັດວຽກເປັນທີມໄດ້ດີ
- ມີໃບອະນຸຍາດຂັບຂີ່ລົດຈັກ
ການສະໝັກ
ທ່ານໃດສົນໃຈສາມາດຍື່ນຄໍາຮ້ອງສະໝັກຂຽນດ້ວຍຕົວເອງ ພ້ອມດ້ວຍ ຊີວະປະຫວັດ, ໃບປະກາດ, ໃບຜ່ານງານ, ໃບແຈ້ງໂທດ, ອັດປື້ມສຳມະໂນຄົວ/ບັດປະຈຳຕົວ ແລະ ເອກກະສານອື່ນໆ ທີ່ກ່ຽວຂ້ອງ
ສົ່ງມາທີ່: Infor.saedalaos@gmail.com
ປິດຮັບສະໝັກ ວັນທີ 26/01/2025